ຄ.ສ. 2006: ປີ

ຄິດສັກກະຫຼາດ 2006 ກົງກັບປີພຸດສັກກະຫຼາດ 2549 ແມ່ນປີປົກກະຕິສຸລະທິນທີ່ວັນທຳອິດເປັນວັດອາທິດຕາມປະຕິທິນເກຣກໍຣຽນ

ເຫດ​ການ

ມັງ​ກອນ

ຄ.ສ. 2006: ເຫດ​ການ, ວັນເກີດ 
ຍານອະວະກາດນິວຮໍໄລຊັອນ ເຊິ່ງຂຶ້ນສູ່ເບື້ອງຟ້າເມື່ອວັນທີ່ 19 ມັງກອນ ແມ່ນຍານອະວະກາດອັນທຳອິດຂອງໂລກ ເຊິ່ງເດີນທາງໄປ ດາວພລູໂຕ.
  • 15 ມັງກອນ - ຍານອະວະກາດສະຕາຣ໌ດັສທ໌ຂອງອົງການນາຊາ ໄດ້ນຳແຄັບຊູນ ເຊິ່ງເກັບໂຕຢ່າງຝຸ່ນດາວຫາງກັບມາສູ່ໂລກ.

ກຸມພາ

  • 10 ກຸມພາ-
    • ທີມບານເຕະທີມຊາດອີຍິບຊະນະເລີດການແຂ່ງຂັນບານເຕະຊິງແຊມປ໌ແຫ່ງຊາດອາຟຣິກາ ຄັ້ງທີ 25 ນະ ສະໜາມກີລານານາຊາດໄຄໂຣ ກຸງໄຄໂຣ ປະເທດອີຍິບ
  • 12 ກຸມພາ - ທີມຟຸດຊອລທີມຊາດຢີ່ປຸ່ນແລະທີມຟຸດຊອລທີມຊາດຮ່ອງກົງຊະນະເລີດການແຂ່ງຂັນຟຸດຊອລນານາຊາດມາເກົ໊າ ນະ ເຂດບໍລິຫານພິເສດມາເກົ໊າ ໂດຍທີມຊາດຊະນະເລີດໃນລະດັບຄັພ ແລະທີມຊາດຮ່ອງກົງຊະນະເລີດໃນລະດັບເພລທ
  • 22 ກຸມພາ - ເກີດເຫດລະເບີດທີ່ມັດສະຍິດອັລ ອິສຄາຣ໌ ໃນປະເທດອິຮັກຈົນເກີດໄຟໄໝ້ ຄາດວ່າເກີດຈາກຄວາມຂັດແຍ້ງລະຫວ່າງນິກາຍ
  • 24 ກຸມພາ -
    • ປະທານາທິບໍດີໂກຣເລຍ ອາໂຣໂຍ ແຫ່ງປະເທດຟິລິບປິນ ໄດ້ປະກາດພາວະສຸກເສີນທົ່ວປະເທດ, ແລະມີຄຳສັ່ງໃຫ້ຈັບກຸມເຈົ້າໜ້າທີ່ທະຫານ ແລະ ປະຊາຊົນທີ່ມີສ່ວນຮ່ວມໃນການວາງແຜນກໍ່ລັດຖະປະຫານ.

ມີນາ

  • 10 ມີນາ - ຍານອະວະກາດມາສຣີຄອນເນດເຊັນອໍບິເຕີ ຂອງອົງການນາຊາ ເຂົ້າສູ່ວົງໂຄຈອນຮອບດາວອັງຄານ.

ເມສາ

  • 2 ເມສາ - ການເລືອກຕັ້ງສະມາຊິກສະພາຜູ້ແທນລາດສະດອນໃນປະເທດໄທ ຄ.ສ. 2006
  • 11 ເມສາ
    • ຍານເວນັສເອັກຊ໌ເພສຂອງອົງການອະວະກາດແຫ່ງສະຫະພາບເອີລົບ ເຂົ້າສູ່ວົງໂຄຈອນຮອບດາວສຸກ.
    • ປະທານາທິບໍດີມາຮ໌ມຸດ ອາຮ໌ມາດີເນຈາດ ແຫ່ງປະເທດອີຣານໄດ້ປະກາດຄວາມສຳເລັດໃນການເສີມສະມັດຖະນະຂອງຢູເລນຽມ ເພື່ອນຳໃຊ້ເປັນເຊື້ອເພີງສຳຫລັບອາວຸດນິວເຄລຍ.

