ປະເທດຊອກຊີ

43°30′E / 42.000°N 43.500°E / 42.000; 43.500

ຊອກຊີ ຫຼື ຈໍເຈຍ (ອັງກິດ: Georgia; ຊອກຊີ: საქართველო, ອັກສອນໂຣມັນ:  Sakartvelo, ອອກສຽງ: [sɑkʰɑrtʰvɛlɔ] (ກ່ຽວກັບສຽງນີ້ ຟັງສຽງ)) ເປັນປະເທດທີ່ຕັ້ງຢູ່ໃນພາກພື້ນໂກກາຊີ ເຊິ່ງເປັນຈຸດຕັດລະຫວ່າງເອີຣົບຕາເວັນອອກ ແລະ ອາຊີຕາເວັນຕົກ ຊອກຊີມີຊາຍແດນທາງທິດຕາເວັນຕົກຕິດກັບທະເລດຳ ທາງທິດເໜືອ ແລະ ທິດຕາເວັນອອກຕິດກັບລັດເຊຍ ທາງທິດຕາເວັນຕົກສຽງໃຕ້ຕິດກັບຕວັກກີ ທາງທິດໃຕ້ຕິດກັບອາກເມນີ ແລະ ທິດຕາເວັນອອກສຽງໃຕ້ຕິດກັບອາແຊກໄບຊານ. ຊອກຊີຄອບຄຸມພື້ນທີ່ກວ່າ 69,700 ຕາລາງກິໂລແມັດ (26,900 ຕາລາງໄມລ໌) ແລະ ມີປະຊາກອນປະມານ 3.7 ລ້ານຄົນ (ບໍ່ນັບລວມດິນແດນຊອກຊີທີ່ລັດເຊຍຍຶດຄອງ) ຊອກຊີເປັນປະເທດປະຊາທິປະໄຕແບບມີຜູ້ແທນ ເຊິ່ງປົກຄອງໃນຮູບແບບສາທາລະນະລັດລັດດ່ຽວໃນລະບອບລັດຖະສະພາ ໂດຍມີຕີບິລິຊີເປັນເມືອງຫຼວງ ແລະ ຍັງເປັນທີ່ຕັ້ງຂອງປະຊາກອນຊອກຊີປະມານໜຶ່ງໃນສາມຂອງປະຊາກອນທັງໝົດ.

