ມະຫາວິທະຍາໄລເອແດມບວກ

ມະຫາວິທະຍາໄລເອແດນບວກ (ອັງກິດ: The University of Edinburgh, ຝຣັ່ງ: Université d'Édimbourg) ກໍ່ຕັ້ງເມືອປີ ຄ.ສ.

1583 ແມ່ນມະຫາວິທະຍາໄລທີ່ມີຊື່ສຽງໃນດ້ານການສອນແລະການວິໄຈ ຕັ້ງຢູ່ເມືອງເອແດມບວກ ປະເທດເອກົດ ແຫ່ງ ສະຫະລາຊະອານາຈັກ. ເອແດມບວກແມ່ນນຶ່ງໃນມະຫາວິທະຍາໄລບູຮານຂອງເອກົດ ແລະແມ່ນນຶ່ງໃນມະຫາວິທະຍາໄລທີ່ໃຫຍ່ທີ່ສຸດແລະມີຊື່ສຽງທີ່ສຸດໃນສະຫະລາຊະອານາຈັກ.

ມະຫາວິທະຍາໄລເອແດມບວກ
University of Edinburgh
(UoE)
University of Edinburgh
ຕຶກໂອນຄໍເລດ ບ່ອນຕັ້ງຂອງຄະນະນິຕິສາດ.
ລາແຕງ: Universitas Edinburgenae
ສະຖາປະນາຄ.ສ. 1583
ປະເພດລັດ
ທຶນຊັບ£238 ລ້ານ
ອະທິການບໍດີເຈົ້າຍິງອັງ
ພະອະທິການປີເຕີ້ ແມັກຄອນ
(Peter McColl)
ຄູໃຫຍ່ອາຈານ ເຊີ ຕີໂມຕີ ໂອແຊອາ
(Professor Sir Timothy O'Shea)
ຈຳນວນນັກຮຽນ31,323 ຄົນ(2011-12)
ຈຳນວນ ປ.ຕີ20,507 ຄົນ
ຈຳນວນ ປ.ໂທ10,816 ຄົນ
ທີ່ຢູ່ປະເທດເອກົດ, ສະຫະລາຊະອານາຈັກ.
Old College, South Bridge, Edinburgh, EH8 9YL
ວິທະຍາເຂດຊຸມຊົນເມືອງ
ສີປະຈຳສະຖາບັນ
                                       
ເຄືອຂ່າຍRussell Group
Coimbra Group
LERU
Universitas 21
EUA
Universities UK
Universities Scotland
ໂທລະສັບ+44 131 650 1000
ເວັບwww.ed.ac.uk
ມະຫາວິທະຍາໄລເອແດມບວກ
ຕຶກໂອນຄໍເລດ ບ່ອນຕັ້ງຂອງຄະນະນິຕິສາດ.

ເອແດມບວກເປັນສະມາຊິກຂອງກຸ່ມລັດເຊນ (Russell Group) ເຊິ່ງເປັນກຸ່ມມະຫາວິທະຍາໄລວິໄຈຂອງສະຫະລາຊະອານາຈັກ. ນອກຈາກນີ້ຍັງເປັນມະຫາວິທະຍາໄລດຽວຂອງເອກົດ (ແລະມະຫາວິທະຍາໄລດຽວໃນສະຫະລາຊະອານາຈັກ ນອກເໜືອຈາກ ແຄມບະລິດ ແລະອົກສະເຟີດ) ເຊິ່ງເປັນສະມາຊິກຂອງ Coimbra Group ແລະ LERU ສອງກຸ່ມມະຫາວິທະຍາໄລຊັ້ນນຳຂອງເອີລົບ ແລະຍັງເປັນສະມາຊິກຂອງເຄືອຂ່າຍມະຫາວິທະຍາໄລວິໄຈ Universitas 21 ອີກນຳ.

ໃນຊ່ວງຄິດຕະສະຕະວັດທີ 18 ມະຫາວິທະຍາໄລເອແດມບວກໄດ້ກາຍເປັນສູນກາງຂອງຍຸກຮູ້ແຈ້ງຂອງເອີລົບ (European Enlightenment) ແລະກາຍເປັນນຶ່ງໃນມະຫາວິທະຍາໄລທີ່ສຳຄັນທີ່ສຸດຂອງທະວີບເອີລົບ.

