ໄມໂຄຣຊອບ ວິນໂດ

Microsoft Windows (ໄມໂຄຣຊອບ ວິນໂດ)ແມ່ນລະບົບປະຕິບັດການເຊິ່ງພັດທະນາໂດຍບໍລິສັດໄມໂຄຣຊອບສະເໜີປີ ພ.ສ.

2528 (ຄ.ສ. 1985 ໂດຍລຸ້ນທຳອິດຂອງວິນໂດວສ໌ ແມ່ນ ວິນໂດ 1.0) ແລະຄອບງໍາຄວາມນິຍົມໃນຕະຫຼາດຄອມພິວເຕີສ່ວນໂຕ ຫຼາຍກວ່າ 90% ຂອງການໃຊ້ງານທົ່ວໂລກ ລາຍລະອຽດໂດຍແບບສັ້ນໆ ຂອງວິນໂດລຸ້ນຕ່າງໆ ລຽນຕາມລໍາດັບການສະເໜີປີ ເປັນດັ່ງຕໍ່ໄປນີ້.

ໄມໂຄຣຊອບ ວິນໂດ

Windows 1.0

Windows 1.0 ແມ່ນສະພາບການເຮັດວຽກລຸ້ນທຳອິດຂອງ Windows ຖືກສະເໜີຢ່າງເປັນທາງການໃນວັນທີ່ 20 ເດືອນພະຈິກ ພ.ສ. 2528, ເຊິ່ງມີສະພາບການເຮັດວຽກແບບ 16-bit ເຊິ່ງຖືກເອີ້ນວ່າ ສະພາບການເຮັດວຽກ (Operating Environments) ເພາະວ່າ Windows 1.0 ຍັງບໍ່ສາມາດເຮັດວຽກໄດ້ດ້ວຍໂຕເອງ, ແລະຈຳເປັນຕ້ອງມີລະບົບປະຕິບັດການແຍກມາດ້ວຍ, ເຊິ່ງລະບົບດັ່ງກ່າວແມ່ນ DOS, ເຊິ່ງ Windows ເຮັດໄດ້ພຽງການຕິດຕໍ່ກັບຜູ້ໃຊ້ເທົ່ານັ້ນ, ເມື່ອຜູ້ໃຊ້ປ້ອນຄຳສັ່ງໃດໆແລ້ວ, Windows ຊິເອີ້ນໃຊ້ຄຸນສົມບັດຕ່າງໆຈາກ DOS, ເມື່ອໄດ້ຜົນການເຮັດວຽກອອກມາແລ້ວ, Windows ກໍຊິສະແດງຜົນອອກມາໃຫ້ກັບຜູ້ໃຊ້ອີກເທື່ອໜຶ່ງ, Windows ໃນຕອນນັ້ນສາມາດເອີ້ນວ່າແມ່ນລະບົບປະຕິບັດການໄດ້, ແຕ່ແມ່ນໂຕສະແດງຜົນສ່ວນໜ້າຂອງ DOS ເທົ່ານັ້ນ, ເຊິ່ງຊ່ວຍໃຫ້ຜູ້ໃຊ້ສາມາດໃຊ້ງານຄອມພິວເຕີງ່າຍກວ່າການຕິດຕໍ່ກັບ DOS ໂດຍກົງ. ແລະຕັ້ງແຕ່ລຸ້ນທຳອິດ, Windows ກໍໄດ້ເປັນຄູ່ແຂ່ງກັບ Macintosh, ເຊິ່ງເປັນຜະລິດຕະພັນທີ່ມີລັກສະນະຄ້າຍກັນ ຈາກ Apple, ແຕ່ໃນຊ່ວງທຳອິດ ພາບການແຂ່ງຂັນຍັງບໍ່ຊັດເຈນຫຼາຍ Windows 1.0 ຢູ່ໃນໄລຍະການສະໜັບສະໜູນຂອງ Microsoft ຈົນເຖິງວັນທີ່ 31 ເດືອນທັນວາ ພ.ສ. 2544.