ຊອກຊີ

საქართველო  (ຊອກຊີ)
ທຸງຊາດຊອກຊີ
ທຸງຊາດ
ເຄື່ອງໝາຍຊາດຂອງຊອກຊີ
ເຄື່ອງໝາຍຊາດ
ຄຳຂວັນ
ძალა ერთობაშია
Dzala ertobashia
("ພະລັງຢູ່ໃນເອກະພາບ")
ເພງຊາດ
თავისუფლება
Tavisupleba
("ອິດສະຫຼະພາບ")
ພື້ນທີ່ພາຍໃຕ້ການຄວບຄຸມຢູ່ໃສສີຂຽວເຂັ້ມ ພື້ນທີ່ອ້າງສິດແຕ່ບໍ່ໄດ້ຄວບຄຸມຢູ່ໃນສີຂຽວອ່ອນ
ພື້ນທີ່ພາຍໃຕ້ການຄວບຄຸມຢູ່ໃສສີຂຽວເຂັ້ມ ພື້ນທີ່ອ້າງສິດແຕ່ບໍ່ໄດ້ຄວບຄຸມຢູ່ໃນສີຂຽວອ່ອນ
ເມືອງຫຼວງ
ແລະ ເມືອງໃຫຍ່ທີ່ສຸດ
ຕີບິລິຊີ
41°43′N 44°47′E / 41.717°N 44.783°E / 41.717; 44.783
ພາສາລັດຖະການຊອກຊີ (ທົ່ວປະເທດ)
ອັບຄາຊີ (ອັບຄາຊີ)
ກຸ່ມຊົນເຜົ່າ
(ຄ.ສ 2014[a])
86.8% ຊາວຊອກຊີ
6.2% ຊາວອາແຊກໄບຊານ
4.5% ຊາວອາກເມນີ
0.7% ຊາວລັດເຊຍ
2.1% ອື່ນໆ
ສາສະໜາ
(2014)
88.1% ຄຣິດ
—83.4% ອໍໂທດອກຊອກຊີ
—5.7% ນິກາຍອື່ນໆ
10.7% ອິດສະລາມ
1.2% ອື່ນໆ / ບໍ່ມີ
ການປົກຄອງລັດດ່ຽວ ລະບົບລັດຖະສະພາ ສາທາລະນະລັດລັດຖະທຳມະນູນ
• ປະທານາທິບໍດີ
ຊາລໍເມ ຊູຣາບິສະວິລີ
• ນາຍົກລັດຖະມົນຕີ
ອີຣາກລີ ຄາຣີບາຊະວິລີ
• ປະທານລັດຖະສະພາ
Kakha Kuchava
ສະພານິຕິບັນຍັດລັດຖະສະພາ
ວັນກໍ່ຕັ້ງ
• Colchis ແລະ Iberia
ປະມານ 13 ປີກ່ອນຄຣິດສັກກະລາດ – ຄ.ສ 580
• ລາຊະອານາຈັກອັບຄາຊີ ແລະ Bagratid Iberia
ຄ.ສ 786–1008
• ຊອກຊີທີ່ລວມເປັນໜຶ່ງ
ຄ.ສ 1008
• ການແບ່ງໄຕຣພາຄີ
ຄ.ສ 1463–1810
• ການ​ເຂົ້າ​ຮ່ວມ​ຂອງ​ລັດ​ເຊຍ​

12 ກັນຍາ ຄ.ສ 1801
• ເປັນເອກະລາດຈາກຈັກກະວັດລັດເຊຍ

26 ພຶດສະພາ ຄ.ສ 1918
• ການໂຈມຕີຂອງກອງທັບແດງ
25 ກຸມພາ ຄ.ສ 1921
• ເປັນເອກະລາດຈາກສະຫະພາບໂຊວຽດ
ປະກາດ
ຂັ້ນສຸດທ້າຍ


9 ເມສາ ຄ.ສ 1991
25 ທັນວາ ຄ.ສ 1991
• ລັດຖະທຳມະນູນສະບັບປັດຈຸບັນ
24 ສິງຫາ ຄ.ສ 1995
ພື້ນທີ່
• ລວມ
69,700 ຕາລາງກິໂລແມັດ (26,900 ຕາລາງໄມລ໌) (ອັນດັບທີ 119)
ປະຊາກອນ
• ຄ.ສ 2021 ປະມານ
3,728,573 [a]
4,012,104 [b] (ອັນດັບທີ 128)
• ສຳມະໂນປະຊາກອນ ຄ.ສ 2014
3,713,804 [a]
57.6 ຕໍ່ຕາລາງກິໂລແມັດ (149.2 ຕໍ່ຕາລາງໄມລ໌) (ອັນດັບທີ 137)
GDP (ອຳນາດຊື້)ຄ.ສ 2019 (ປະມານ)
• ລວມ
46.05 ຕື້ໂດລາສະຫະລັດ[a] (ອັນດັບທີ 112)
• ຕໍ່ຫົວ
12,409 ໂດລາສະຫະລັດ[a] (ອັນດັບທີ 101)
GDP (ລາຄາຕະຫຼາດ)ຄ.ສ 2019 (ປະມານ)
• ລວມ
17.83 ຕື້ໂດລາສະຫະລັດ (ອັນດັບທີ 118)
• ຕໍ່ຫົວ
4,285 ໂດລາສະຫະລັດ[a] (ອັນດັບທີ 107)
ຈີນີ (ຄ.ສ 2019)positive decrease 35.9
ປານກາງ
HDI (ຄ.ສ 2019)Increase 0.812
ສູງຫຼາຍ · ອັນດັບທີ 61
ສະກຸນເງິນລາຣີ (₾) (GEL)
ເຂດເວລາUTC+4 (ເວລາຊອກຊີ GET)
ຮູບແບບວັນທີວວ/ດດ/ປປປປ
ຂັບລົດດ້ານຂວາ
ລະຫັດໂທລະສັບ+995
ລະຫັດ ISO 3166GE
ລະຫັດອິນເຕີເນັດ.ge, .გე
ເວັບໄຊ
www.gov.ge
  1. ^ ຂໍ້ມູນບໍ່ລວມພື້ນທີ່ທີ່ອ້າງສິດ
  2. ^ ຂໍ້ມູນລວມພື້ນທີ່ທີ່ອ້າງສິດ

