ພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສວ່າງວັທະນາ

ພຣະບາດສົມເດັດພຣະເຈົ້າເຊດຖາຂັດຕິຍະວົງສາ ພຣະມະຫາສີສວ່າງວັດທະນາ (ຄຳເຄົ້າ: ພຣະບາທສົມເດັຈພຣະເຈົ້າເຊສຖາຂັຕິຍວົງສາ ພຣະມຫາສຣີສວ່າງວັທນາ) ຫຼື ເຈົ້າມະຫາຊີວິດສີສວ່າງວັດທະນາ (ຄຳເຄົ້າ: ເຈົ້າມຫາຊີວິຕສຣີສວ່າງວັທະນາ) ຊົງເປັນພຣະມະຫາກະສັດອົງສຸດທ້າຍແຫ່ງຣາຊອານາຈັກລາວ ກ່ອນທີ່ຈະຖືກຝ່າຍພວກປະຕິວັດລາວ ຍຶດອຳນາດປ່ຽນແປງການປົກຄອງ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນ ຄ.ສ 1975 ສະເດັດພຣະຣາຊສົມພົບເມື່ອວັນທີ່ 13 ພະຈິກ ຄ.ສ 1907 ໂດຍຊົງເປັນພຣະຣາຊໂອຣົດ ໃນ ພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສວ່າງວົງສ໌ ກັບ ສົມເດັດພຣະຣາຊິນີອັກຄະມະເຫສີຄຳອຸ່ນ.

ພຣະອົງອະພິເສກ ກັບ ພຣະຣາຊິນີເຈົ້າຟ້າຄຳຜຸຍ ເມື່ອວັນທີ່ 7 ສິງຫາ ຄ.ສ 1930 ຊົງມີພຣະຣາຊໂອຣົດທິດາລວມ 7 ພຣະອົງ ຄື:

  • ເຈົ້າຟ້າຊາຍອົງຄ໌ມົງກຸດາຣາຊກຸມານວົງສວ່າງ (Prince Royal Vong Savang, 27 ກັນຍາ ຄ.ສ 1931 - ມັງກອນ ຄ.ສ 1980)
  • ເຈົ້າຟ້າຊາຍສີສວ່າງ (Prince Sisavang Savang, ທັນວາ ຄ.ສ 1935 - ຄ. ສ 1978)
  • ເຈົ້າຟ້າຊາຍສວ່າງ (Prince Savang)
  • ເຈົ້າຟ້າຊາຍໂສຣະຍະວົງສ໌ (Prince Sauryavong Savang, 22 ມັງກອນ ຄ.ສ 1937–2 ມັງກອນ ຄ.ສ 2018)
  • ເຈົ້າຟ້າຍິງສວີວັນ (Princesse Savivanh Savang, ຄ.ສ 1933 - 4 ມັງກອນ ຄ.ສ 2007)
  • ເຈົ້າຟ້າຍິງທາຣາ (Princesse Thara Savang, 10 ມັງກອນ ຄ.ສ 1935 - 14 ເມສາ ຄ.ສ 2006)
ພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສວ່າງວັທະນາ
Dynastyລາຊະວົງອານາຈັກລ້ານຊ້າງຫຼວງພະບາງ
ເຈົ້າມະຫາຊີວິດ
– ຕຳແໜ່ງໃນນາມ –
ລາຊະວົງລ້ານຊ້າງຫຼວງພະບາງ
ພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສວ່າງວັທະນາ
ເຈົ້າສຸລິຍະວົງ
ເຈົ້າຈັນສຸກ ສຸກທາລາ
  • ເຈົ້າຟ້າຍິງມະນີໄລ ພະວໍລະຊາຢາຯ
    • ເຈົ້າທັນຍະວົງ ສະຫວ່າງ
    • ເຈົ້າສິລານະວົງ ສະຫວ່າງ
    • ເຈົ້າອະນຸລາຊະວົງ ສະຫວ່າງ
    • ເຈົ້າມະນີໂສພັນ ສະຫວ່າງ
    • ເຈົ້າສະຫວີນາລີ ສະຫວ່າງ
    • ເຈົ້າມະນີລາມາ ສະຫວ່າງ