Windows 2.0

Windows 2.0 ຖືກສະເໜີເມື່ອວັນທີ່ 1 ເດືອນພະຈິກ ພ.ສ. 2530, Windows 2.0 ຍັງຕ້ອງໃຊ້ DOS ເຊັ່ນດຽວກັບ Windows 1.0. ແຕ່ມີຄວາມສາມາດຫຼາຍກວ່າ Windows 1.0 ແມ່ນ ສາມາດເປີດຫຼາຍໆໂປຣແກຣມໄດ້, ແລະມີໂປຣແກຣມ Microsoft Word ແລະ Microsoft Excel ລວມທັງປຸ່ມ Minimize, Maximize ແລະປຸ່ມລັດອື່ນໆຂຶ້ນເປັນຄັ້ງທຳອິດ, ເຊິ່ງໃນຊ່ວງຂອງ Windows 2.0 ຄ້າຍກັບ Macintosh ຫຼາຍ, ຈົນເກີດຄະດີຟ້ອງຮ້ອງກັນລະຫວ່າງບໍລິສັດເຈົ້າຂອງລິຂະສິດ 2 ແຫ່ງ ໄດ້ແກ່ Microsoft ແລະ Apple.

Windows 2.0 ຍັງບໍ່ປະສົບຄວາມສຳເລັດຫຼາຍ, ແຕ່ກໍມີກະແສຕອບຮັບແລະການສະໜັບສະໜູນຈາກຜູ້ພັດທະນາຊອບແວຫຼາຍກວ່າ Windows 1.0, ແລະຢູ່ໃນໄລຍະການສະໜັບສະໜູນຂອງ Microsoft ຈົນເຖິງວັນທີ່ 31 ເດືອນທັນວາ ພ.ສ. 2544.

Windows 2.1

Windows 2.1 ຖືກສະເໜີໃນວັນທີ່ 27 ເດືອນພຶດສະພາ ພ.ສ. 2531, ເຊິ່ງຍັງເປັນສະພາບການເຮັດວຽກທີ່ຕ້ອງອາໄສ DOS, Windows ລຸ້ນນີ້ມີ 2 ລຸ້ນຍ່ອຍ ແມ່ນ 286 ແລະ 386 ເຊິ່ງເຮັດວຽກກັບໜ່ວຍປະມວນຜົນ Intel 80286 ແລະ 80386 ເຊິ່ງຖືວ່າປະສົບຄວາມສຳເລັດຢູ່, ແຕ່ບໍ່ຫຼາຍ.

ໃນປີ ພ.ສ. 2532, ທາງບໍລິສັດ Microsoft ໄດ້ສະເໜີລຸ້ນປັບປຸງຂອງ Windows 2.1 ເຊິ່ງແມ່ນ Windows 2.11, ເຊິ່ງຄ້າຍກັບລະບົບ Service Pack ໃນປັດຈຸບັນ ແລະຢູ່ໃນໄລຍະການສະໜັບສະໜູນຂອງ Microsoft ຈົນເຖິງວັນທີ່ 31 ເດືອນທັນວາ ພ.ສ. 2544.

Windows 3.0

Windows 3.0 ຖືກສະເໜີໃນວັນທີ່ 22 ເດືອນພຶດສະພາ ພ.ສ. 2533, ເຊິ່ງຍັງເປັນສະພາບການເຮັດວຽກທີ່ຕ້ອງອາໄສ DOS, ແລະໃຊ້ໜ່ວຍປະມວນຜົນອັນດຽວກັບ Windows 2.1, ແຕ່ໃນ Windows 3.0 ກໍໄດ້ມີການອອກແບບສ່ວນຕິດຕໍ່ກຣາຟິກກັບຜູ້ໃຊ້ (Graphical User Interface : GUI) ໃໝ່, ແລະມີລະບົບການບໍລິຫານ ROM ແລະ RAM ທີ່ມີປະສິດທິພາບຫຼາຍກວ່າລຸ້ນກ່ອນໜ້າ, ແລະປ່ຽນໂປຣແກຣມຈັດການໄຟລ໌ (File Manager) ແລະໂປຣແກຣມຕ່າງໆ ໃນ DOS ໃໝ່ທັງໝົດ. ເຮັດໃຫ້ການແລ່ນໂປຣແກຣມຕ່າງໆງ່າຍຂຶ້ນ ແລະຍັງມີປະສິດທິພາບທີ່ສູງຂຶ້ນຢ່າງຫຼາຍ, ລວມທັງຍັງມີໂປຣແກຣມໃໝ່ໆຕິດຕັ້ງມາກັບ Windows ດ້ວຍ ແມ່ນ Notepad ແລະເກມຕ່າງໆ, ເຊິ່ງເຮັດໃຫ້ Windows 3.0 ປະສົບຄວາມສຳເລັດຢ່າງຫຼາຍ, ແລະເປັນຄູ່ແຂ່ງກັບ Macintosh ຂອງ Apple ຢ່າງຊັດເຈນ.