ຊອກຊີເປັນປະເທດໜຶ່ງທີ່ຜະລິດວາຍທີ່ເກົ່າແກ່ທີ່ສຸດຂອງໂລກ ປະເພນີທ້ອງຖິ່ນ ແລະ ເອກະລັກປະຈຳຊາດມີຄວາມກ່ຽວຂ້ອງກັບວາຍ ແລະ ໄດ້ຮັບການຂຶ້ນທະບຽນເປັນມໍລະດົກໂລກທາງວັດທະນະທຳທີ່ຈັບຕ້ອງບໍ່ໄດ້ຈາກອຸຍແນສໂກ ໃນຊ່ວງຍຸກຄລາດສິກອານາຈັກອິດສະຫຼະຫຼາຍແຫ່ງໄດ້ສ້າງຕັ້ງຂຶ້ນໃນຊອກຊີ ເຊັ່ນ: Colchis ແລະ Iberia ຊາວຊອກຊີຍອມຮັບສາສະໜາຄຣິດຢ່າງເປັນທາງການໃນຕົ້ນສະຕະວັດທີ 4 ຄຣິດຕະຈັກອໍໂທດອກຂອງຊອກຊີມີສ່ວນລວມໃນການລວມກັນທາງຈິດວິນຍານ ແລະ ການເມືອງໃນຊ່ວງຍຸກທຳອິດໃນຍຸກກາງລາຊະອານາຈັກຊອກຊີໄດ້ກຳເນີດຂຶ້ນ ແລະ ມາເຖິງຍຸກທີ່ຮຸ່ງເຮືອງສະໄໝຂອງກະສັດເດວິດເຊິ່ງເປັນຜູ້ສ້າງ ແລະ ລາຊິນີທາມາຣໃນສະຕະວັດທີ 12 ແລະ ຕົ້ນສະຕະວັດທີ 13 ຫຼັງຈາກນັ້ນອຳນາດຂອງອານາຈັກຄ່ອຍໆຫຼຸດລົງ ແລະ ແຕກສະຫຼາຍໄປໃນທີ່ສຸດ ບັນດາແຄວ້ນນ້ອຍໄດ້ຕົກໄປຢູ່ໃຕ້ອຳນາດຂອງອານາຈັກມອງໂກ, ອານາຈັກອອດໂຕມັນ ແລະ ອານາຈັກເປີເຊຍ ຕາມລຳດັບ ໃນປີ 1783 ອານາຈັກຊອກຊີໄດ້ເຂົ້າຮ່ວມເປັນພິນທະມິດກັບຈັກກະວັດລັດເຊຍ ແລະ ລວມດິນແດນຂອງຊອກຊີເຂົ້າດ້ວຍກັນໃນສະຕະວັດທີ 19.

