ທະວີບອັງຕາກຕິກ: ທະວີບ

ອັງຕາກຕິກ (ອັງກິດ: Antarctica   /æntˈɑːrktɪkə/) ເປັນທະວີບທີ່ຢູ່ໃຕ້ທີ່ສຸດຂອງ ໂລກ ຕັ້ງຢູ່ໃນພາກພື້ນອັງຕາກຕິກໃນຊີກໂລກໃຕ້ ແລະ ເປັນທີ່ຕັ້ງຂົ້ວໂລກໃຕ້ທາງພູມສາດ ເກືອບທັງໝົດຢູ່ໃນວົງມົນອັງຕາກຕິກ ແລະ ອ້ອມຮອບດ້ວຍມະຫາສະໝຸດໃຕ້ ມີພື້ນທີ່ປະມານ 14 ລ້ານຕາລາງກິໂລແມັດ ເປັນທະວີບທີ່ໃຫຍ່ເປັນອັນດັບ 5 ຂອງໂລກ ໃຫຍ່ກວ່າທະວີບອົດສະຕຣາລີເຖິງ 2 ເທົ່າ ພື້ນທີ່ 98% ຂອງທະວີບປົກຄຸມດ້ວຍນ້ຳກ້ອນໜາສະເລ່ຍ 1.9 ກິໂລແມັດ ເຊິ່ງກວມເອົາພື້ນທີ່ທັງໝົດເວັ້ນແຕ່ສ່ວນເໜືອສຸດຂອງແຫຼມອັງຕາກຕິກ.

ອັງຕາກຕິກ
Antarctica
ທະວີບອັງຕາກຕິກ: ທະວີບ
ພື້ນທີ່14,107,637 ຕລ.ກມ. (ອັນດັບທີ 5)
ໂດຍ 280,000 ຕລ.ກມ. ປາສະຈາກນ້ຳກ້ອນ
ປະຊາກອນ≈135 ຄົນ (ຖາວອນ)
≈5,000 (ຊົ່ວຄາວ)
(ອັນດັບທີ 7)
ເດມະນິມຊາວອັງຕາກຕິກ (Antarctican)
ປະເທດ
ເຂດເວລາເບິ່ງທີ່ ເວລາໃນທະວີບອັງຕາກຕິກ
ໂມເມນລະດັບເທິງສຸດ.aq
ເມືອງໃຫຍ່
ທະວີບອັງຕາກຕິກ: ທະວີບ
ພາບຖ່າຍດາວທຽມຂອງທະວີບອັງຕາກຕິກ

ໂດຍຄ່າສະເລ່ຍແລ້ວອັງຕາກຕິກເປັນທະວີບທີ່ໜາທີ່ສຸດ ແຫ້ງແລ້ງທີ່ສຸດ ລົມແຮງທີ່ສຸດ ແລະ ມີຄວາມສູງໂດຍສະເລ່ຍຫຼາຍທີ່ສຸດ ອັງຕາກຕິກເປັນທະເລຊາຍທີ່ມີຝົນສະເລ່ຍ 200 ມີລີແມັດຕໍ່ປີຕາມແນວຊາຍຝັ່ງ ແລະ ພື້ນທີ່ພາຍໃນ ໃນຊ່ວງໄຕມາດທີສາມເຊິ່ງເປັນຊ່ວງທີ່ໜາວທີ່ສຸດຂອງປີຈະມີອຸນຫະພູມສະເລ່ຍ -63 °C ແຕ່ (ທີ່ສະຖານີວອສຕອກ ຂອງລັດເຊຍ) ອຸນຫະພູມທີ່ວັດໄດ້ເຄີຍຕ່ຳເຖິງ -89.2 °C (ແລະ ເຄີຍວັດໄດ້ເຖິງ -94.7 °C ໂດຍເປັນການວັດຈາກດາວທຽມໃນອະວະກາດ) ບາງສະຖານທີ່ມີຄົນປະມານ 1,000 ເຖິງ 5,000 ຄົນອາໄສໃນສະຖານີວິໄຈທີ່ກະຈາຍຢູ່ທົ່ວທັງທະວີບຕະຫຼອດທັງປີ ສິ່ງມີຊີວິດໃນອັງຕາກຕິກຈະເປັນພວກສາຫຼ່າຍ, ແບັກທີເຣຍ, ເຊື້ອເຫັດ, ພືດ, ໂພຣທິສທ໌ ແລະ ສັດບາງຊະນິດເຊັ່ນ: ຕົວເຫັບ, ແມງຝຸ່ນ, ມີນາໂທດາ, ເພນກວິນ ແລະ ອື່ນໆ ສ່ວນພືດກໍຈະເປັນພວກທັນດຣາ.