ປະຫວັດ

ເອແດມບວກເປັນນຶ່ງໃນສີ່ມະຫາວິທະຍາໄລເກົ່າແກ່ຂອງເອກົດ ເຊິ່ງປະກອບໄປດ້ວຍ ມະຫາວິທະຍາໄລແຊັງອັງ, ມະຫາວິທະຍາໄລກະລາສະໂກ, ມະຫາວິທະຍາໄລອາເບີດີນ, ແລະ ມະຫາວິທະຍາໄລເອແດມບວກ (ລຽນຕາມຄວາມເກົ່າແກ່ຈາກຫຼາຍໄປໜ້ອຍ). ກໍ່ຕັ້ງເມືອປີ ຄ. ສ. 1583 ໃນຊ່ວງແຫ່ງການປ່ຽນແປງຢ່າງໄວວາຂອງເມືອງເອແດມບວກ ແລະນັບເປັນມະຫາວິທະຍາໄລທຳອິດ ທີ່ໄດ້ເງິນທຶນສະໜັບສະໜູນມາຈາກສະພາເມືອງ (ແທນທີ່ຈະເປັນຈາກໂບດດັ່ງເຊັ່ນມະຫາວິທະຍາໄລທົ່ວໄປໃນສະໄໝນັ້ນ). ສາຂາວິຊາທຳອິດທີ່ເປີດສອນແມ່ນ ກາຍະວິພາຄະສາດ ແລະວິຊາເຊິ່ງຕໍ່ມາໄດ້ພັດທະນາກາຍເປັນວິຊາສັນຍະກຳ ຈາກນັ້ນກໍໄດ້ຂະຫຍາຍການຮຽນການສອນໄປສູ່ສາຂາອື່ນໆ.

ຕຶກຫຼັງທຳອິດຂອງມະຫາວິທະຍາໄລ ແມ່ນ ໂອນຄໍເລດ (Old College) ຕັ້ງຢູ່ເທິງຖະໜົນເຊົາບິດ ບໍລິເວນເມືອງເກົ່າ (ໂອນທາວ; Old town) ຂອງເມືອງ (ປັດຈຸບັນແມ່ນບ່ອນຕັ້ງຂອງຄະນະນິຕິສາດ ແລະສຳນັກງານຝ່າຍບໍລິຫານຂອງມະຫາວິທະຍາໄລ).

ບັດດຽວນີ້ມະຫາວິທະຍາໄລມີຫຼັກສູດຄອບຄຸມເກືອບທຸກສາຂາວິຊາ ຍົກເວ້ນດ້ານກະສິກຳ (ວິທະຍາໄລກະສິກຳເອກົດ . ມີຕຶກຕັ້ງຢູ່ໃນບໍລິເວນວິທະຍາເຂດຄິງບິນດິ້ງຂອງມະຫາວິທະຍາໄລ ແຕ່ບໍ່ໄດ້ເປັນສ່ວນນຶ່ງຂອງມະຫາວິທະຍາໄລ) ແລະມີສຳນັກວິຊາວິທະຍາການສາລະສົນເທດທີ່ໃຫຍ່ຫຼາຍ ໂດຍເປັນນຶ່ງໃນຜູ້ນຳຂອງໂລກໃນສາຂານີ້ ໂດຍສະເພາະແມ່ນດ້ານປັນຍາປະດິດ, ພາສາສາດເຊີງຄຳນວນ, ຊີວະວິທະຍາລະບົບ, ແລະວິທະຍາການຄອມພິວເຕີເຊີງທິສະດີ.

ບ່ອນຕັ້ງ

ມະຫາວິທະຍາໄລເອແດມບວກ 
Teviot Row House ຕຶກສະຫະພາບນັກຮຽນ ເຊິ່ງສ້າງຂຶ້ນມາເປັນການສະເພາະ ອັນເກົ່າແກ່ທີ່ສຸດໃນໂລກ

