ໂດລາເອມອນ

ໂດລາເອມອນ (ຍີ່ປຸ່ນ: ドラえもん) ແມ່ນກາຕູນຍີ່ປຸ່ນອັນແຕ່ງໂດຍ ຟຸຈິໂກະ F.

ຟຸຈິໂອະ ຜູ້ເປັນນັກຂຽນຈາກປະເທດຍີ່ປຸ່ນ. ແມ່ນເລື່ອງລາວຂອງໂຣບົດແມວຫູດ້ວນ ຊື່ ໂດລາເອມອນ. ໄດ້ບອກກ່າວໄວ້ວ່າໂດລາເອມອນເກີດວັນທີ 3 ກັນຍາ ຄ.ສ. 2112. ມາແຕ່ອະນາຄົດເພື່ອກັບຄືນມາຊ່ອຍເຫຼືອໂນບິຕະ ຜູ້ເປັນເດັກຜູ້ຊາຍຜູ້ຂີ້ກຽດຂີ້ຄ້ານດ້ວຍເຄື່ອງວິເສດປະເສີດຊັ້ນເລີດຈາກອະນາຄົດ. ປຶ້ມໂດລາເອມອນລິເລີ່ມຕີພິມເທື່ອທຳອິດໃນປະເທດຍີ່ປຸ່ນເມື່ອເດືອນມັງກອນ ປິ 1970 ໂດຍສຳນັກພິມໂຊງະກຸກັງ ໂດຍມີຈຳນວນທັງໝົດ 1,344 ຕອນ. ຕໍ່ມາໃນວັນທີ 11 ມິຖຸນາ 1997 ໂດລາເອມອນໄດ້ຮັບລາງວັນ Tezuka Osamu Cultural Prize ເທື່ອທຳອິດໃນສາຂາກາຕູນດີເດັ່ນ ແຖມຍັງໄດ້ຮັບເລືອກຈາກວາລະສານໄທມ໌ອາຊີ ຜູ້ໃຫ້ເປັນໜຶ່ງໃນວີລະບຸລຸດຂອງທະວີບອາຊີ ຈາກປະເທດຍີ່ປູ່ນອີກຕື່ມ. ຈາກນັ້ນໃນວັນທີ 19 ມີນາ 2008 ໂດລາເອມອນໄດ້ຮັບເລືອກໃຫ້ເປັນທູດສັນຖະວະໄມຕີເພື່ອການປະຊາສຳພັນວັດທະນະທຳຂອງປະເທດຍີ່ປຸ່ນ. ນອກຈາກນີ້ ບໍລິສັດບັນໄດ ຜູ້ຜະລິດແລະຄ້າຂາຍສິນຄ້າກາຕູນອັນມີຊື່ສຽງຂອງຍີ່ປຸ່ນ ຍັງໄດ້ຜະລິດໂຣບົດໂດລາເອມອນຂອງແທ້ຈິງຂຶ້ນມາໃນຊື່ວ່າ "My ໂດລາເອມອນ" ໂດຍອອກວາງຂາຍເທື່ອທຳອິດໃນວັນທີ 3 ກັນຍາ 2009.

ເນື້ອເລື່ອງ

ເນື້ອເລື່ອງສ່ວນຫຼາຍຈະກ່ຽວກັບບັນຫາຂອງໂນບິຕະເດັກຊາຍຊັ້ນ ປ.4 ຜູ້ມັກຖືກບັນດາເພື່ອນໝູ່ຂົ່ມເຫັງຄະເນັງຮ້າຍ ໂດຍຫຼາຍເທື່ອຫຼາຍທີກໍເປັນຜູ້ທີ່ມັກຫາເລື່ອງໃສ່ໂຕເອງ ບໍ່ຄ່ອຍມັກເຮັດວຽກບ້ານ ຫຼືອ່ານປຶ້ມ ແລະມັກໄປໂຮງຮຽນສວາຍເນື່ອງໆ. ໂນບິຕະມີໝູ່ທີ່ເປັນໂຕລະຄອນສຳຄັນຍິ່ງໃນເລື່ອງລາວແມ່ນໂດລາເອມອນ. ໂນບິຕະເຮັດຫຍັງອັນໃດບໍ່ຄ່ອຍເປັນ ຈັ່ງຕ້ອງເພີ່ງພາອາໄສໂດລາເອມອນເກືອບໃນທຸກສິ່ງທຸກຢ່າງ. ໂດລາເອມອນນັ້ນເປັນໂຣບົດແມວມາຈາກໂລກອະນາຄົດຜູ້ເຝົ້າຄອຍເບິ່ງແຍງຊ່ອຍເຫຼືອໂນບິຕະຕະຫຼອດເວລາດ້ວຍເຄື່ອງວິເສດຈາກເມືອງອະນາຄົດ.

