ເບິ່ງໃນສ່ວນບົດຄວາມ
ນົກ ຊ່ວງເວລາທີ່ມີຊີວິດຢູ່: 150–0 Ma PreЄ Є O S D C P T J K Pg N | |
---|---|
ການຈຳແໜກຊັ້ນທາງວິທະຍາສາດ | |
ອານາຈັກ: | Animalia |
ຟີລຳ: | Chordata |
ຟີລຳຍ່ອຍ: | Vertebrata |
(unranked): | Archosauria |
ຊັ້ນ: | Aves Linnaeus, 1758 |
ອັນດັບ | |
ສັດປີກ ຫຼື ນົກ (ລວມເຖິງ ໄກ່, ເປັດ, ຫ່ານ, ໄກ່ຟ້າ, ຫົງ) ຈັດຢູ່ໃນຟີລຳສັດມີແກນສັນຫຼັງ ຊັ້ນ Aves (ລາແຕງ: aves ໝາຍເຖິງ ນົກ) ໂດຍມີລັກສະນະທົ່ວໄປແມ່ນ ເປັນສັດທະວິບາດ ເລືອດອຸ່ນ ອອກລູກເປັນໄຂ່ ລະຍາງຄູ່ໜ້າປ່ຽນແປງໄປເປັນປີກ ມີຂົນນົກ ແລະມີດູກເຊິ່ງເບົາ.
ໃນປັດຈຸບັນທົ່ວໂລກມີນົກຢູ່ປະມານ 8,800 ຫາ 9,800 ຊະນິດ (ຕາມການຈັດອະນຸກົມວິທານທີ່ຕ່າງກັນ) ເຊິ່ງນັບວ່ານົກເປັນຊັ້ນຂອງສັດມີດູກສັນຫຼັງທີ່ມີຄວາມຫຼາກຫຼາຍຫຼາຍທີ່ສຸດ ໃນບັນດາຊັ້ນຂອງສັດມີດູກສັນຫຼັງທັງຫຼາຍທີ່ອາໄສຢູ່ເທິງພື້ນດິນ. ຄວາມຫຼາກຫຼາຍຂອງນົກນັບເນື່ອງໄປຕັ້ງແຕ່ໃນເລື່ອງຂອງຂະໜາດໂຕ ສີສັນ ສຽງຮ້ອງ ອາຫານການກິນ ແລະຖິ່ນທີ່ຢູ່ອາໄສ.
ນົກເປັນສັດເຊິ່ງມີຄວາມສຳຄັນຫຼາຍທັງຕໍ່ລະບົບນິເວດແລະຕໍ່ຊີວິດມະນຸດ. ຄວາມສຳພັນລະຫວ່າງຄົນກັບນົກເປັນໄປຢ່າງແໜ້ນແຟ້ນ ແລະການເກື້ອກູນກັນລະຫວ່າງນົກກັບສັບພະສິ່ງຕ່າງໆ ຕາມທຳມະຊາດກໍເປັນໄປຢ່າງແນບແໜ້ນ. ຄັນບໍ່ມີນົກ ຄືຊິເປັນເລື່ອງຍາກທີ່ຈະຈິນຕະນາການເຖິງການດຳລົງຢູ່ຕໍ່ໄປຂອງຊີວະພາກໃບນີ້.
This article uses material from the Wikipedia ລາວ article ສັດປີກ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.