. ຕຶກຂອງມະຫາວິທະຍາໄລຕັ້ງກະຈາຍຢູ່ໂດຍອ້ອມຮອບເມືອງ ໂດຍມີສອງວິທະຍາເຂດໃຫຍ່ແມ່ນ ຈອດສະແຄວ ແມ່ນບ່ອນຕັ້ງຂອງກຸ່ມຄະນະມະນຸສະຍະສາດແລະສັງຄົມມະສາດ ແລະ ຄິງບິນດິ້ງ ເປັນບ່ອນຕັ້ງຂອງກຸ່ມຄະນະວິທະຍາສາດແລະວິສະວະກຳສາດ. ນອກຈາກນີ້ຍັງມີວິທະຍາເຂດອື່ນໆ ຕື່ມອີກ ໄດ້ແກ່ ຄະນະເທວະວິທະຍາ ຢູ່ the Mound, ຄະນະສຶກສາສາດ ທີ່ປາຍຖະໜົນລໍຍັນໄມ, ຄະນະສັດຕະວະແພທະຍະສາດ ຢູ່ Summerhall ຕິດກັບສວນສາທາລະນະ the Meadows, ກຸ່ມຄະນະແພທະຍະສາດ ຢູ່ Little France, ແລະ Pollock Halls ເຊິ່ງເປັນກຸ່ມຕຶກຫໍພັກນັກສຶກສາ.

ຊີວິດນັກສຶກສາ

ການກິລາຂອງນັກສຶກສາ

ກິລາຂອງນັກສຶກສາຂອງມະຫາວິທະຍາໄລເອແດມບວກປະກອບດ້ວຍສະມາຄົມ 67 ສະມາຄົມ ໂດຍມີຕັ້ງແຕ່ບານແຕະແລະລັກບີ້ຈົນເຖິງຄອບບານ (korfball). ສະມາຄົມເຫຼົ່ານີ້ບໍລິຫານໂດຍສະຫະພາບການກິລາຂອງມະຫາວິທະຍາໄລເອແດມບວກ (Edinburgh University Sports Union). ໃນປີ 2006-07 ບັນດາສິດໄດ້ມີການແຂ່ງຂັນກິລາຊະນະເປັນອັນດັບທີ 4 ຂອງສະມາຄົມການກິລາແຫ່ງສະຫະລາຊະອານາຈັກ (British Universities' Sports Association).

ລະຫວ່າງການແຂ່ງຂັນໂອລິມປິກລະດູຮ້ອນ 2008 ໃນນະຄອນຫຼວງປັກກິ່ງ ສິດເກົ່າແລະນັກສຶກສາຂອງມະຫາວິທະຍາໄລເອແດມບວກໄດ້ຫຼຽນຄຳ 3 ຫຼຽນ ແລະ ຫຼຽນເງິນ 1 ຫຼຽນ.

ຊື່ສຽງ

ການຈັດອັນດັບມະຫາວິທະຍາໄລໂດຍ ເດິກາດ້ຽນ ປີ 2008 ໄດ້ຈັດອັນດັບມະຫາວິທະຍາໄລເອແດມບວກໄວ້ດັ່ງນີ້:

  • ທີ 1 ຂອງ UK ທາງດ້ານຄອມພິວເຕີ
  • ທີ 1 ຂອງ UK ທາງດ້ານຟິສິກ
  • ທີ 2 ຂອງ UK ທາງດ້ານການແພດ
  • ທີ 2 ຂອງ UK ทາງດ້ານສັດຕະວະແພດ
  • ທີ 7 ຂອງ UK ໂດຍພາບລວມ

ການຈັດອັນດັບມະຫາວິທະຍາໄລໂລກໂດຍ ທາມໄຮເອີ້ເອຈູເຄຊັ້ນຊັບພີເມ້ນ ເມື່ອປີ ຄ. ສ. 2005 (The 2005 Times Higher Education Supplement [THES] World University Rankings) ຈັດອັນດັบມະຫາວິທະຍາໄລເອແດມບວກດັ່ງນີ້:

  • ທີ 16 ຂອງໂລກ ດ້ານຊີວະເວດ
  • ທີ 14 ຂອງໂລກ ຈາກມູມມອງຂອງຜູ້ຈ້າງງານ
  • ທີ 27 ຂອງໂລກ ດ້ານສິລະປະສາດແລະມະນຸສະຍະສາດ
  • ທີ 38 ຂອງໂລກ ດ້ານວິທະຍາສາດ
  • ທີ 30 ຂອງໂລກ ໂດຍພາບລວມ