Windows 3.0 ຢູ່ໃນໄລຍະການສະໜັບສະໜູນຂອງ Microsoft ຈົນເຖິງວັນທີ່ 31 ເດືອນທັນວາ ພ.ສ. 2544.

Windows 3.1

Windows 3.1 ຖືກສະເໜີເມື່ອວັນທີ່ 6 ເດືອນເມສາ ພ.ສ. 2535, ເຊິ່ງຍັງເປັນສະພາບການເຮັດວຽກທີ່ຕ້ອງອາໄສ DOS, ເຊິ່ງ Windows ລຸ້ນນີ້ໄດ້ຖືກອອກແບບມາສຳລັບລະບົບການພິມຫຼາຍຂຶ້ນ, ເຊິ່ງເລີ່ມມີແບບອັກສອນ (Font) ແບບທຣູໄທປ໌ (TrueType), ແລະມີເກມ Minesweeper ຕິດຕັ້ງພ້ອມກັບ Windows ເປັນຄັ້ງທຳອິດ, ຫຼັງຈາກນັ້ນກໍໄດ້ມີລຸ້ນປັບປຸງ ແມ່ນ Windows 3.11 ເຊິ່ງຖືກສະເໜີເມື່ອວິນທີ່ 31 ເດືອນທັນວາ ພ.ສ. 2536, ເຊິ່ງຖືວ່າ Windows ໃນຊ່ວງນີ້ປະສົບຄວາມສຳເລັດຢ່າງຫຼາຍ. ແລະໃນລຸ້ນນີ້ກໍໄດ້ມີການຈຳໜ່າຍ Windows for Workgroups, ເຊິ່ງມີຄວາມສາມາດສູງກວ່າ Windows 3.1 ລຸ້ນທົ່ວໄປ, ນອກຈາກນີ້ທາງບໍລິສັດ Microsoft ກໍຍັງໄດ້ສະເໜີ Windows 3.2 ເຊິ່ງເປັນລຸ້ນພາສາຈີນ, ແລະຖືກສະເໜີເພື່ອຈຳໜ່າຍໃນປະເທດຈີນເທົ່ານັ້ນ.

Windows 3.1 ຢູ່ໃນໄລຍະການສະໜັບສະໜູນຂອງ Microsoft ຈົນເຖິງວັນທີ່ 31 ເດືອນທັນວາ ພ.ສ. 2544.

Windows NT 3.1

Windows NT 3.1 ຖືກສະເໜີເມື່ອວັນທີ່ 27 ເດືອນກໍລະກົດ ພ.ສ. 2536, ເຊິ່ງແມ່ນລະບົບປະຕິບັດການລຸ້ນທຳອິດຂອງ Windows. ເຊິ່ງສາມາດເຮັດວຽກໄດ້ດ້ວຍຕົນເອງ. ຄອມພິວເຕີທີ່ມີ Windows ນີ້ບໍ່ຕ້ອງຕິດຕັ້ງ DOS ອີກແລ້ວ. NT ອອກແບບມາສຳລັບທຸລະກິດທີ່ຕ້ອງການປະສິດທິພາບໂດຍສະເພາະ. ແລະກໍຍັງເປັນລະບົບປະຕິບັດການ 32-bit, ເຊິ່ງ Windows ລຸ້ນກ່ອນໆນັ້ນ, ແມ່ນສະພາບການເຮັດວຽກແບບ 16-bit ໂປຣແກຣມ 32-bit, ເຊິ່ງໃນຕອນນັ້ນມັກເປັນໂປຣແກຣມຂັ້ນສູງ ກໍສາມາດນຳໃຊ້ເທິງ Windows NT ໄດ້, ແຕ່ຊິນຳໃຊ້ເທິງ Windows 3.1 ບໍ່ໄດ້, ແຕ່ໂປຣແກຣມ 16-bit ຊິນຳໃຊ້ເທິງ Windows NT 3.1 ໄດ້, ເພາະວ່າລະບົບ NT ມີລະບົບການແປສະພາບໂປຣແກຣມໃຫ້ນຳໃຊ້ເທິງລະບົບ NT ໄດ້. ໂດຍຄຳວ່າ NT ຫຍໍ້ມາຈາກຄຳວ່າ New Technology ເຊິ່ງແປວ່າ ເຕັກໂນໂລຊີແບບໃໝ່, ແລະສາມາດຮອງຮັບລະບົບສະຖາປັດຕະຍະກຳຂອງຄອມພິວເຕີໄດ້ຫຼາຍໆປະເພດ, ເຊິ່ງໃນຊ່ວງນັ້ນຜູ້ໃຊ້ລະບົບ Windows NT ບໍ່ແມ່ນຜູ້ໃຊ້ທຳມະດາ, ແຕ່ຊິແມ່ນຜູ້ໃຊ້ຄອມພິວເຕີໃນລະດັບສູງແລະກຸ່ມນັກທຸລະກິດ, ສ່ວນຜູ້ໃຊ້ທົ່ວໄປ ກໍຍັງໃຊ້ Windows 3.1 ເຊັ່ນເດີມ.

