ຄິດຕະສາສະໜາ

ສາສະໜາຄິດ ຫຼືຊື່ອື່ນວ່າ ສາສະໜາຄຣິດ, ສາສະໜາຄະລິດ, ແລະ ຄິດຕະສາສະໜາ (ອັງກິດ: Christianity, ຝຣັ່ງ: Christianisme) ເປັນສາດສະໜາປະເພດmonotheism ໂດຍອີງໃສ່ຊີວິດ ແລະຄຳສອນຂອງ ພຣະເຢຊູ ດັ່ງທີ່ປາກົດຢູ່ໃນ ພຣະກິດຕິຄຸນ (ພຣະກິດຕິຄຸນ canonical) ແລະການຂຽນພຣະສັນຍາໃໝ່ອື່ນໆ ຄຣິສຕຽນເອີ້ນວ່າ ຄຣິສຕຽນ ຫຼື 'ຄຣິສຕຽນ'.

ຄິດຕະສາສະໜາ

ພຣະ​ເຢ​ຊູ​ເປັນ ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ Incarnate ພຣະ​ເຈົ້າ ແລະ ພຣະ​ຜູ້​ໄຖ່ ສໍາ​ລັບ​ຄົນ​ບາບ. ດັ່ງນັ້ນຊາວຄຣິດສະຕຽນຈຶ່ງເອີ້ນພຣະເຢຊູ "ພຣະຄຣິດ" ຫຼື "ພຣະເມຊີອາ" ປະຈຸບັນ, ສາດສະໜາຄຣິສຕຽນຖືກແບ່ງອອກເປັນ 3 ນິກາຍໃຫຍ່ຄື: ໂຣມັນກາໂຕລິກ, ອໍໂທດັອກ ແລະ ໂປເຕສະແຕນ, ເຊິ່ງຍັງແບ່ງອອກເປັນຫຼາຍສາຂາ. Apostolic Roman Catholicism ແລະ Orthodoxy ແຍກອອກໃນລະຫວ່າງ [[East-West Schism] (East-West Schism) ໃນປີ 1054, ແລະ Protestantism ເກີດຂຶ້ນຫຼັງຈາກ Apostolic. ການປະຕິຮູບ]] ໃນສະຕະວັດທີ 16, ເຊິ່ງແຍກອອກຈາກ ໂບດ Roman Catholic.

ຄວາມເຊື່ອ

ສາສະໜາຄິດມີຄວາມເຊື່ອວ່າແມ່ນສາສະໜາແຫ່ງຄວາມຮັກ ຍ້ອນພະເຈົ້າຊົງຮັກມະນຸດ ຊົງຮັກປະຊາກອນຂອງພະອົງຊົງສ້າງສັດຕ່າງໆ ຂຶ້ນມາເພື່ອຮັບໃຊ້ ເປັນອາຫານແກ່ມະນຸດ ແລະຊົງໃຫ້ມະນຸດລົງສູ່ນແຮ່ເມື່ອບໍ່ສັດທາໃນພະເຈົ້າ. ສາສະໜາຄິດແມ່ນສາສະໜາທີ່ນັບຖືສັດທາໃນພະເຈົ້າອົງດຽວ ເຊື່ອວ່າພະເຈົ້າເປັນຜູ້ສ້າງໂລກ ແລະ ທຸກສິ່ງທຸກຢ່າງລວມເຖິງມະນຸດໂດຍໃຊ້ເວລາພຽງ 6 ມື້ ແລະ ຢຸດພັກໃນວັນທີ 7 ເມື່ອບໍ່ເຖິງ 6000 ປີກ່ອນ.

