ວັຕຖຸວິທະຍາ ຫຼື ຟີຊິກສ໌ (ອັງກິດ: Physics) ເຊິ່ງເຄົ້າມາຈາກພາສາເກຣັກ ໝາຍເຖິງ ການສຶກສາກ່ຽວກັບທັມມະຊາດ ແມ່ນຂະແໜງວິທະຍາສາດທີ່ສຶກສາກ່ຽວກັບວັຕຖຸຫຼືທາຕ ພລັງງານ , ອວກາສ, ເວລາເປັນຫຼັກ.
ນັກວິຊາກາຣບາງທ່ານເລືອກໃຊ້ສັພທ໌ຟີຊິກສ໌ແທນ ຍ້ອນຢາກໃຊ້ສັພທ໌ "ວັຕຖຸວິທຍາ" ເພື່ອແປ science of materials. ວັຕຖຸວິທຍາສຶກສາກາຣປ່ຽນແປງທາງກາຍພາພແລະສຶກສາຄວາມສັມພັນທ໌ລະຫວ່າງທາຕຸກັບພລັງງານ ຮວມທັງເປັນຄວາມຮູ້ພື້ນຖານ ທີ່ນຳໄປໃຊ້ໃນການພັທນາເຕັກໂນໂລຊີກ່ຽວກັບການຜລິຕແລະເຄື່ອງໃຊ້ຕ່າງໆ ເພື່ອອຳນວຍຄວາມສະດວກແກ່ມນຸສ ຕົວຢ່າງເຊັ່ນ ກາຣນຳຄວາມຮູ້ພື້ນຖານທາງດ້ານແມ່ເຫຼັກໄຟຟ້າ ໄປໃຊ້ໃນອຸປກຣນ໌ເອເລັກໂຕຣນິກຕ່າງ ໆ (ໂທລະພາບ ວິທະຍຸ ອໍຣ໌ດິເນເຕີຣ໌ ໂທລະສັບ ຯລຯ) ຢ່າງແຜ່ຫຼາຍຫຼືການນຳຄວາມຮູ້ທາງອຸນຫພົລສາສຕຣ໌ໄປໃຊ້ໃນການພັທນາເຄື່ອງຈັກກົລແລະຍານພາຫນ) ຍິ່ງໄປກວ່ານັ້ນ ຄວາມຮູ້ທາງວັຕຖຸວິທຍາລາງຢ່າງອາດນຳໄປສູ່ການສ້າງສາເຄື່ອງມືໃໝ່ທີ່ໃຊ້ໃນວິທຍາສາສຕຣ໌ສາຂາອື່ນເຊັ່ນ ກາຣນຳຄວາມຮູ້ເຣື່ອງກົລສາສຕຣ໌ຄວອນຕັມ ໄປໃຊ້ໃນກາຣພັທນາກ້ອງຈຸລທັສນ໌ເອເລັກຕຣົງທີ່ໃຊ້ໃນຊີວວິທຍາ ເປັນຕົ້ນ [1].
This article uses material from the Wikipedia ລາວ article ຟີຊິກສ໌, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.