ນິວຊີແລນດ໌ (New Zealand) ຫຼື Aotearoa ໝາຍເຖິງດີນແດນເມຖະຍາວ ສີຂາວ ຫຼື Niu Tirenio ເຊິ່ງເປັນການທັບສັບຈາກພາສາອັງກິດ ແມ່ນປະເທດເກາະເຊິ່ງຕັ້ງຢູ່ມະຫາສະໜຸດປາຊີຟິກ ທາງຕາເວັນຕົກສຽງໃຕ້ ແລະ ປະກອບດ້ວຍ 2 ເກາະໃຫຍ່ແມ່ນ ເກາະເໜືອ ແລະ ເກາະໃຕ້ ນອກນັ້ນ ກໍ່ຍັງມີເກາະນ້ອຍ ໆ ອີກ ແລະ ມີນະຄອນຫຼວງຊື່ເວວລິງຕັນ.
ນູແວນເຊລັງແມ່ນປະເທດທີ່ຢູ່ຫ່າງໄກຈາກປະເທດອື່ນຫຼາຍທີ່ສຸດ ປະເທດທີ່ຢູ່ໃກ້ທີ່ສຸດແມ່ນອົດສະຕາລີ ເຊິ່ງຕັ້ງຢູ່ທາງຕາເວັນຕົກສຽງເໜືອຂອງເກາະໃຫຍ່ 2.000 ກິໂລແມັດ ໂດຍມີທະເລແທສມັນຂັ້ນກາງ ແຜ່ນດິນທີ່ຕິດທາງດ້ານໃຕ້ແມ່ນທະວີບອັງຕາກຕິກ ແລະທາງເໜືອນູແວນກາເລໂດນີ ຟີຈີແລະຕົງກາ.
ນິວຊີແລນ New Zealand (ອັງກິດ) Aotearoa (ມາວຣີ) | |
---|---|
ເມືອງຫຼວງ | ເວລລິງຕັນ 41°18′S 174°47′E / 41.300°S 174.783°E |
ເມືອງໃຫຍ່ທີ່ສຸດ | ອັອກແລນ2,3 |
ພາສາລັດຖະການ | ພາສາອັງກິດ ພາສາມາວຣີ ພາສາມື4 |
ການປົກຄອງ | ລັດດຽວ ລະບົບລັດຖະສະພາ ລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ |
• ກະສັດ | ສົມເດັດພຣະເຈົ້າຊາລສ໌ທີ່ 3 |
• ຜູ້ສຳເລັດລັດຖະການ | ຊິນດີ້ ຄິໂຣ |
• ນາຍົກລັດຖະມົນຕີ | ຈາຊິນດາ ອາຣ໌ເດີຣ໌ນ |
ສະພານິຕິບັນຍັດ | ລັດຖະສະພາ (ສະພາຜູ້ແທນລາຊະດອນ) |
ເອກະລາດ ຈາກ ສະຫະຣາຊອານາຈັກ | |
• ປະເທດໃນເຄືອຈັກກະພົບ | 26 ກັນຍາ 19075 |
1.6 | |
ປະຊາກອນ | |
• ເມສາ 2024 ປະມານ | 5,195,590 (121) |
• ສຳມະໂນປະຊາກອນ 2018 | 4,699,755 |
GDP (ອຳນາດຊື້) | 2020 (ປະມານ) |
• ລວມ | $205.541 ຕື້ |
• ຕໍ່ຫົວ | $41,072 (29) |
GDP (ລາຄາຕະຫຼາດ) | 2563 (ປະມານ) |
• ລວມ | $193.545 ຕື້ |
• ຕໍ່ຫົວ | $38,675 (23) |
ຈີນີ (2562) | 33.9 ປານກາງ |
HDI (2019) | 0.931 ສູງຫຼາຍ · 14 |
ສະກຸນເງິນ | ໂລລານິວຊີແລນ (NZD) |
ເຂດເວລາ | UTC+12 (NZST6) |
• ລະດູຮ້ອນ (ເວລາອອມແສງ) | UTC+13 (NZDT (ກັນຍາ - ເມສາ)) |
ຂັບລົດດ້ານ | ຊ້າຍມື |
ລະຫັດໂທລະສັບ | 64 |
ລະຫັດອິນເຕີເນັດ | .nz |
ນູແວນເຊລັງເຄີຍເປັນຫົງເມືອງຂອງອັງກິດດ້ວຍສົນທິສັນຍາ ໄວທັງກິ (Treaty of Waitangi) ເມື່ອປີ ຄ.ສ. 1840 ເຊິ່ງສັນຍາໄວ້ວ່າຈະໃຫ້ອິສະລະພາບໃນການປົກຄອງຕົນເອງ (complete chieftainship/tino rangatiratanga) ແກ່ຊາວມາວຣີຜູ້ເປັນຊາວພື້ນເມືອງຂອງປະເທດ. ໃນປະຈຸບັນຄວາມໝາຍທີ່ແນ່ນອນຂອງສົນທິສັນຍານີ້ຍັງຄົງແມ່ນຂໍ້ຜິດພາດ ແລະຍັງຄົງເປັນເລື່ອງທີ່ກໍ່ໃຫ້ເກີດການແບ່ງແຍກແລະຄວາມບໍ່ພໍໃຈ ແຕ່ປີ ຄ.ສ. 1840 ນູແວນເຊລັງໄດ້ພັດທະນາຢ່າງຕໍ່ເນື່ອງ ຈົນເປັນປະເທດອິດສະລະທີ່ມີລັດທະສະພາໃນລະບອບປະຊາທິປະໄຕ ແລະຢູ່ພາຍໃຕ້ພະມະຫາກະສັດຂອງກະສັດແຫ່ງນູແວນເຊລັງ ເຊິ່ງເປັນພະມະຫາກະສັດພະອົງດຽວກັບປະເທດອື່ນໃນເຄືອຈັກກະພົບ. ນູແວນເຊລັງຮັບຜິດຊອບການຕ່າງປະເທດຂອງໝູ່ເກາະຄຸກແລະນີອູອີ ເຊິ່ງປົກຄອງຕົນເອງ ແລະປົກຄອງ ໂຕເກເລົາເປັນເມືອງຂື້ນ.