ພະເຈົ້າ ແມ່ນ ພະເຊໂຮວາ (ພໍ່) ມີພະເຢຊູຄິດເປັນສາສະດາ ສາສະໜາຄິດເຊື່ອໃນພະເຈົ້າໜຶ່ງດຽວເຊິ່ງດຳລົງໃນສາມພະບຸກຄົນ ໃນພະລັກສະນະ "ຕີເອກະພາບ" ຫຼີ "ຕີເອການຸພາບ" (Trinité) ແມ່ນ ພະພໍ່, ພະບຸດ ແລະພະຈິດ (ພະວິນຍານບໍລິສຸດ). ມີພະຄຳພີແມ່ນ ພະຄິດຕະທຳຄຳພີ ຫຼື ຄຳພີໄບເບີນ (The Bible).

ສາສະໜາຄິດມີຜູ້ນັບຖືທັງໝົດ 2,100 ລ້ານຄົນ. ຖືວ່າແມ່ນສາສະໜາທີ່ມີຈຳນວນຜູ້ນັບຖືຫຼາຍທີ່ສຸດໃນໂລກ.

ສາສະໜາຄິດມີຮາກຖານມາຈາກສາສະໜາຊູດາ (ຫຼືສາສະໜາຢິວ) ໂດຍມີເນື້ອຫາແລະຄວາມເຊື່ອບາງສ່ວນຄືກັນ ໂດຍສະເພາະແມ່ນຄຳພີໄບເບີນເອເບີ ທີ່ຄິດຕະນິກະຊົນຮູ້ຈັກໃນຊື່ ພັນທະສັນຍາເດີມ (The Old Testament) ໂດຍໃນພະຄິດຕະທຳຄຳພີ 5 ເຫຼັ້ມທຳອິດຈາກທັງໝົດ 46 ເຫຼັ້ມໃນພາກພັນທະສັນຍາເດີມ ທີ່ເອີ້ນວ່າ ປັງຕາເຕີກ (Pentateuque) ໄດ້ຮັບການນັບຖືເປັນພະຄຳພີຂອງສາສະໜາຊູດາ ແລະສາສະໜາອິສະລາມ ດ້ວຍເຊັ່ນກັນ ໂດຍໃນພະທຳຫຼາຍຕອນໄດ້ພະຍາກອນເຖິງພະແມັດຊີ (Messiah/Messie) ທີ່ຊາວຄິດເຊື່ອວ່າ ເປັນ ພະເຢຊູ ເຊັ່ນ ປຶ້ມປະກາດ ອີຊາຢາ ບົດທີ 53 ຯລຯ.

ຄິດຕະຊົນນັ້ນມີຄວາມເຊື່ອວ່າພະເຢຊູຄິດເປັນພະບຸດຂອງພະເຈົ້າທີ່ມາບັງເກີດເປັນມະນຸດ ຈາກຍິງພົນຫົມຈັນ (ສາວບໍລິສຸດ) ໂດຍລິດອຳນາດຂອງພະເຈົ້າ ເພື່ອໄຖ່ມະນຸດໃຫ້ພົ້ນຈາກຄວາມບາບໂດຍການສິ້ນພະຊົນຢູ່ໄມ້ກາງແຂນ ແລະຊົງຟື້ນຂຶ້ນມາຈາກຄວາມຕາຍໃນສາມມື້ຫຼັງຈາກນັ້ນ ແລະສະເດັດສູ່ສະຫວັນປະທັບເບື້ອງຂວາພະຫັດຂອງພະພໍ່ ຜູ້ທີ່ເຊື່ອແລະໄວ້ວາງໃຈໃນພະອົງຈະໄດ້ຮັບການອະໄພໂທດບາບ ແລະຈະເຂົ້າສູ່ການພິພາກສາໃນມື້ສຸດທ້າຍຄືກັນກັບທຸກຄົນ ແຕ່ຈະລອດພົ້ນຈາກການຖືກພິພາກສາໃຫ້ຕະກົນແຮ່ແຕ່ຈະເປັນການພິພາກສາເພື່ອຮັບບຳເໜັດລາງວັນແທນໃນມື້ສິ້ນໂລກ (Armageddon) ແລະໄດ້ເຂົ້າສູ່ພະລາຊະສະຫວັນ ແຕ່ຖ້າຜູ້ໃດບໍ່ເຊື່ອຈະຖືກປັບໂທດຫລັງຄວາມຕາຍ