ຫຼັງຈາກການປະຕິວັດປີ 1917 ຊອກຊີໄດ້ກາຍເປັນປະເທດສາທາລະນະລັດເອກະລາດ ພາຍໃຕ້ການຄຸ້ມຄອງຂອງເຢຍລະມັນ ຫຼັງຈາກເຢຍລະມັນໄດ້ແພ້ສົງຄາມໂລກຄົ້ງທີ 1 ຊອກຊີຖືກບອນເຊວິກລັດເຊຍຮຸກຮານສົ່ງຜົນໃຫ້ປະເທດລວມຕົວເປັນສະຫະພາບໂຊວຽດໃນປີ 1922 ໃນຊ່ວງສົງຄາມໂລກຄັ້ງທີ 2 ຊາວຊອກຊີ 700,000 ຄົນຕໍ່ສູ້ກັບກອງທັບແດງກັບເຢຍລະມັນໃນທົດສະວັດ 1980 ການເອີ້ນຮ້ອງເອກະລາດໄດ້ຂະຫຍາຍໄປສູ່ການແຍກຕົວຂອງຊອກຊີອອກຈາກສະຫະພາບໂຊວຽດໃນເດືອນເມສາ ປີ 1991 ໃນຊ່ວງທົດສະວັດຕໍ່ມາພາຍຫຼັງແຍກຕົວອອກຈາກໂຊວຽດ ຊອກຊີໄດ້ເກີດວິກິດທາງເສດຖະກິດ, ສົງຄາມກາງເມືອງ ແລະ ສົງຄາມແບ່ງແຍກດິນແດນຂອງອັບຮາເຊຍ ແລະ ເຊົ້າອອດຊີເຊຍ ແລະ ຫຼັງຈາກນັ້ນໄດ້ເກີດການປະຕິວັດກຸຫຼາບປາສະຈາກເລືອດໃນປີ 2003 ຊອກຊີໄດ້ດຳເນີນນະໂຍບາຍທີ່ສະໜັບສະໜູນການເຊື່ອມສຳພັນກັບຕາເວັນຕົກເປັນຜົນໃຫ້ມີການປະຕິຮູບປະຊາທິປະໄຕ ແລະ ເສດຖະກິດທີ່ມີເປົ້າໝາຍມຸ່ງໄປລວມກຸ່ມກັບນາໂຕ້ ແລະ ເອີຣົບ ການວາງແນວທາງທີ່ມຸ່ງໄປຫາຕາເວັນຕົກເຮັດໃຫ້ຄວາມສຳພັນກັບລັດເຊຍຕົກຕ່ຳລົງຈົນເຮັດໃຫ້ເກີດສົງຄວາມໄລຍະສັ້ນຂຶ້ນເມື່ອບໍ່ຈັກປີທີ່ຜ່ານມາ.

ປະຫວັດຊື່ປະເທດ

ປະເທດຊອກຊີ 
"Gorgania" i.e. Georgia on Fra Mauro map

ເມື່ອເວົ້າເຖິງຊື່ຄັ້ງທຳອິດທີ່ສະກົດວ່າ “ຈໍເຈຍ” ເປັນພາສາອິຕາລີໃນຄຳວ່າ mappa mundi ຂອງ Pietro Vesconte ປີ ຄ.ສ 1320 ໃນຊ່ວງທຳອິດຂອງການປາກົດຕົວໃນໂລກລາຕິນບໍ່ໄດ້ຂຽນທັບສັບແບບດຽວກັນສະເໝີໄປ ແລະ ພະຍັນຊະນະຕົວທຳອິດສະກົດດ້ວຍ J ເປັນ "Jorgia". "ຈໍເຈຍ" ອາດຈະມາຈາກການກຳນົດພາສາເປີເຊຍຂອງຊາວຊອກຊີ - gurğān ໃນສະຕະວັດ 11 ແລະ 12 ດ້ວຍການດັດແປງຜ່ານ Syriac gurz-ān / gurz-iyān ແລະ ພາສາອາຣັບ ĵurĵan / ĵurzan ທິດສະດີຕາມຕຳນານໄດ້ຮັບຈາກການເດີນທາງຂອງ Jacques de Vitry ຜູ້ທີ່ອະທິບາຍທີ່ມາຂອງຊື່ຕາມຄວາມນິຍົມຂອງ St. George ໃນກຸ່ມຊາວຊອກຊີ ໃນຂະນະ Jean Chardin ທີ່ເປັນນັກເດີນທາງຄິດວ່າ "ຈໍເຈຍ" ມາຈາກພາສາເກຣັກ γεωργός ("tiller of the land "). ໃນຂະນະທີ່ອາຈານ Alexander Mikaberidze ໄດ້ເສີມຄຳອະທິບາຍຂອງຈໍເຈຍ/ຈໍຈຽນ ວ່າໃນສະຕະວັດນີ້ຖືກປະຕິເສດຈາກກຸ່ມນັກວິຊາການທີ່ຊີ້ເປົ້າໄປທີ່ຄຳມາພາສາເປີເຊຍ gurğ/gurğān, ເປັນຮາກເຫງົ້າຂອງຄຳວ່າ gurğ/gurğān ທີ່ຖືກນຳໄປໃຊ້ໃນພາສາອື່ນໆອີກຫຼາຍພາສາລວມທັງພາສາສະລາບ ແລະ ພາສາເອີຣົບຕາເວັນຕົກ ຄຳນີ້ອາດຖືກກຳນົດຂຶ້ນໂດຍໃຊ້ຄຳເອີ້ນຂານຂອງອີຣານບູຮານໃນບໍລິເວນໃກ້ກັບທະເລສາບກາສະປຽນ ເຊີ່ງເອີ້ນກັນວ່າ ກໍແກນ