ການຈັດອັນດັບມະຫາວິທະຍາໄລໂລກໂດຍ ມະຫາວິທະຍາໄລຊ້ຽງໄຮ້ ຈ່ຽວທົ່ງ (The Academic Ranking of World Universities 2005 [ARWU]) ຈັດອັນດັບມະຫາວິທະຍາໄລເອແດມບວກດັ່ງນີ້:

  • ທີ 5 ຂອງສະຫະລາຊະອານາຈັກ
  • ທີ 9 ຂອງເອີລົບ
  • ທີ 47 ຂອງໂລກ

ປີ ຄ. ສ. 2005 ມະຫາວິທະຍາໄລໄດ້ຮັບເລືອກຈາກໜັງສືພິມຊັນເດທາມ (ສະຫະລາຊະອານາຈັກ) ເປັນມະຫາວິທະຍາໄລເອກົດແຫ່ງປີ (Sunday Times Scottish University of the Year).

ປີ ຄ. ສ. 2006 ໜັງສືແນະນຳມະຫາວິທະຍາໄລໂດຍໜັງສືພິມທາມ (ສະຫະລາຊະອານາຈັກ) (The Times Good University Guide 2006) ຈັດອັນດັບມະຫາວິທະຍາໄລເອແດມບວກເປັນອັນດັບທີ 5 ຂອງສະຫະລາຊະອານາຈັກໃນພາບລວມ ແລະອັນດັບທີ 4 ໃນດ້ານຄຸນພາບການຮຽນການສອນ. 아이폰14 사전예약

ສິດເກົ່າແລະອາຈານ

ມະຫາວິທະຍາໄລເອແດມບວກ 
ອາເລັກຊານເດີ ກະແລແຮມ ເບນ, ຜູ້ຄິດຄົ້ນປະດິດໂທລະສັບໄດ້ສຶກສາຢູ່ມະຫາວິທະຍາໄລເອແດມບວກ.
  • ເອແດມບວກເປັນມະຫາວິທະຍາໄລທີ່ມີສິດເກົ່າເປັນນາຍົກລັດຖະມົນຕີສະຫະລາຊະອານາຈັກຫຼາຍຮອງຈາກອອກສະຟອດແລະແຄມບິດ.
  • ກໍດ້ອນ ບະລາວ – ນາຍົກລັດຖະມົນຕີແຫ່ງສະຫະລາຊະອານາຈັກ.
  • ເຊີ ອາເຕີ້ ໂຄແນນ ດອຍ – ຜູ້ຂຽນ ເຊີລັອກ ໂຮມ.
  • ໂລເບີດ ລູວີ ສະຕີເວນຊັ້ນ – ຜູ້ແຕ່ງ Treasure Island ແລະ Strange Case of Dr. Jekyll and Mr. Hyde.
  • ອາເລັກຊານເດີ ກະແລແຮມ ເບນ – ຜູ້ປະດິດໂທລະສັບເຄື່ອງທຳອິດຂອງໂລກ.
  • ຊາກ ດາວິ້ນ – ນັກທຳມະຊາຕິວິທະຍາ ຜູ້ສະເໜີທິສະດີວິວັດທະນາການ.
  • ໂຈເຊບ ລິສະເຕີ້ (Joseph Lister) – ສັນລະຍະແພດຜູ້ວາງຮາກຖານການປາດແບບປອດເຊື້ອ.
  • ເຈມ ຄະເລີກ ແມກສະເວນ (James Clerk Maxwell) – ນັກຟິສິກ ພໍ່ແຫ່ງທິສະດີແມ່ເຫຼັກໄຟຟ້າ.
  • ວິນລ້ຽມ ແລງຄາຍ (William John Macquorn Rankine) – ນັກຟິສິກຜູ້ອຸທິດຜົນງານສຳຄັນຕໍ່ເທີໂມໄດນາມິກ ເຊັ່ນ Rankine Cycle.
  • ດາວິດ ຮູມ (David Hume) – ນັກຄຶด ນັກປັດຊະຍາ ແລະ ນັກເສດຖະສາດ ທີ່ສຳຄັນທີ່ສຸດຜູ້ນຶ່ງຂອງເອີລົບ.
  • David MacRitchie – ນັກບູຮານະຄະດີ.
  • Stella Rimington – ອະດີດຜູ້ນວຍການ MI5 (ໜ່ວຍຮັກສາຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລາຊະອານາຈັກ).
  • Peter Roget – ຜູ້ຮິບໂຮມອະພິທານະສັບ.
  • ວອນເຕີ ສະກອດ (Sir Walter Scott) – ນັກຂຽນແລະກະວີ.
  • David Steel – ຫົວໜ້າພັກເສລີນິຍົມ (British Liberal Party).
  • ເຈມ ເຮກເຕີ (James Hector) – ນັກທໍລະນີວິທິຍາ.
  • ທ້າວວິລາກອນ ກຸນລິນ (Wirakorn Kulrin) – ອາຈານມະຫາວິທະຍາໄລ.

