ລາວ ມິວສິກ ອາວອດ

ປະກາດ​ກຽດ​ຕິ​ຍົດ​ໃຫ້​ແກ່​ບັນດາ​ນັກ​ປະພັນ​ເພງ, ນັກ​ສິລະ​ປິນ ທີ່​ໄດ້​ສ້າງ​ຜົນງານ​ອອກ​ສູ່​ສັງຄົມ ​ເພື່ອ​ໃຫ້​ຜູ້​ສ້າງສັນ​ຜົນງານ​ເພງ, ນັກ​ສິລະ​ປິນ​ ໄດ້​ມີ​ໂອກາດ​ສະ​ເໜີ​ຜົນງານ ​ທີ່​ມີ​ຄຸນ​ນະພາ​ບອອກ​ສູ່​ສາຍຕາ​ມະຫາຊົນ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ທັງເປັນ​ເວ​ທີ​ການສະ​ແດງ​ ທາງ​ດ້ານ​ສິລະ​ປະ ວັນນະຄະດີ​ ທີ່​ເປັນ​ເອກະລັກ​ຂອງ​ຊາດ​ລາວ ​ແລະ ດົນຕີ​ລາວ,​ສາກົນ ທັງ​ເປັນ​ການ​ສົ່ງເສີມ​ສິລະ​ປະ ວັດ​ທະນະ​ທຳ​ລາວ ​ອີກ​ດ້ວຍ.

ສຳລັບ​ລາງວັນ ລາວ​ມິ​ວສິກ​ອະ​ວອດ 2008 ນີ້ ປະກອບ​ມີ 14 ລາງ ວັນຄື: ອາ​ລະ​ບ້ຳ​ຜົນງານ​ເພງ​ດີ​ເດັ່ນ​ແຫ່ງ​ປີ, ​ເພງ​ຍອດ​ນິຍົມ​ແຫ່ງ​ປີ, ສິ ລະ​ປິນຍອດ​ນິຍົມ​ແຫ່ງ​ປີ, ສິລະ​ປິນ ຊາຍ​ດ່ຽວ​ດີ​ເດັ່ນ, ສິລະ​ປິນຍິງ​ດ່ຽວ ດີ​ເດັ່ນ, ສິລະ​ປິນຄູ່​ ຫລື​ ກຸ່ມດີ​ເດັ່ນ, ສິລະ​ປິນໜ້າ​ໃໝ່​ດີ​ເດັ່ນ, ນັກ​ຮ້ອງ​ເພງ​ລູກ​ທົ່ງ​ບ້ານ​ນາ, ນັກ​ຮ້ອງ​ຂັບ​ລຳ​ດີ​ເດັ່ນ, ນັກ​ຮ້ອງ​ເພງ ປ໊ອບ (POP) ດີ​ເດັ່ນ, ນັກ​ຮ້ອງ​ເພງ ຣ໋ອກ (Rock) ດີ​ເດັ່ນ, ຮິບ​ຮອບ (HIP-HOP) ດີ​ເດັ່ນ, ນັກ​ຜະລິ​ດ ເພງ​ ​ແລະ ນັກ​ປະພັນ​ເພງ​ດີ​ເດັ່ນ ໂດຍ​ຈະ​ໃຫ້​ລາງວັນ​ ຕາມ​ຈາກ​ການ​ໃຫ້​ຄະ​ແນນ​ ຂອງ​ຜູ້​ຊົງ​ຄຸນ​ວຸດ​ທິທາງ​ຕົນ​ຕີ ໂດຍ​ມີ ບໍລິສັດ KPMG ຈຳກັດ ເປັນ​ຄົນ​ກາງ​ຮວບ​ຮວມຄະ​ແນນ​ທັງ​ໝົດ, ການ​ໂຫວດ​ຈາກ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ການ​ສົ່ງ​ສະຫລາກ​ຜະລິດ​ຕະພັນ​ ຂອງ​ຜູ້​ສະໜັບສະໜູນ ​ແລະ ການ​ໂຫວດ​ຜ່ານ​ໂທລະສັບ​ມື​ຖື ຊຶ່ງຈະ ເລີ່ມຮັບ​ໃບ​ສະໝັກ​ຈາກ​ບັນດາ​ຄ້າຍ​ເພງ, ນັກ​ຜະລິດ​ ແລະ ນັກປະພັນ​ເພງ

Tags:

🔥 Trending searches on Wiki ລາວ:

ພະທາດສີໂຄດຕະບອງການເສຍກຸງສີອະຍຸດທະຍາຄັ້ງທຳອິດວັດພຣະສຣີຣັຕນະສາສດາຣາມອາຊີອະພິສິດ ເວດຊາຊີວະພຣະຣາຊອານາຈັກລາວຫມາຍເລກໄອພີຢີນລິງລົມຄອບຄົວເສດຖາ ທະວີສິນພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສວ່າງວັທະນາຜຸຍ ຊະນະນິກອນ210 ອິຊາເບລລາໂມງພາສາລັດເຊຍລາວຄຳ (ພາສາສາດ)ສາທາລະນະລັດແຂວງຈຳປາສັກມະນຸດພະເຈົ້າຟ້າງຸ່ມອາຊີຕາເວັນອອກສຽງໃຕ້3 ມີນາການສູ່ຂວັນສີ ຈິ້ນຜິງBulgariaເມືອງປາກເຊແອລປ໌ປະເທດແຟງລັງແມ່ນ້ຳໄນລ໌ຈັງຫວັດສຸໂຂໄທຈັງຫວັດພິສະນຸໂລກໝາກໄມ້ປະເທດເອຢິບໂທລະສັບສະຫະລັດຈັງຫວັດຊຽງໃໝ່ປະເທດເມັກຊິໂກປະຕູໄຊຈິດຢິວອາຫຼັບຈັງຫວັດອຸຕະຣະດິດນັກການເມືອງເຄື່ອງດື່ມພຸດທະສາສະໜາຈັງຫວັດນ່ານປະເທດຈີນພູມສາດປະຍຸດ ຈັນໂອຊາໂທໂຮໂປຣເຈັກວະລາດີມີຣ໌ ປູຕິນພາສາປອກຕຸຍການລື້ປາຣີສັດລ້ຽງລູກດ້ວຍນ້ຳນົມວັດທະນະທຳການຮ່ວມເພດ17 ມີນາເຂົ້າຈ້າວຍິວວິທະຍາໄລຂອງເຢຣູຊາເລັມວິກິພີເດຍພາສາລາວອານາຈັກຣັດຕະນະໂກສິນຈັງຫວັດພູເກັດທົ່ງໄຫຫີນໄກສອນ ພົມວິຫານຈັງຫວັດພະນະຄອນສີອະຍຸທະຍາປະເທດອາກເມນີ🡆 More