ເມືອງປາກແບ່ງ

ປາກແບງເປັນເມືອງນ້ອຍໆ ແຕ່ໜ້າຢູ່ ຕົວເມືອງຢູ່ໂນນພູ ຈຸດທີ່ແມ່ນ້ຳຂອງ ແລະ ແມ່ນ້ຳແບງ ໄຫລມາບັນຈົບກັນ ເປັນສູນກາງຂອງການແລ່ນເຮືອ ທີ່ສຳຄັນຂອງແມ່ນ້ຳຂອງ ຢູ່ລະຫວ່າງເສັ້ນທາງແລ່ນເຮືອຂອງຫລວງພະບາງ-ຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ເສັ້ນທາງແລ່ນເຮືອໄປຍັງແຂວງອຸດົມໄຊ ແລະ ຫລວງນ້ຳທາ ຊາວບ້ານສ່ວນໃຫຍ່ ຈະອາໄສຢູ່ເທິງໂນນພູ ດຳລົງຊີວິດທີ່ລຽບງ່າຍ ຈະມີໂຮງແຮມ, ຮ້ານຄ້າ, ຮ້ານອາຫານ ຢ່າງຫລວງຫລາຍໄວ້ຄອຍຖ້າ ບໍລິການນັກທ່ອງທ່ຽວ ແລະ ບໍລິການເຮືອໄປຍັງຫລວງພະບາງ.

ປະຈຸບັນປາກແບງ ນັບເປັນເມືອງທ່ອງທ່ຽວໃໝ່ ຂອງລາວ ທີ່ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວ ເພາະການເດິນທາງໄປຕາມສາຍນ້ຳຂອງສາມາດເດິນທາງໄດ້ຕະຫລອດປີ ຕັ້ງແຕ່ໃນຊ່ວງລະດູຝົນ ເຖິງກາງລະດູໜາວ ລະດັບນ້ຳຂ້ອນຂ້າງສູງ ສອງຟາກຝັ່ງຈະຂຽວຂະຈີ ໄປດ້ວຍຕົ້ນໄມ້ນ້ອຍໃຫຍ່ ຖ້າມາຊ່ວງທ້າຍລະດູໜາວ ອາກາດຈະເຢັນສະບາຍ ນ້ຳເລີ່ມຫລຸດລະດັບລົງ ຈະເຮັດໃຫ້ເຫັນເກາະແກ່ງຫລວງຫລາຍໃຊ້ເວລາເດິນທາງດົນກວ່າ ແຕ່ຈະໄດ້ເຫັນຫາດຊາຍຂອງສອງຟາກຝັ່ງທີ່ສວຍງາມດ້ວຍ ບໍລິເວນປາກແບງ ຈະເປັນສູນກາງຂອງການທ່ອງທ່ຽວໃນແຂວງອຸດົມໄຊ ເພາະເປັນຈຸດເຄິ່ງກາງຂອງການແລ່ນເຮືອ ຈາກຫ້ວຍຊາຍ ແຂວງບໍ່ແກ້ວ ມາເຖິງ ເມືອງຫລວງພະບາງ ທີ່ພັກສ່ວນໃຫຍ່ ຈະຢູ່ບໍລິເວນທ່າເຮືອ ຈະເປັນບ້ານພັກນ້ອຍໆ ຢູ່ແບບລຽບງ່າຍ ລາຄາຍ່ອມເຍົາ ແຕ່ຖ້າຕ້ອງການຄວາມສະດວກສະບາຍຂຶ້ນກໍຕ້ອງໃຊ້ບໍລິການຂອງຫລວງໄຊລອດ ພາຍໃນຫ້ອງຈະຕົບແຕ່ງດ້ວຍໄມ້ທັງຫລັງ ມີບານປ່ອງຢ້ຽມ ທີ່ອອກແບບມາໃຫ້ເປີດຮັບລົມທຳມະຊາດໄດ້ ສາມາດຊົມທິວທັດຂອງລຳນ້ຳຂອງໄດ້ ມີອາຫານໃຫ້ບໍລິການທັງອາຫານເຊົ້າ ແລະ ອາຫານຄ່ຳ ມີການສະແດງຂອງຊົນເຜົ່າຕ່າງໆ.

Tags:

🔥 Trending searches on Wiki ລາວ:

ສັນຕິພາບຊົນເຜົ່າໃນລາວພາສາເຢຍລະມັນລັດຖະບານປະເທດສະໂລວາກີ3 ພະຈິກ8 ກັນຍາປະເທດລາວອະໄວຍະວະເພດການຂະຫຍາຍໂຕທາງເສດຖະກິດອາຫານລາວໂດນັນ ທຣັມປ໌ຊີວະປະຫວັດບິກແບງມະຫາວິທະຍາໄລແຫ່ງຊາດລາວລັດຄະລາວາດສົມເດັດພະມະຫິຕະລາທິເບດ ອະດຸນຍະເດດວິກົມ ພະບໍລົມລາຊະຊະນົກນິທານພະເວດສັນດອນພາສາຝຣັ່ງດຸນຍະພາບເສດຖະກິດ30 ກັນຍາສາທາລະນະສົມບັດປະເທດເວລສ໌ໂມງເອກະພົບສະຖິຕິສາດທັນວາເມືອງປະເທດການາດາຮູບເງົາພາສາອີສະແລນສະກາໂຕໜັງສືເກຣັກປ່າດົງດິບ.glຈັກກະວັດແຂວງສາລະວັນປະເທດອິນເດຍ18 ກຸມພາພະທາດໂພ່ນໄອໂຟນສົງຄາມຫວຽດນາມແດຣີ ຄວີນຖ້ຳນົກແອ່ນ(ຖ້ຳນາງແອ່ນ)16 ເມສາສະໂມສອນບາເຢິນ ມິວນິກການຂັບລຳປະເທດມອນເຕເນໂກຣປະເທດກົວເຕມາລາຄວາມເປັນມາຂອງໂລກຂົວມິດຕະພາບ ລາວ-ໄທ ແຫ່ງທີສອງຄຳກຳມະຄັງ ຊຶນ-ກີພາສາລູມານີເມືອງໃໝ່ປະຊາທິປະໄຕອັນມີພະມະຫາກະສັດເປັນປະມຸກແຫ່ງຊາດຊີວິດ2 ເມສາ25 ຕຸລາ11 ກຸມພາໜູຮັກ ພູມສະຫວັນອຳນາດຕຸລາການແຄນ🡆 More