ໂຕລະຄອນຫຼັກອື່ນໆ ຈະມີນິໄສໃຈຄໍແຕກຕ່າງກັນໄປ. ໝໍຍັກ ຫຼື ບັກຍັກ ຜູ້ເປັນເດັກຊາຍທີ່ເບິ່ງເປັນນັກເລງ ແທ້ຈິງເປັນຄົນອາລົມອ່ອນໂຍນແລະຮັກແພງການຂັບຮ້ອງເພງ. ຊຶເນະໂອະຜູ້ມີຖານະຮັ່ງມີສີສຸກກວ່າໝູ່ໃນກຸ່ມ ມີນິໄສມັກອວດອົ່ງທະນົງຕົວ ເປັນສ່ຽວຂອງບັກຍັກຜູ້ເຝົ້າຄອຍລັງແກໂນບິຕະຢູ່ຕະຫຼອດເວລາ. ເດຄິສຸງິ ເປັນເດັກຊາຍຜູ້ຮ່ຳຮຽນເກັ່ງກາດ ນິໄສໃຈຄໍດີງາມ ຮັກຄວາມຖືກຕ້ອງປອງດອງ ມີນ້ຳໃຈກວ້າງຂວາງ ແຕ່ບໍ່ຄ່ອຍມີບົດບາດປານໃດ. ຊິຊຶກະຜູ້ເປັນຜູ້ຍິງຜູ້ດຽວໃນກຸ່ມເປັນເດັກເລົ່າຮຽນດີເດັ່ນແລະມັກຊ່ອຍເຫຼືອຜູ້ອື່ນ ເປັນເດັກສາວທີ່ໂນບິຕະຫຼົງຮັກ ໃນໂລກອະນາຄົດກໍໄດ້ມາເປັນເຈົ້າສາວຂອງໂນບິຕະນຳ. ໄຈໂກະຜູ້ເປັນນ້ອງສາວຂອງບັກຍັກບໍ່ຄ່ອຍມີບົດບາດປານໃດ. ໂຕລະຄອນສຳຄັນນອກຈາກນີ້ກໍມີໂດລາມີ ຜູ້ເປັນໂຣບົດແມວທີ່ມີຖົງມິຕິທີ່ 4 ແລະເຄື່ອງວິເສດ ຄືກັນກັບໂດລາເອມອນຜູ້ເປັນອ້າຍ. ແລະຍາພໍ່ຍາແມ່ຂອງໂນບິຕະ ເຊິ່ງແມ່ເບິ່ງຈະມີບົດບາດໃນເລື່ອງລາວຫຼາຍກວ່າພໍ່

ແມ້ນວ່າໂນບິຕະ, ຍັກ, ຊຶເນໂອະ, ແລະຜູ້ອື່ນຈະເບິ່ງຄືມີບັນຫາກັນຫຼາຍເທື່ອຫຼາຍທີແຕ່ເລິກແລ້ວກໍຮັກແພງແລະຊ່ອຍເຫຼືອກັນດີ ອັນຈະເຫັນແຈ້ງໄດ້ຈາກຕອນຄາວພິເສດຕ່າງໆ ທີ່ເດັກໆ ກຸ່ມນີ້ຈຳຕ້ອງອອກໄປຜະຈົນໄພ ແມ່ນ ບາງເທື່ອອອກໄປນອກໂລກ, ໃຕ້ນ້ຳໃຕ້ທະເລ ຫຼືບໍ່ກໍຍຸກໄດໂນເສົາ.

ໂຕລະຄອນ

ໃນກາຕູນເລື່ອງໂດລາເອມອນ ແມ່ນເລື່ອງລາວຂອງກຝູງໝູ່ໃນໃນເດັກນ້ອຍ 4 ຄົນ ແລະມີໂຣບົດແມວຈາກອະນາຄົດເປັນໂຕລະຄອນຫຼັກດັ່ງນີ້

ເບິ່ງຕື່ມ

Tags:

ທະວີບອາຊີປະເທດຍີ່ປຸ່ນພາສາຍີ່ປຸ່ນໂຣບົດ

🔥 Trending searches on Wiki ລາວ:

ທະວີບອັງຕາກຕິກພູພຽງບໍລິເວນ23 ມິຖຸນາສັງຄົມວິທະຍາມິສລາວໄອລີນລັດປະເທດອິດສະລັງອັກສອນລາວປີກະຊວງກະສິກຳແລະປ່າໄມ້ປະຫວັດສາດສົມເດັດພະເຈົ້າຢູ່ຫົວບໍຣົມໂກດແຂວງສະຫວັນນະເຂດກູເກິລວິຈິດຕາ ພອນວິໄລຊົນເຜົ່າໃນລາວການຄ້າປະເທດແຟງລັງລະເບີດເຖິດເທິງປະເທດອົດສະຕຣາລີປະເທດມາເລເຊຍເມືອງສີສັດຕະນາກປະເທດອັງກິດມາຣິໂອ້ ເມົາເຣີ້ປະໂຫຍກອາພັດສະລາ ຫົງສະກຸນໂປເກມອນກົດໝາຍ26 ຕຸລາປານີ ຍາທໍ່ຕູ້ວັດສີສະເກດສະຫະລັດປະເທດເກຣັກວັດຈະນານຸກົມມູນນິທິວິກິມີເດຍ22 ພະຈິກກະສວຍອາວະກາດພະສຸດ ບານແຍ້ມມິສຢູນີເວີຣສລາວບລູ ອາຣໄຄຟກະມົນວັນ ສີວິໄລປີແສງສະຫະລາຊະອານາຈັກກີບ (ສະກຸນເງິນ)ມິສແກຣນລາວ 2017ລາຍຊື່ນາຍົກລັດຖະມົນຕີລາວທະວີບຮູບເງົາລາວPipistrellusກະຊວງສຶກສາລວມຍອດຜະລິດຕະພັນພາຍໃນບຸນບັ້ງໄຟດາວພຸດ🡆 More