ເນື້ອທີ່ສ່ວນໃຫຍ່ຂອງນູແວນເຊລັງມີພູມອາກາດອົບອຸ່ນ ແລະພູມິປະເທດມີຄວາມຫຼາກຫຼາຍແລະສວຍງານ ເສດຖະກິດຂອງນູແວນເຊລັງເນັ້ນການຄ້າ ໂດຍມີພື້ນຖານຈາກກະສິກຳ ຊາວນູແວນເຊລັງໂດຍທົ່ວໄປມັກການເດີນທາງ ແລະສະໜັບສະໜູນການຮ່ວມມືກັນລະຫວ່າງປະເທດແລະສິ່ງແວດລ້ອມ ກິດຈະກຳພາຍນອກ ແມ່ນກິດຈະກຳທີ່ນິຍົມກັນໂດຍສະເພາະກິລາຕ່າງໆຄື ຣັບບີ້ ຄຣິກເກັດ ແລະເບສບອນ ລວມເຖິງກິລາເອັສຕຣີມສະປອດແລະການຍ່າງມາຣາທອນ.
ຄຳວ່າ ນູແວນເຊລັງ ໃນພາສາອັງກິດແມ່ນ New Zealand "ນິວຊີແລນ". ຄຳໃນພາສາລາວມາຈາກຊື່ປະເທດໃນພາສາຝະລັ່ງແມ່ນ Nouvelle-Zélande ເຊິ່ງແປວ່າ "ເຊລັງໃໝ່" (ນູແວນ "Nouvelle" ແປວ່າ ໃໝ່) ສ່ວນຄຳວ່າ ເຊລັງ (Zélande) ມາຈາກຄຳວ່າ Zeeland ໃນພາສາໂຮນລັງ ເຊິ່ງເປັນແຂວງໜຶ່ງຂອງປະເທດໂຮນລັງ ເຫດທີ່ມີຊື່ກ່ຽວຂ້ອງກັບແຂວງຂອງໂຮນລັງກໍຍ້ອນວ່ານັກສຳຫຼວດຊາວໂຮນລັງຊື່ວ່າ Abel Tasman ເປັນຊາວຕາເວັນຜູ້ທຳອິດທີ່ຄົ້ນພົບນູແວນເຊລັງ. ຫຼັງຈາກນັ້ນ ນັກສຳຫຼວດຊາວອັງກິດຊື່ ເຈມ ຄຸກ (James Cook) ກໍໄດ້ປ່ຽນການສະກົດແບບໂຮນລັງໃຫ້ເຂົ້າກັບການສະກົດແບບພາສາອັງກິດ.
ປະເທດນູແວນເຊລັງມີປະຊາກອນປະມານ 4,401,916 ຄົນ (ກວດສອບເມື່ອປີ ຄ.ສ. 2014).
ຊາວນູແວນເຊລັງສ່ວນຫຼາຍເວົ້າພາສາອັງກິດເປັນພາສາແມ່ ໂດຍເປັນພາສາທີ່ເວົ້າໂດຍ 98% ຂອງປະຊາກອນປະເທດ. ພາສາອັງກິດສຳນຽງນູແວນເຊລັງມີລັກສະນະຄ້າຍຄຶງກັບພາສາອັງກິດສຳນຽງອົດສະຕາລີ ຍ້ອນວ່າທັງສອງມີປະຫວັດຄວາມເປັນມາທີ່ໃກ້ຄຽງກັນ.
ນອກຈາກພາສາອັງກິດ ພາສາທີ່ເວົ້າອີກພາສານຶ່ງແມ່ນພາສາມາວຣີ ແມ່ນພາສາຂອງຊາວພື້ນເມືອງມາວຣີ ເຊິ່ງເປັນຜູ້ຢູ່ອາໄສກ່ອນທີ່ຊາວອັງກິດອົບພະຍົບມາຢູ່ນູແວນເຊລັງ. ມີຊາວພື້ນເມືອງມາວຣີທັງໝົດ 599,000 ຄົນ ແຕ່ມີຜູ້ເວົ້າພາສາມາວຣີປະມານ 148,000 ພາຍໃນປະເທດ (ປີ ຄ.ສ. 2013) ແລະ ມີ 100,000 ຄົນທີ່ອ້າງວ່າຕົນຟັງອອກແຕ່ເວົ້າບໍ່ໄດ້ (ປີ ຄ.ສ. 1995).
ວັດທະນະທຳຂອງປະເທດນູແວນເຊລັງສ່ວນຫຼາຍມີຮາກເຫງົ້າມາຈາກຮີດຄອງປະເພນີຂອງຊາວອັງກິດແລະຊາວເອີລົບອື່ນ ໆ ເຊິ່ງປະສົມປະສານດ້ວຍປະເພນີຂອງຊາວມາວລີແລະຊາວໂປລີເນຊີ.
This article uses material from the Wikipedia ລາວ article ປະເທດນິວຊີແລນດ໌, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.