Windows NT 3.1 ຢູ່ໃນໄລຍະການສະໜັບສະໜູນຂອງ Microsoft ຈົນເຖິງວັນທີ່ 31 ເດືອນທັນວາ ພ.ສ. 2543.

Windows NT 3.5

Windows NT 3.5 ຖືກສະເໜີເມື່ອວິນທີ່ 21 ເດືອນກັນຍາ ພ.ສ. 2537 ເຊິ່ງແມ່ນລຸ້ນຖັດຈາກ Windows NT 3.1, ໂດຍຈຸດປະສົງຫຼັກຂອງ Microsoft ໃນການພັດທະນາ Windows NT 3.5 ແມ່ນການຕື່ມຄວາມໄວໃນການເຮັດວຽກຂອງລະບົບ Windows, ລວມທັງໃສ່ຄວາມສາມາດອື່ນໆອີກ ເຊັ່ນ VFAT ເຊິ່ງເຮັດໃຫ້ສາມາດຕັ້ງຊື່ໄຟລ໌ຕ່າງໆໄດ້ສູງສຸດ 255 ໂຕອັກສອນ, ແລະຄວາມຕ້ອງການຂັ້ນຕ່ຳຂອງລະບົບຍັງນ້ອຍກວ່າ Windows NT 3.1, ເຮັດໃຫ້ Windows NT 3.5 ສາມາດຄອບຄຸມເຄື່ອງຄອມພິວເຕີໄດ້ຫຼາຍຂຶ້ນ.

ແຕ່ Windows NT 3.5 ບໍ່ສາມາດຕິດຕັ້ງໄດ້ໃນຄອມພິວເຕີທີ່ບໍ່ມີໄດຣເວີສຳລັບອະແດັບເຕີກາດ PCMCIA, ແລະບໍ່ສາມາດຕິດຕັ້ງໃນຄອມພິວເຕີໃດໆທີ່ໃຊ້ໜ່ວຍປະມວນຜົນລຸ້ນທີ່ໃໝ່ກວ່າ Intel P4 ໄດ້.

Windows NT 3.5 ຢູ່ໃນໄລຍະການສະໜັບສະໜູນຂອງ Microsoft ຈົນເຖິງວັນທີ່ 31 ເດືອນທັນວາ ພ.ສ. 2544

Windows 95

Windows 95 ຖືກສະເໜີເມື່ອວັນທີ່ 24 ເດືອນສິງຫາ ພ.ສ. 2538, ເຊິ່ງແມ່ນລຸ້ນຖັດຈາກ Windows 3.1, ແລະແມ່ນ Windows ລຸ້ນທຳອິດທີ່ມີກຸ່ມເປົ້າໝາຍເປັນຜູ້ໃຊ້ທົ່ວໄປ, ເຊິ່ງລວມ DOS ເປັນສ່ວນໜຶ່ງຂອງ Windows (ຍັງມີ DOS ຢູ່ໃນລະບົບ, ແຕ່ບໍ່ໄດ້ແຍກກັນໃຊ້), ແລະສາມາດເຮັດວຽກໄດ້ທັງແບບ 16-bit ແລະ 32-bit, ອີກທັງມີການນຳໃຊ້ Start Menu (ປຸ່ມເລີ່ມ ຢູ່ດ້ານຊ້າຍລຸ່ມ) ແລະແຖບງານ (ເປັນກ່ອງຢູ່ຂ້າງລຸ່ມຂອງໜ້າຈໍ ເຊິ່ງໃຊ້ສະແດງໂປຣແກຣມຕ່າງໆທີ່ໃຊ້) ເປັນຄັ້ງທຳອິດ, ເຊິ່ງ Windows ລຸ້ນປັດຈຸບັນກໍຍັງໃຊ້ຮູບແບບດຽວກັບ Windows 95, ພຽງແຕ່ປັບປຸງຮູບໂສມພາຍນອກໃຫ້ທັນສະໄໝຂຶ້ນເທົ່ານັ້ນເອງ, ແລະຄວາມສາມາດໃໝ່ໆທີ່ໃສ່ມາຫຼວງຫຼາຍ ສຳລັບຜູ້ໃຊ້ທົ່ວໄປ, ເຮັດໃຫ້ Windows 95 ປະສົບຜົນສຳເລັດຢ່າງຍິ່ງ, ເຮັດໃຫ້ຈຳນວນຜູ້ໃຊ້ Windows 95 ສູງທີ່ສຸດໃນປະຫວັດການຂອງ Windows.