ຊື່ພື້ນເມືອງຄື Sakartvelo (საქართველო; "land of Kartvelians") ເຊີ່ງໄດ້ມາຈາກພາດພື້ນຊອກຊີພາກກາງຂອງ Kartli ທີ່ໄດ້ບັນທຶກໄວ້ໃນສະຕະວັດທີ 9 ແລະ ໃນການໃຊ້ງານເພີ່ມຕື່ມໝາຍເຖິງ ລາຊະອານາຈັກຊອກຊີໃນຍຸກກາງທັງໝົດໃນສະຕະວັດທີ 13 ການກຳນົດຕົວເອງຂອງຊາວຊອກຊີໃຊ້ຄື Kartvelebi (ქართველები ແມ່ນ "Kartvelians")

ພົງສາວະດານຊອກຊີໃນຍຸກກາງໄດ້ບອກເຖິງບັນພະບຸລຸດໃນຕຳນານ Kartvelians, Kartlos ເຊີ່ງເປັນເຫຼນຂອງ Japheth ຢ່າງໃດກໍ່ຕາມນັກວິຊາການຍອມຮັບວ່າ Karts ເຊີ່ງເປັນຊົນເຜົ່າ proto-Georgian ທີ່ກາຍເປັນກຸ່ມທີ່ມີອຳນາດເໜືອກວ່າໃນສະໄໝບູຮານ ຊື່ Sakartvelo (საქართველო) ປະກອບດ້ວຍສອງສ່ວນຄື kartvel-i (ქართველ-ი) ລະບຸຜູ້ທີ່ຢູ່ອາໄສໃນບໍລະເວນພາກກາງຂອງຊອກຊີຕາເວັນອອກຂອງ Kartli ຫຼື Iberia ຕາມທີ່ຮູ້ຈັກກັນໃນແຫຼ່ງທີ່ມາຂອງອານາຈັກໂຣມັນຕາເວັນອອກບູຮານ ຊາວເກຣັກ (Strabo, Herodotus, Plutarch, Homer ແລະ ອື່ນໆ ) ແລະຊາວໂຣມັນ (Titus Livius, Tacitus ແລະ ອື່ນໆ) ເອີ້ນຊາວຊອກຊີທາງຕາເວັນຕົກວ່າ Colchians ແລະອຊາວຊອກຊີຕາເວັນອອກວ່າ Iberia

ປັດຈຸບັນຊື່ຢ່າງເປັນທາງການຂອງປະເທດຄື ຊອກຊີ ຕາມທີ່ລະບຸໄວ້ໃນລັດຖະທຳມະນູນຂອງປະເທດຄື "ຊອກຊີ" ຕາມທີ່ລະບຸໄວ້ໃນລັດຖະທຳມະນູນຂອງຊອກຊີເຊິ່ງອ່ານວ່າ "ຊອກຊີ"