ທະວີບອັງຕາກຕິກເປັນດິນແດນໃຕ້ການປົກຄອງຮ່ວມໂດຍພຶດຕິໄນຕາມກົດໝາຍລະຫວ່າງປະເທດ ແລະ ຢູ່ພາຍໃຕ້ການຄວບຄຸມຂອງລະບົບສົນທິສັນຍາອັງຕາກຕິກທີ່ລງນາມຄັ້ງທຳອິດໂດຍ 12 ປະເທດໃນປີ 1959 ແລະ ຕາມດ້ວຍການລົງນາມອີກເພີ່ມ 38 ປະເທດ ລະບົບສົນທິສັນຍານີ້ຫ້າມບໍ່ໃຫ້ມີການຂຸດຄົ້ນບໍ່ແຮ່ ກິດຈະກຳທາງທະຫານ ທົດລອງລະເບີດນິວເຄຼຍ ແລະ ການກຳຈັດກາກນິວເຄຼຍ ແຕ່ຈະສະໜັບສະໜູນການວິໄຈທາງວິທະຍາສາດ ແລະ ປົກປ້ອງຊັ້ນໂອໂຊນຂອງທະວີບເຮັດໃຫ້ມີການທົດລອງຢ່າງຕໍ່ເນື່ອງໂດຍນັກວິທະຍາສາດ 4,000 ຄົນຈາກຫຼາຍປະເທດໃນທະວີບນີ້.

ອ້າງອີງ

    ບັນນານຸກົມ

ແຫຼ່ງຂໍ້ມູນອື່ນ

ທະວີບອັງຕາກຕິກ: ທະວີບ 
Commons
ຄອມມອນສ໌ ມີຮູບແລະສື່ອື່ນ ໆ ກ່ຽວກັບ :
ທະວີບອັງຕາກຕິກ

Tags:

En-us-Antarctica.oggກ່ຽວກັບສຽງນີ້ທະວີບທະວີບອົດສະຕຣາລີພາສາອັງກິດໂລກ

🔥 Trending searches on Wiki ລາວ:

ສາສະໜາລາຍຊື່ປະເທດ ແລະ ເຂດການປົກຄອງຮຽງຕາມຂະໜາດຂອງພື້ນທີ່ຈັງຫວັດແມ່ຮ່ອງສອນເມືອງຫາດຊາຍຟອງບລູ ອາຣໄຄຟທະນາຄານກາງຫໍພະແກ້ວພຸດທະສາສະໜາເມືອງປາກເຊພາສາເຈໂລກີແຂວງອັດຕະປືອານເນ ແຟຣັງປະເທດລາວຄຳນາມການສູ່ຂວັນໂຣບົດຈັງຫວັດແພ່ນໍ້າຕົກຫ້ວຍລືສີທໍໝາກໄມ້ແຂວງຊົນບູຣີແຂວງບໍ່ແກ້ວເຈນນີ່ ຄິມພາສາລາວອຸຍແນສໂກແບລັກພິງບີເອັນເຄໂຟຕີເອັດຂົວມິດຕະພາບລາວ - ໄທ ແຫ່ງທີ 4ລົດໄຟລາວ-ຈີນໂຈ ໄບເດິນແຂວງຫົວພັນສື່ສັງຄົມປະເທດອິນໂດເນເຊຍແຂວງຈຳປາສັກປະເທດໂອຕຣິດວັນນະຄະດີໂລກຕາດເຍືອງປະເທດມຽນມາມື້ຮູບເງົາອຳນາດຕຸລາການປະເທດອາກເມນີມິສລາວສົງຄາມໂລກຄັ້ງທີສອງໄດໂນເສົາລັດວິສາຫະກິດ.aqຜຸຍ ຊະນະນິກອນປີໃໝ່ລາວພາສາຍີ່ປຸ່ນປ້າຍຈາລະຈອນຂອງປະເທດລາວປະເທດລັດເວຍເມືອງສັງທອງປະເທດປອກຕຸຍການທອງຄຳໂຣດຣີ​ໂກ ດູ​ເຕີ​ເຕGermanyວິຊາຊີບເຂດການປົກຄອງຂອງປະເທດລາວເລກມາຕະຖານສາກົນປະຈຳປຶ້ມພິເສດ%3Aຊອກຫາກະຊວງອຸດສາຫະກຳແລະການຄ້າແມນເຊສເຕີ ຍູໄນເຕດ F.C🡆 More