ນິກາຍ

ມະນຸດໄດ້ແບ່ງສາສະໜາຄິດໃຫ້ເປັນນິກາຍຕ່າງ ໆ ເຊິ່ງແປໄປຕາມພື້ນທີ່, ວັດທະນະທຳ, ແລະຄວາມຄິດຂອງຕົນ. ນິກາຍທີ່ສຳຄັນມີ 3 ນິກາຍແມ່ນ

  • ນິກາຍໂລມັງກາໂຕລິກແປວ່າສາກົນ ເປັນນິກາຍດັ້ງເດີມທີ່ຢຶດ-ໝັ່ນໃນຫຼັກຄຳສອນຂອງພະເຢຊູຄິດເຄົາລົບພະນາງມາລີແລະນັກບຸນຕ່າງ ໆ ພາຍໃນວັດຂອງນິກາຍນີ້ຈະມີຮູບເຄົາລົບພະເຍຊູຄິດ ພະແມ່ມາລີ ແລະນັກບຸນຕ່າງ ໆ ມີສູນກາງຢູ່ທີ່ນະຄອນລັດວາຕິກັງ ມີພະສັນຕະປາບປັນປະມຸກ ໂດຍສືບທອດມາຕັ້ງແຕ່ສະໄໝອັກລະສາວົກກຸ່ມທຳອິດ ໂດຍຖືວ່າ ນັກບຸນປີແອກ (ແຊັງປີແອກ) ແມ່ນພະສັນຕະປາບພະອົງທຳອິກ ເຊິ່ງໄດ້ຮັບການຍິນຍອມຈາກພະເຈົ້າໃຫ້ປົກຄອງສາສະໜາຈັກລະທັງມວນແລະສືບທອດມາເຖິງພະສັນຕະປາບບັງເນດິກທີ 16 ອົງປະຈຸບັນເປັນອົງທີ 265. ກາໂຕລິກນັ້ນຈະມີນັກບວດ ທີ່ເອີ້ນວ່າ ບາດຫຼວງ ແລະເຊີກ (ນັກບວດຍິງ). ມີຜູ້ນັບຖືນິກາຍນີ້ປະມານ 1000 ລ້ານຄົນ. ນິກາຍນີ້ຖືວ່າບາດຫຼວງ ເປັນສື່ກາງລະຫວ່າງພະເຈົ້າແລະມະນຸດ (ຕົວແທນພະເຈົ້າໃນໂລກນີ້).
  • ນິກາຍອອກໂຕດົກແປວ່າຖືກຕ້ອງ ນັບຖືໃນປະເທດທາງຝັ່ງເອີລົບຕາເວັນອອກ ເຊັ່ນ ປະເທດລັດເຊຍ ໂດຍແຍກໂຕອອກໄປຈາກພະສາສະນະຈັກຂອງກະສັດແຫ່ງນະຄອນກົງສະຕັງຕີນົບຍ້ອນເຫດຜົນບໍ່ຢາກຢູ່ພາຍໃຕ້ອຳນາດຂອງອົງສັນຕະປາບເຊິ່ງມີອຳນາດຫຼາຍສູງກວ່າກະສັດ (ຄືມີອຳນາດແຕ່ງຕັ້ງແລະຖອດຖອນກະສັດໄດ້) ໃນສະໄໝນັ້ນ ໂດຍທີ່ບໍ່ໄດ້ປ່ຽນແປງຂໍ້ຄວາມເຊື່ອ ຂໍ້ຄວາມເຊື່ອຂອງນິກາຍອອກໂຕດົກຄືກັນກັບຂໍ້ຄວາມເຊື່ອຂອງນິກາຍໂລມັງກາໂຕລິກ ມີພະໄອຍະກາ ເປັນປະມຸກ. ນິກາຍອອກໂຕດົກຍັງມີຊື່ເອີ້ນອີກຊື່ໜຶ່ງວ່າ ພະສາສະນະຈັກຕາເວັນອອກ ມີຜູ້ນັບຖືລວມກັນປະມານ 500 ລ້ານຄົນ.
  • ນິກາຍໂປແຕສະຕັງ ແຍກໂຕມາຈາກນິກາຍໂລມັງກາໂຕລິກໃນຊ່ວງຄິດຕະສະຕະວັດທີ 16 ເປັນນິກາຍທີ່ຖືວ່າສັດທາຂອງແຕ່ລະຄົນທີ່ມີຕໍ່ພະເຈົ້າສຳຄັນກວ່າພິທີກຳ ເຊິ່ງຍັງແຕກຍ່ອຍອອກເປັນຫຼາຍຮ້ອຍນິກາຍເນື່ອງຈາກມີຄວາມເຫັນແຕກຕ່າງກ່ຽວກັບພະຄຳພີ ແລະການປະຕິບັດໃນພິທີກຳ ນິກາຍນີ້ບໍ່ມີນັກບວດເຊື່ອວ່າທຸກຄົນສາມາດເຂົ້າເຖິງພະເຈົ້າໄດ້ໂດຍມິຕ້ອງອາໄສບາດຫຼວງແລະຖືວ່າພະເຢຊູໄດ້ຊົງໄຖ່ບາບແກ່ສາສະນິກທຸກຄົນໄປເມື່ອຖືກຕຶງກາງແຂນແລ້ວ. ນິກາຍນີ້ມີພຽງໄມ້ກາງແຂນເປັນເຄື່ອງໝາຍແຫ່ງສາສະໜາເທົ່ານັ້ນ. ມີຜູ້ນັບຖືລວມກັນທຸກນິກາຍຍ່ອຍປະມານ 500 ລ້ານຄົນ.