ປະຫວັດສາດ

ປະເທດຊອກຊີ 
ອານາຈັກ Colchis ແລະ Iberia

ປະເທດຊອກຊີ (ຊອກຊີ: საქართველო sakartvelo) ລວມເປັນອານາຈັກດຽວພາຍໃຕ້ລາຊະວົງ Bagrationi ມີກະສັດ Bagrat ທີ 3 ໃນຊ່ວງສະຕະວັດທີ 11 ເຊິ່ງເກີດຂຶ້ນຈາກບັນພະບຸລຸດບູຮານ Colchis ແລະ Iberia ລາຊະອານາຈັກຊອກຊີຮຸ່ງເຮືອງໃນຊ່ວງສະຕະວັດທີ 10 - 12 ພາຍໃຕ້ກະສັດ David IV ແລະ ພະລາຊິນີ Tamar ແລະ ອຳນາດໄດ້ຫຼຸດລົງຈາກການຮຸກຮານຂອງຊາວມອງໂກໃນປີ 1243 ຫຼັງຈາກການລວມຕົວກັນໄດ້ບໍ່ດົນພາຍໃຕ້ກະສັດ George V ໃນປີ ຄ.ສ 1490 ຊອກຊີໄດ້ຖືກແບ່ງແຍກເປັນອານາຈັກນ້ອຍໆ ຫຼາຍອານາຈັກ ເຊີ່ງຕະຫຼອດຍຸກສະໄໝໃໝ່ພະຍາຍາມທີ່ຈະຮັກສາເອກະລາດຂອງຕົວເອງຕະຫຼອດມາຈາກກະຖືກປົກຄອງຈາກອານາຈັກອອດໂຕມັນ ແລະ ເປີເຊຍ (Safavid, Afsharid ແລະ Qajar) ຈົນມາຮອດຊອກຊີຖືກລວມກັບຈັກກະວັດລັດເຊຍໃນສະຕະວັດທີ 19 ຫຼັງຈາກນັ້ນໄດ້ມີການສະເໜີເພື່ອຂໍແຍກຕົວເປັນອິດສະຫຼະໃນຊື່ ສາທາລະນະລັດ ປະຊາທິປະໄຕ ຊອກຊີ ໃນປີ 1918 - 1921 ຊອກຊີໄດ້ຖືກລວມເປັນສ່ວນໜຶ່ງຂອງສະຫະພັນສາທາລະນະລັດ ສັງຄົມນິຍົມ ທຣານຄໍເຄຊຽນ ໃນປີ 1922 - 1936 ຈາກນັ້ນໄດ້ສ້າງຕັ້ງເປັນ ສາທາລະນະລັດ ສັງຄົມນິຍົມ ຊອກຊີ ຈົນເຖິງສະຫະພາບໂຊວຽດລົ້ມສະຫຼາຍ.

