ກະລູຊິດ (ຝຣັ່ງ: glucide, ອັງກິດ: carbohydrate) ຫຼື ແມ່ນສານຊີວະໂມເລກູນທີ່ສຳຄັນທີ່ເປັນອົງປະກອບຂອງສິ່ງມີຊີວິດທຸກຊະນິດ.)
ຄຳວ່າ carbohydrate ໃນພາສາອັງກິດ ມີເຄົ້າມາຈາກຄຳວ່າ ກາກບົນ (carbone) ແລະຄຳວ່າຮີດະລັດ (hydrate) ອິ່ມໂຕໄປດ້ວຍນ້ຳ ເຊິ່ງລວມກັນກໍໝາຍເຖິ່ງກາກບົນທີ່ອິ່ມໂຕໄປດ້ວຍນ້ຳ ເນື່ອງຈາກສູດເຄມີຢ່າງງ່າຍກໍແມ່ນ (C•H2O) n ເຊິ່ງ n≥3 ໂດຍກະລູຊິດຈັດເປັນສານປະກອບອານເດຮິດ (aldéhyde) ຫຼຶເຊຕົນ (cétone) ທີ່ມີໝູ່ຮີດະລົກຊີນ (hydroxyle group, -OH) ເກາະຢູ່ເປັນຈຳນວນຫຼາຍ ຈຶ່ງເອີ້ນວ່າ ສານປະກອບໂປລີຮິດະລົກຊີອານເດຮິດ (polyhydroxyaldéhyde) ຫຼື ໂປລີຮີດະລົກຊີhttps://www.facebook.com/farra.freedom.1ຕົນ (polyhydroxycétone) ເຊິ່ງການທີ່ມີໝູ່ຮີດະລົກຊີນໃນໂມເລກູນນັ້ນ ເຮັດໃຫ້ເກີດການວາງໂຕຂອງໝູ່ດັ່ງກ່າວທີ່ແຕກຕ່າງກັນ ແລະຍັງສາມາດເຮັດປະຕິກິລິຍາຫຼືສ້າງພັນທະກັບສານອື່ນໆໄດ້. ດັ່ງນັ້ນ ກະລູຊິດຈຶ່ງມີຄວາມຫຼາກຫຼາຍທັງໃນດ້ານຂອງໂຄງສ້າງທາງເຄມີ ແລະບົດບາດທາງຊີວະພາບອີກນຳ.
ໜ່ວຍທີ່ນ້ອຍທີ່ສຸດຂອງກະລູຊິດແມ່ນນ້ຳຕານໂມເລກູນດ່ຽວຫຼືອົດ (ose).
This article uses material from the Wikipedia ລາວ article ກະລູຊິດ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.