Windows 95 ຢູ່ໃນໄລຍະການສະໜັບສະໜູນຂອງ Microsoft ຈົນເຖິງວັນທີ່ 31 ເດືອນທັນວາ ພ.ສ. 2544

Windows NT 4.0

Windows 98

Windows 2000

Windows ME

Windows XP

Windows Vista

Windows 7

Windows 7 ຫຼື Windows NT 6.1 ຖືກສະເໜີໃນວັນທີ່ 22 ເດືອນຕຸລາ ພ.ສ. 2552, ສ່ວນອີກລຸ້ນໜຶ່ງແມ່ນ Windows Server 2008 R2 ເຊິ່ງມີເປົ້າໝາຍເປັນກຸ່ມຜູ້ໃຊ້ລະດັບສູງ, ແລະຖືກສະເໜີໃນວັນດຽວກັບ Windows 7, ເຊິ່ງໃນ Windows 7 ກໍມີການແກ້ໄຂຈຸດບົກພ່ອງ ເຊິ່ງເຮັດໃຫ້ Windows Vista ບໍ່ປະສົບຜົນສຳເລັດ, ແລະຄວາມຕ້ອງການຂັ້ນຕ່ຳຂອງລະບົບກໍບໍ່ໜ້ອຍກວ່າ Windows Vista ຫຼາຍ, ຍົກເວັ້ນ Ram ແລະ Graphic Card ເຊິ່ງຕ້ອງຕື່ມ, ແຕ່ທີ່ຜ່ານມາຈາກການສະເໜີ Windows Vista ນັ້ນ, ພົບວ່າ ລະຫວ່າງການສະເໜີ Windows 7, ກໍມີຜູ້ຜະລິດຮາດແວຫຼາຍຄົນ ມາຕື່ມຄວາມສາມາດໃນຫຼາຍດ້ານໃຫ້ກັບຄອມພິວເຕີລຸ້ນຕ່າງໆ ຫຼັງຈາກສະເໜີ Windows Vista ແລ້ວ, ແລະພ້ອມທີ່ຈະຮອງຮັບລຸ້ນທີ່ສູງກວ່າ Windows XP ໄດ້, ເຊິ່ງໃນ Windows 7 ກໍມີການບໍລິຫານຈັດການດີ, ເຮັດວຽກມີປະສິດທິພາບໄດ້ສູງກວ່າ Windows Vista, ເຊິ່ງເຮັດໃຫ້ມີຜູ້ໃຊ້ Windows 7 ຫຼາຍກວ່າ Windows Vista.

Windows 7 ແລະ Windows Server 2008 R2 ຈະໄດ້ຮັບການສະໜັບສະໜູນຈາກ Microsoft ຈົນເຖີງວັນທີ່ 14 ເດືອນມັງກອນ ພ.ສ. 2563.

Windows 8

Windows 8.1

Windows 10

Windows 11

ລຸ້ນຂອງ Windows ທີ່ຖືກຍົກເລີກ

  • ພ.ສ. 2539 (ຄ.ສ. 1996) - Windows Nashville (ໝາຍເລກຂອງລຸ້ນ: 4.10.999) ອອກເປັນລຸ້ນສຳລັບທົດສອບລະບົບ, ເຊິ່ງບໍ່ໄດ້ຖືກຈຳໜ່າຍ, ແຕ່ຄວນຈະເປັນລຸ້ນຫຼັງຈາກ Windows 95.
  • ພ.ສ. 2542 (ຄ.ສ. 1999) - Windows Neptune (ໝາຍເລກຂອງລຸ້ນ: NT 5.5.5111) ອອກເປັນລຸ້ນສຳລັບທົດສອບລະບົບ, ເຊິ່ງບໍ່ໄດ້ຖືກຈຳໜ່າຍ, ແຕ່ຄວນຈະເປັນລຸ້ນຫຼັງຈາກ Windows 2000.