ສາທາລະນະລັດ ຊອກຊີໄດ້ປະກາດອິດສະຫຼະພາບໃນປີ 1991 ມີປະທານປະເທດຄົນທຳອິດຄື ທ່ານ Zviad Gamsakhurdia ເຊີ່ງໄດ້ມີການປຸກກະແສຊາດນິຍົມຂອງຊອກຊີ ແລະ ສາບານວ່າຢືນຢັດໝັ້ນຄົງອຳນາດເໜືອອັບຮາເຊຍ ແລະ ອອດເຊເຊຍໃຕ້ ສ່ວນ Gamsakhurdia ໄດ້ຖືກປົດໃນການປະຕິວັດລັດຖະປະການໃນປີດຽວກັນ ແລະ ປະເທດໄດ້ຕົກຢູ່ໃນສົງຄາມກາງເມືອງຈົນເຖີງປີ 1995 ອັບຮາເຊຍ ແລະ ອອດເຊເຊຍໃຕ້ໄດ້ຮັບການສະໜັບສະໜູນຈາກລັດເຊຍເຊີ່ງສົ່ງຜົນໃຫ້ໄດ້ຮັບເອກະລາດໂດຍພຶດຕິໄນ ການປະຕິວັດກຸຫຼາບປາສະຈາກເລືອດບັງຄັບໃຫ້ Eduard Shevardnadze ລາອອກໃນປີ 2003 ລັດຖະບານໃໝ່ພາຍໃຕ້ Mikheil Saakashvili ໄດ້ມີນະໂຍບາຍປ້ອງກັນການແຍກຕົວອອກເປັນສາມສາທາລະນະລັດໃນວິກິດ Adjara ປີ 2004 ແຕ່ຄວາມຂັດແຍ້ງຂອງອັບຮາເຊຍ ແລະ ອອດເຊເຊຍໃຕ້ ໄດ້ເຮັດໃຫ້ເກີດສົງຄາມລັດເຊຍ - ຊອກຊີ ປີ 2008 ແລະ ຄວາມຕຶງຄຽດຍັງຄົງດຳເນີນມາເຖີງປັດຈຸບັນ

ຍຸກກ່ອນປະຫວັດສາດ

ອ້າງອີງ

ແຫຼ່ງຂໍ້ມູນອື່ນ

Tags:

ປະເທດຊອກຊີ ປະຫວັດຊື່ປະເທດປະເທດຊອກຊີ ປະຫວັດສາດປະເທດຊອກຊີ ອ້າງອີງປະເທດຊອກຊີ ແຫຼ່ງຂໍ້ມູນອື່ນປະເທດຊອກຊີພິກັດພູມສາດ

🔥 Trending searches on Wiki ລາວ:

ເລໂອນາໂດ ດາ ວິນຊີພາສາຫວຽດນາມລັດຖະບານນະຄອນຫຼວງວຽງຈັນ14 ກັນຍາເງິນແຈອີຣ໌ ໂບໂຊນາໂລລາຍຊື່ສາຂາວິຊາມິສຢູນີເວີຣສລາວວັນຄົບຮອບລັດອິດສະລາມອີຣັກແລະເຣເວນທ໌ລັດປາແລັດສະໄຕແຂວງໄຊຍະບູລີອິນເຕີຣ໌ເນັຕ ໂປຣໂຕໂຄລIntercontinental Cup (ບານເຕະ)ສົມເດັດພະລາຊິນີນາດເອລີຊາແບັດທີ 2 ແຫ່ງສະຫະລາຊະອານາຈັກພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວຈິຣາຍຸ ຕັນຕະກູນເຄມີສາດແຂວງຫຼວງນໍ້າທາພາສາເອເທນŠiprageປະເທດອານບານີປະເທດຟີລິບປິນສະຫະພາບເອີຣົບປະເທດອິດສະລັງໂປເກມອນ20 ຕຸລາເປເລເມືອງເຊໂປນການຄ້າເຍຕິແອຣ໌ໄລນ໌ ຖ້ຽວບິນທີ 69125 ພຶດສະພາຮັກອ່ຳຫຼ່ຳທົ່ງໄຫຫີນຢູທູບປະເທດລາວຊວນ ຫຼີກໄພ1949ວັນນະຄະດີເຮລີກົບແຕຊິນໂຊ ອະເບະໂຮງງານພອນເພັດ ວິຊິດຊົນລະໄຊປະເທດໂບລີວີແຂວງຫົວພັນພິທາ ລິ້ມຈະເຣີນຣັດມິສແກຣນໄທແລນ 2015ລົດວິນເຊັນ ແວນ ໂກະພຸດທະສາສະໜາມາດາກັສກາ (ຮູບເງົາ)ລະບົບມາດຕະຖານຄຳການຜະລິດ, ຕົ້ນທຶນ ແລະ ລາຄາ26 ມີນາ🡆 More