ພິທີກຳສຳຄັນໃນສາສະໜາຄິດ

ພິທີກຳໃນສາສະໜານີ້ ມີສຳຄັນໆ ຢູ່ 7 ພິທີ ເອີ້ນວ່າ ພິທີຮັບສິນສັກສິດ ມີດັ່ງນີ້ •ສິນລ້າງບາບຫຼືການຮັບບັບຕິສະມາ ເປັນພິທີທຳອິດທີ່ໍຊາວຄິດທຸກຄົນຕ້ອງຮັບ ໂດຍສິດຍາພິບານຈະໃຊ້ນ້ຳສັກສິດເທລົງເທິງຫົວພ້ອມເຈີມນ້ຳມັນຄິດມາທີ່ໜ້າຜາກ. •ສີນລໍໄພບາບ ເປັນການສາລະພາບບາບກັບພະເຈົ້າໂດຍຜ່ານບາດຫຼວງ ບາດຫຼວງຈະເປັນຜູ້ຕັກເຕືອນສັ່ງສອນບໍ່ໃຫ້ເຮັດບາບນັ້ນອີກ ແລະເຮັດການອະໄພບາບໃຫ້ໃນນາມພະເຈົ້າ. •ສິນມະຫາສະນິດ ເປັນພິທີກຳຮັບສິນໂດຍຮັບເຂົ້າຈີ່ແລະແວງມາຮັບປະທານ ໂດຍຄວາມເຊື່ອວ່າພະກາຍແລະພະເລືອດຂອງພະເຢຊູ. •ສິນກຳລັງ ເປັນພິທີຮັບສິນໂດຍການເຈີມໜ້າຜາກ ເພື່ອຢືນຢັນຄວາມເຊື່ອວ່າຈະນັບຖືສາສະໜາຄິດຕະຫຼອດໄປແລະໄດ້ຮັບພະພົນຂອງພະຈິດເຈົ້າ ເຮັດໃຫ້ເຂັ້ມແຂງໃນຄວາມເຊື່ອຫຼາຍຂຶ້ນ. •ສິນສົມລົດ ເປັນພິທີປະກອບການແຕ່ງງານ ໂດຍບາດຫຼວງເປັນພະຍານ ເປັນການສະແດງຄວາມສຳພັນວ່າຈະຮັກກັນຈົນກວ່າຊີວິດຈະສິ້ນ. •ສິນບວດ ສະຫງວນໄວ້ສະເພາະຜູ້ທີ່ຈະບວດເປັນບາດຫຼວງແລະເປັນຊາຍເທົ່ານັ້ນ. •ສິນເຈີມຄົນໄຂ້ ເປັນພິທີເຈີມຄົນໄຂ້ໂດຍບາດຫຼວງຈະເຈີມນ້ຳມັນລົງເທິງໜ້າຜາກແລະມືທັງສອງຂ້າງຂອງຜູ້ປ່ວຍ ໃຫ້ລະລຶກວ່າພະເຈົ້າຈະຢູ່ກັບຕົນແລະໃຫ້ພະລັງບັນເທົາອາການເຈັບປ່ວຍ ສຳລັບນິກາຍໂລມັງກາໂຕລິກແລະນິກາຍອອກໂຕດົກ ຈະມີພິທີກຳທັງ 7 ພິທີ ແຕ່ສຳລັບນິກາຍໂປແຕສະຕັງ ຈະມີພຽງ 3 ພິທີຄືພິທີບັບຕິດມາ, ພິທີມະຫາສະນິດ ແລະ ພິທີສົມລົດສັກສິດ