ຂໍ້ລູກໂສ້

Tags:

ໄມໂຄຣຊອບ ວິນໂດ Windows 1.0ໄມໂຄຣຊອບ ວິນໂດ Windows 2.0ໄມໂຄຣຊອບ ວິນໂດ Windows 2.1ໄມໂຄຣຊອບ ວິນໂດ Windows 3.0ໄມໂຄຣຊອບ ວິນໂດ Windows 3.1ໄມໂຄຣຊອບ ວິນໂດ Windows NT 3.1ໄມໂຄຣຊອບ ວິນໂດ Windows NT 3.5ໄມໂຄຣຊອບ ວິນໂດ Windows 95ໄມໂຄຣຊອບ ວິນໂດ Windows NT 4.0ໄມໂຄຣຊອບ ວິນໂດ Windows 98ໄມໂຄຣຊອບ ວິນໂດ Windows 2000ໄມໂຄຣຊອບ ວິນໂດ Windows MEໄມໂຄຣຊອບ ວິນໂດ Windows XPໄມໂຄຣຊອບ ວິນໂດ Windows Vistaໄມໂຄຣຊອບ ວິນໂດ Windows 7ໄມໂຄຣຊອບ ວິນໂດ Windows 8ໄມໂຄຣຊອບ ວິນໂດ Windows 8.1ໄມໂຄຣຊອບ ວິນໂດ Windows 10ໄມໂຄຣຊອບ ວິນໂດ Windows 11ໄມໂຄຣຊອບ ວິນໂດ ລຸ້ນຂອງ Windows ທີ່ຖືກຍົກເລີກໄມໂຄຣຊອບ ວິນໂດ ຂໍ້ລູກໂສ້ໄມໂຄຣຊອບ ວິນໂດລະບົບປະຕິບັດການໄມໂຄຣຊອບ

🔥 Trending searches on Wiki ລາວ:

ທະວີບ10 ເມສາພາສາເກົາຫຼີອີຕາລີການຄ້າທົດສະວັດ 1980ເມືອງນາຊາຍທອງໂປເກມອນພາສາອິຕາລີອະນິເມະປະເທດມຽນມາຕາດເລາະວິທະຍຸສຽງອາເມຣິການ້ຳຕົກຕາດຄອນພະເພັງເມືອງສັງທອງລົດເມພາສາຝຣັ່ງຄອມພິວເຕີແຂວງຫຼວງນໍ້າທາປະເທດດານມາກພາສາລາແຕັງສົມເດັດພະສັນຕະປາປາເບເນດິກທີ່ 16ປະເທດບວກກິນາຟາໂຊໄບຕ໌ປິກາຈູພະຍຸໂທຣນາໂດກະຊວງກະສິກຳແລະປ່າໄມ້ລະບອບການເມືອງວັນຄູແຫ່ງຊາດຄຳພີແມວຈັກກະວັດໂອສະມັນສັດປີກໂທລະຄົມມະນາຄົມຮູບເງົາພາສີມູນຄ່າເພີ່ມຟີຊິກສ໌ເພົາ ຟອນ ຮິນແດນບູກຮູບສາມແຈປະເທດຊອກຊີມອສໂກສຸຂະພາບເຢນປະເທດຝຣັ່ງອົງການຈັດຕັ້ງປະເທດໂຄໂຊໂວ31 ທັນວາການຮຸກຮານຢູ​ເຄຣນຂອງລັດເຊຍ 2022ເນີຍແຂງການຖ່າຍຮູບຄິດຕະສະຕະວັດທີ່ 2027 ກັນຍາປະທານປະເທດ ແຫ່ງ ສປປ ລາວ29 ພຶດສະພາສັງຄົມສາດກະລີຍຸກລາຍຊື່ປະເທດ ດິນແດນ ແລະ ເມືອງຫຼວງຄຳນາມໄອໂຟນປະເທດອິນເດຍວາລາດິເມຍ ເລນິນທາດຫຼວງສະຫະພັນທະລັດດາວພຸດພິ່ນອິ່ນລາຍຊື່ປະເທດຮຽງຕາມຈຳນວນປະຊາກອນ9 ກັນຍາເສດຖະກິດພຸດທະສາສະໜາບຸນສົງການISO 421713 ເມສາພະພຸດທະຮູບແຊກຄຳ🡆 More