ພຶດສະພາ

  • 27 ພືດສະພາ - ເກີດເຫດແຜ່ນດິນໄຫວຂະໜາດ 6,2 ລິກເຕີ ຢູ່ບໍລິເວນເກາະຊະວາ ເຊິ່ງຢູ່ໃກ້ກັບເມືອງຢັອກຈາກາຕາ, ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຢູ່ໃນປະເທດອີນໂດນີເຊຍກວ່າ 3,700 ຄົນ.

ມິຖຸນາ

  • 5 ມິຖຸນາ - ເຊີເບຍແລະມັອງເຕເນໂກຮ ຖືກຍຸບລົງຢ່າງເປັນທາງການ ພາຍຫຼັງຈາກທັງສອງຊາດ ແຍກໂຕເປັນອິດສະຫຼະ.

ກໍລະກົດ

  • 11 ກໍລະກົດ - ເກີດເຫດລະເບີດຢ່າງຕໍເນື່ອງ ພາຍໃນລົດໄຟຮັບສົ່ງຊານເມືອງ ຢູ່ເມືອງມຸມໄບ, ສູນກາງການຄ້າຂອງປະເທດອິນເດຍ, ເຮັດໃຫ້ມີຜູ້ເສຍຊີວິດບໍ່ຕ່ຳກວ່າ 200 ຄົນ.
  • 12 ກໍລະກົດ - ວິກິດຕະການອິດສະຣາເອນ-ເລບານອນ ຄ.ສ. 2006: ກອງທະຫານຂອງອິດສະຣາເອນບຸກເລບານອນ ເພື່ອຕອບໂຕ້ກັບເຫດການກຸ່ມເຮສະບອນລາຮ໌ ເຊິ່ງລັກພາໂຕທະຫານອິດສະຣາເອນ 2 ຄົນ.
  • 17 ກໍລະກົດ - ເກີດແຜ່ນດິນໄຫວຂະໜາດ 7,7 ລິກເຕີຢູ່ທະເລຕອນໃຕ້ຂອງເກາະຊະວາ, ເຮັດໃຫ້ມີຜູ້ເສຍຊີວິດ, ລວມເຖິງຜູ້ໄດ້ຮັບບາດເຈັບ ແລະຜູ້ບໍ່ມີບ່ອນພັກອາໄສເປັນຈຳນວນຫຼາຍ.

ສິງຫາ

  • 14 ສິງຫາ - ເຫດການວິກິດຕະການອິດສະຣາເອນ-ເລບານອນໄດ້ຜ່ອນຄາຍລົງ, ຫຼັງຈາກທີ່ສະຫະປະຊາຊາດ ມີມະຕິໃຫ້ຍຸຕິສົງຄາມລະຫວ່າງອິດສະຣາເອນ ກັບກຸ່ມເຮສະບອນລາຮ໌ເຊິ່ງຢູ່ໃນເລບານອນ, ເຮັດໃຫ້ກອງກຳລັງຮັກສາສັນຕິພາບສາມາດເຂົ້າໄປປະຈຳການໄດ້.
  • 24 ສິງຫາ - ໃນສະຖານທີ່ປະຊຸມຂອງສະຫະພັນດາລາສາດສາກົນ ໄດ້ມີມະຕິກຳນົດນິຍາມໃໝ່ຂອງດາວເຄາະ, ສົ່ງຜົນໃຫ້ດາວພລູໂຕ ຖືກປົດອອກຈາກການເປັນດາວເຄາະໃນລະບົບສຸລິຍະ ແລະມີສະຖານະພາບເປັນດາວເຄາະຂະໜາດໜ້ອຍ.

ກັນຍາ

  • 19 ກັນຍາ - ເກີດລັດຖະປະຫານໃນປະເທດໄທ ໂດຍຄະນະປະຕິຮູບການປົກຄອງໃນລະບອບປະຊາທິປະໄຕ ອັນມີພະມະຫາກະສັດຊົງເປັນປະມຸກ ນຳໂດຍພົນເອກ ສົນທິ ບຸນຍະລັດກະລິນ ມີການຍົກເລີກການປະກາດສະຖານະການສຸກເສີນຂອງພັນຕຳຫຼວດໂທ ທັກສິນ ຊິນນະວັດ ຮັກສາການນາຍົກລັດຖະມົນຕີ ແລ້ວປະກາດກົດໄອຍະການສຶກ ທົ່ວລາດຊະອານາຈັກ.