26 ພະຈິກ ຄ.ສ 1975 ພຣະເຈົ້າມະຫາຊີວິດສີສວ່າງວັດທະນາ ຊົງສລະຣາຊບັນລັງ ກ່ອນການສະຖາປະນາ ສປປລາວ 1 ອາທິດ ຫຼັງຈາກນັ້ນພຣະອົງ ຍັງຄົງປະທັບ ທີ່ພະຣາຊວັງຫຼວງພຣະບາງຕາມເດີມ ຈົນກະທັ້ງ ຄ.ສ 1977 ພຣະອົງຖືກຣັຖບານລາວ ສົ່ງຕົວໄປທີ່ຄ້າຍສຳມະນາ ທີ່ເມືອງວຽງໄຊ ພ້ອມກັບພຣະຣາຊວົງສ໌ ດ້ວຍຂໍ້ຫາວ່າຊົງກ່ຽວຂ້ອງກັບພວກ "ປະຕິການ" ແລະ ສະເດັດສວັນຄົດ ເມື່ອປະມານ ຄ.ສ 1978 ຫຼື ຄ.ສ 1984 ໃນເຣື່ອງນີ້ຣັຖບານ ສປປລາວ ບໍ່ເຄີຍເປີດເຜີຍ ເຣື່ອງການສວັນຄົດ ຂອງພຣະອົງຄ໌ແຕ່ປະການໃດເລີຍ.

ອ້າງອີງ

ນັກຂ່າວຊາວຣັດເຊຍໄດ້ຂຽນລາຍລະອຽດ ແລະ ເຮັດເປັນປຶ້ມ ພາສາຣັດເຊຍ ແລະ ພາສາອັງກິດ ໄດ້ອ່ານທີ່ຫໍສະມຸດເລນິນ ເມືອງຕາສະເກັນ ປີ 1991 ຖ້າໃຜໄປທີ່ນັ້ນ ລອງຊອກລາຍລະອຽດຕື່ມເດີ

Tags:

ພະນາງຄຳຜຸຍເຈົ້າມະຫາຊີວິດສີສະຫວ່າງວົງ

🔥 Trending searches on Wiki ລາວ:

ປະເທດຕຸຣກີເມືອງສີສັດຕະນາກລາຍຊື່ປະເທດຮຽງຕາມຈຳນວນປະຊາກອນປະລະມານູ.irປະເທດໂຄໂຊໂວສະຫະລາຊະອານາຈັກປະເທດມານຕາເນື້ອຫາເສລີປະຕິທິນພິ່ນອິ່ນເສດຖະສາດມະຫາພາກຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດພັດທະຍາທຳມະຊາດສະຫະພັນສາທາລະນະລັດສັງຄົມນິຍົມໂຊວຽດລັດເຊຍປະເທດບວກກິນາຟາໂຊປະເທດລາວປະເທດອາແຊກໄບຊານພະລັງງງານແສງຕາເວັນວິສາຂະບູຊາໜ້າຫຼັກສັງຄົມສາດອາຫານລາວພາສີວັນອັງຄານວິກິພີເດຍພາສາອັງກິດທົ່ງໄຫຫີນຄຳນາມປະສົມອາທິດສັກສິດແຂວງຫຼວງນໍ້າທາເຄື່ອງໝາຍຊາດລາວແຂວງສະຫວັນນະເຂດຕຳລາໄຕມຸມພາສາອິຕາລີງານບຸນ ແລະ ງານປະເພນີຕ່າງໃນລາວລາຍຊື່ນາຍົກລັດຖະມົນຕີລາວສິ້ນພູມສາດແຂວງຈຳປາສັກພາສາລາແຕງເພລສະເຕຊັນ 2ISO 4217ສັດປີກພະສັນຕະປາປາອາຫານປະເທດຮົງກາລີຮູບເງົາພະຍັນຊະນະເງິນກີບປະເທດເຢຍລະມັນໂທວໂຮວໂປຣເຈັກຈັງຫວັດປະຈວບຄີລີຂັນກາບກອນດາວສຸກການເມືອງບຸນອອກພັນສາ ປະວໍລະນາວະລາດີມີຣ໌ ປູຕິນປະເທດການາດາ11 ພຶດສະພາສົມເດັດພະສັນຕະປາປາເບເນດິກທີ່ 16ປະລິມານເງິນຊົນເຜົ່າໃນລາວວິທະຍາສາດເດວິດ ວູດາດສາສະໜາຊູດາຮູບສາມແຈນ້ຳຕົກຕາດຄອນພະເພັງຄິດຕະສະຕະວັດທີ່ 20ກີລາສຸພານຸວົງປະເທດປາກິດສະຖານດາລາສາດ13 ເມສາ🡆 More