ອ້າງອີງ

    ບັນນານຸກົມ
    ອ່ານຕື່ມ

ແຫຼ່ງຂໍ້ມູນ

Tags:

ຄິດຕະສາສະໜາ ຄວາມເຊື່ອຄິດຕະສາສະໜາ ນິກາຍຄິດຕະສາສະໜາ ພິທີກຳສຳຄັນໃນສາສະໜາຄິດຄິດຕະສາສະໜາ ອ້າງອີງຄິດຕະສາສະໜາ ແຫຼ່ງຂໍ້ມູນຄິດຕະສາສະໜາພຣະເຢຊູພາສາຝຣັ່ງສາດສະໜາ

🔥 Trending searches on Wiki ລາວ:

ການເສຍຊີວິດຂອງ Paulette Gebara Farah17 ມິຖຸນາການບິນລາວມິສແກຣນລາວ 2018ໂຮງງານ23 ກໍລະກົດສິນລະປະແມ່ນ້ຳຂອງ24 ມີນາວຽງ ນະລຶມົນປະເທດອານເຊຣີປະເທດອັງກິດປະເທດແຟງລັງປະເທດຝະລັ່ງເມືອງໜອງບົກປາຣີ7 ສິ່ງມະຫັດສະຈັນລາຍຊື່ມື້ຂອງປີບັນສັດແຜ່ພາບກະຈາຍສຽງອັງກິດເອເຄບີໂຟຕີ້ເອັດອາພັດສະລາ ຫົງສະກຸນສາລານຸກົມທະນະທັດ ໄຊຍະອັດເມືອງປາກງື່ມລົດປະຫວັດສາດອັກສອນລາວພັກຈຶຣາຍຸ ລະອອງມະນີພະລັງທຳ ກ່ອມທອງສຸກເລໂອນາໂດ ດາ ວິນຊີສີ ຈິ້ນຜິງທານິນ ໄກວິຊຽນສານປະຊາຊົນສູງສຸດຮູບປັ້ນພະພຸດທະຮູບຂອງສຸລະຕານແກປະເທດຊອກຊີອາຣີ ນັກດົນຕີVoIPພຣະເຢຊູ22 ສິງຫາ26 ຕຸລາເງິນ (ໂລຫະ)ລົດໄຟຟ້າມະຫານະຄອນຄິດຕະສາສະໜາປະຕູໄຊລະບົບປະຕິບັດການພາສາເຢຍລະມັນ26 ມີນາສະຕາບັກຊ໌ສຸຣະໄຊ ລ້ຽງບຸນເລີດໄຊວັງວຽງ🡆 More