ຕຸລາ

ພະຈິກ

  • 5 ພະຈິກ - ສານແຫ່ງປະເທດອີຣັກ ພິພາກສາປະຫານຊີວິດໂດຍການແຂວນຄໍ ອະດີດປະທານາທິບໍດີ ຊາດດາມ ຮຸດເຊັນ ໃນຂໍ້ຫາກໍ່ອາດຊະຍາກຳ ຕໍ່ມະນຸດສະຍະຊາດ.
  • 30 ພະຈິກ - ພາຍຸໄຕ້ຝຸ່ນດູລຽນ ພັດເຂົ້າຖະຫລົ່ມປະເທດຟິລິບປິນ.

ທັນວາ

  • 31 ທັນວາ - ເກີດເຫດລະເບີດໃນບາງກອກຂອງປະເທດໄທ.

ບໍ່ຮູ້ວັນ

  • ມີການຄົ້ນພົບທາດທີ່ຊື່ວ່າອູນອູນອັອກທຽມ.

ວັນເກີດ

ແມ່ແບບ:Further

  • 5 ກໍລະກົດ - ໝ່ອມລາຊະວົງຍິງພຣິມາ ຍຸຄົນ (ຄຸນຍິງຊະພູ) ທິດາຄົນທຳອິດໃນໝ່ອມເຈົ້ານະວະພັນ ຍຸຄົນກັບໝ່ອມອັນວິດາ ຍຸຄົນ ນະ ອະຍຸດທະຍາ
  • 6 ກັນຍາ – ເຈົ້າຊາຍຮີຊາຮີໂຕແຫ່ງອາຊີໂກໂນ

Tags:

ຄ.ສ. 2006 ເຫດ​ການຄ.ສ. 2006 ວັນເກີດຄ.ສ. 2006

🔥 Trending searches on Wiki ລາວ:

ລະດູປະເທດອິຫຣ່ານເມືອງສີໂຄດຕະບອງ11 ທັນວາລັດຖະບານໂຊລສາສະໜາພາມຮູບເງົາລາມົກດັງເຮືອລາດຕະເວນລັດເຊຍມົດສະກູຄິດຕະສະຕະວັດທີ່ 20ຜັດກະເພົາສື່ສັງຄົມພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສວ່າງວັທະນາເຂົ້າໜົມຄົກທອງຄຳຂັ້ນຕອນວິທີສອນໄຊ ສີພັນດອນທຸລະກິດອານາຈັກລ້ານຊ້າງປະເທດມາເລເຊຍທຸງຊາດຍີ່ປຸ່ນສາລີ້ວັນນະຄະດີຊຸບເປີຄອມພິວເຕີພິທີບາສີ-ສູ່ຂັວນປີໃໝ່ລາວເມືອງໄຊທານີອານາຈັກລາວລ້ານຊ້າງໜ້າຫຼັກເຂດສະພານສູງຈູມມະລີ ໄຊຍະສອນໂຫລາສາດປະເທດໂຮນລັງເຂົ້າຫລາມເຂົ້າຈີ່ລົດໄຟລາວ-ຈີນອີແມລເຕະບານໂລກປະເທດອັງກິດLGBTງານບຸນ ແລະ ງານປະເພນີຕ່າງໃນລາວປະເທດເບລາຣຸດຊີພາສາອັງກິດອຳເພີທຸງຊາດລາວເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວພາສາລາແຕງສະຫະລັດອາເມຣິກາປະເທດລາວມາຣີໂອ ດຣາກີຮັກຮ່ວມເພດທອງລຸນ ສີສຸລິດກຸ ວໍຣະວົງສ໌ພາສາລູມານີມະຫາວິທະຍາໄລແຫ່ງຊາດລາວປະເທດໂອຕະລີດສາສະໜາອັກສອນທໍາລ້ານນາເງິນ (ໂລຫະ)ສົງຄາມໂລກຄັ້ງທີສອງ18 ມີນາອຳນາດນິຕິບັນຍັດທິຣານາວິນໂດມີປະເທດເມັກຊິໂກເຂີນໄຟຟ້ານ້ຳເທີນ 2ເທເລີ ສວິຟເອດີແນນິເວດສາດ26 ກຸມພາMinecraft🡆 More