ອ້າງອີງ

ແຫຼ່ງຂໍ້ມູນອື່ນ

Tags:

ມະຫາວິທະຍາໄລເອແດມບວກ ປະຫວັດມະຫາວິທະຍາໄລເອແດມບວກ ບ່ອນຕັ້ງມະຫາວິທະຍາໄລເອແດມບວກ ຊີວິດນັກສຶກສາມະຫາວິທະຍາໄລເອແດມບວກ ຊື່ສຽງມະຫາວິທະຍາໄລເອແດມບວກ ສິດເກົ່າແລະອາຈານມະຫາວິທະຍາໄລເອແດມບວກ ອ້າງອີງມະຫາວິທະຍາໄລເອແດມບວກ ແຫຼ່ງຂໍ້ມູນອື່ນມະຫາວິທະຍາໄລເອແດມບວກຄ.ສ. 1583ປະເທດເອກົດພາສາຝຣັ່ງພາສາອັງກິດມະຫາວິທະຍາໄລສະຫະລາຊະອານາຈັກເອແດມບວກ

🔥 Trending searches on Wiki ລາວ:

ທອງຄຳເນື້ອຫາເສລີໜູຮັກ ພູມສະຫວັນອາຊີປະຫວັດສາດ5 ມິຖຸນາວຽງ​ຈັນ 450 ປີວັງວຽງຍາດາ ເທບພະນົມພະເຈົ້າຮົງລີທີ 8 ແຫ່ງອັງກິດອີຕາລີຈະລິຍະທຳວັນນະຄະດີປະເທດຟີລິບປິນສຸທິນ ຄັງແສງຄຳພີໄບເບີລໄອຍາການຄຳອາລາທະນາເອແດມບວກເພັດດີ ສີເຣີກແບລັກພິງລື້ອະນັນ ສຸກສັນພິກັດພູມສາດການເສຍກຸງສີອະຍຸດທະຍາຄັ້ງທີ່ສອງປະເທດອິດສະຣາເອນແມວເມືອງຄຳເກີດຕາດເຍືອງປະເທດມຽນມາເຄື່ອງດື່ມສາລານຸກົມສັດລ້ຽງລູກດ້ວຍນ້ຳນົມຜາສາດຫີນວັດພູທະວິດເຕີປະເທດບຣາຊິນນະຄອນນິວຢອກປະຕູໄຊໝ່ຳ ຈົ໊ກມົກແຂວງຈຳປາສັກທໍອານເນ ແຟຣັງກະຊວງອຸດສາຫະກຳແລະການຄ້າວິດນີ້ ຮິວສຕັນສົງຄາມພຸດທະສາສະໜາສາສະໜາສົມເດັດພະສີນະຄະຣິນທາບໍລົມລາຊະຊົນນະນີບານເຕະເພື່ອມິດຕະພາບອານາຈັກອະຍຸດທະຍາໄດໂນເສົາສະຫະລາຊະອານາຈັກເລີ້ງເຄີ້ງປະເທດອິນໂດເນເຊຍຊົນເຜົ່າໃນລາວເວັບໄຊອິນເຕີເນັດ ມູວີເດຕາເບສລິງລົມປະເທດເມັກຊິໂກພູມສາດປະຍຸດ ຈັນໂອຊາສຸຂະພາບນ້ຳຖ້ວມບລູ ອາຣໄຄຟພາສາປອກຕຸຍການເມືອງຫາດຊາຍຟອງເມືອງຫຼວງພະບາງ🡆 More