ປະເທດໂອຕຣິດ

13°20′E / 47.333°N 13.333°E / 47.333; 13.333

ໂອຕຣິດ ຫຼື ອັອສເຕຣຍ ມີຊື່ຢ່າງເປັນທາງການແມ່ນ ສາທາລະນະລັດໂອຕຣິດ ເປັນປະເທດທີ່ຕັ້ງຢູ່ທາງໃຕ້ຂອງເອີຣົບກາງ ໂດຍສະຫະພັນທະລັດທີ່ແບ່ງເຂດການປົກຄອງອອກເປັນ 9 ລັດ ໂດຍໜຶ່ງໃນເກົ້າລັດນັ້ນແມ່ນວຽນນາເຊິ່ງເຮັດໜ້າທີ່ເປັນເມືອງຫຼວງຂອງປະເທດ ໂອຕຣິດມີຊາຍແດນທາງທິດຕາເວັນຕົກສຽງເໜືອຕິດກັບເຢຍລະມັນ ທາງທິດເໜືອຕິດກັບເຊັກກີ ທາງທິດຕາເວັນອອກສຽງເໜືອຕິດກັບສະໂລວາກີ ທາງທິດຕາເວັນອອກຕິດກັບຮົງກາລີ ທາງທິດໃຕ້ຕິດກັບສະໂລເວນີ ແລະ ອິຕາລີ ແລະ ທາງທິດຕາເວັນຕົກຕິດກັບສະວິດ ແລະ ເລັກເຕນສະເຕນ ໂອຕຣິດມີເນື້ອທີ່ 83,879 ຕາລາງກິໂລແມັດ (32,386 ຕາລາງໄມລ໌) ເຊິ່ງເປັນພື້ນທີ່ທີ່ບໍ່ມີທາງອອກສູ່ທາງທະເລ ແລະ ມີປະຊາກອນ 9 ລ້ານຄົນ

ສາທາລະນະລັດໂອຕຣິດ

Republik Österreich (ເຢຍລະມັນ)
ທຸງຊາດໂອຕຣິດ
ທຸງຊາດ
ເຄື່ອງໝາຍຊາດຂອງໂອຕຣິດ
ເຄື່ອງໝາຍຊາດ
ເພງຊາດ"ເພງຊາດສາທາລະນະລັດໂອຕຣິດ"
ທີ່ຕັ້ງຂອງ ປະເທດໂອຕຣິດ  (ຂຽວເຂັ້ມ) – ໃນທະວີບເອີຣົບ  (ຂຽວ & ເທົາເຂັ້ມ) – ໃນສະຫະພາບເອີຣົບ  (ຂຽວ)  —  [ຄຳອະທິບາຍສັນຍະລັກ]
ທີ່ຕັ້ງຂອງ ປະເທດໂອຕຣິດ  (ຂຽວເຂັ້ມ)

– ໃນທະວີບເອີຣົບ  (ຂຽວ & ເທົາເຂັ້ມ)
– ໃນສະຫະພາບເອີຣົບ  (ຂຽວ)  —  [ຄຳອະທິບາຍສັນຍະລັກ]

ເມືອງຫຼວງ
ແລະ ເມືອງໃຫຍ່ທີ່ສຸດ
ວຽນນາ
48°12′N 16°21′E / 48.200°N 16.350°E / 48.200; 16.350
ພາສາທາງການເຢຍລະມັນ
ພາສາທີ່ໄດ້ຮັບການຮັບຮອງ
  • ຮົງກາລີ
  • ສະໂລເວນີ
  • ກຣົວຊີແບບໂບເກິນລັງ
ກຸ່ມຊົນເຜົ່າ
(2020)
  • 75.6% ຊາວໂອຕຣິດ
  • 24.4% ອື່ນໆ
ສາສະໜາ
(2018)
  • 69.0% ຄຣິດ
  • —57.0% ໂຣແມັງກາໂຕລິກ
  • —8.7% ອີສເທີນອໍທໍດອກຊ໌
  • —3.3% ນິກາຍອື່ນໆ
  • 22.0% ບໍ່ມີສາສະໜາ
  • 7.9% ອິດສະລາມ
  • 1.1% ອື່ນໆ
ເດມະນິມຊາວໂອຕຣິດ
ການປົກຄອງສະຫະພັນສາທາລະນະລັດລະບົບລັດຖະສະພາ
• ປະທານາທິບໍດີ
ອາເລັກຊັນເດີ ຟັນ ແດຣ໌ ເບັລເລິນ
• ນາຍົກລັດຖະມົນຕີ
ຄາຣ໌ລ ເນຮຳເມີ
ສະພານິຕິບັນຍັດລັດຖະສະພາ
ສະພາລັດຖະບານກາງ
• ສະພາລຸ່ມ
ສະພາແຫ່ງຊາດ
ປະຫວັດການກໍ່ຕັ້ງ
• ໄດ້ຮັບຊື່ປະເທດ
1 ພະຈິກ ຄ.ສ 996
• ດັດຊີ
17 ກັນຍາ ຄ.ສ 1156
• ອາຣ໌ຊດັດຊີ
6 ມັງກອນ 1453
• ຈັກກະພັດ
11 ສິງຫາ 1804
• ຈັກກະພັດໂອຕຣິດ-ຮົງກາລີ
30 ມີນາ 1867
• ສາທາລະນະລັດເຢຍລະມັນໂອຕຣິດ
12 ພະຈິກ 1918
• ສາທາລະນະລັດທີໜຶ່ງ
10 ກັນຍາ 1919
• ສະຫະພັນທະລັດ
1 ພຶດສະພາ 1934
• ອັນຊະລຸສ
12 ມີນາ 1938
• ສາທາລະນະລັດທີສອງ
27 ເມສາ 1945
• ສົນທິສັນຍາລັດ
27 ກໍລະກົດ 1955
ພື້ນທີ່
• ລວມ
83,879 ຕາລາງກິໂລແມັດ (32,386 ຕາລາງໄມລ໌) (ອັນດັບທີ 113)
0.84 (ປີ 2015)
ປະຊາກອນ
• ເມສາ 2022 ປະມານ
ເພີ່ມຂຶ້ນເປັນກາງ 9,027,999 (ອັນດັບທີ 98)
107.6 ຕໍ່ຕາລາງກິໂລແມັດ (278.7 ຕໍ່ຕາລາງໄມລ໌) (ອັນດັບທີ 106)
GDP (ອຳນາດຊື້)2022 (ປະມານ)
• ລວມ
582,130 ລ້ານໂດລາສະຫະລັດ (ອັນດັບທີ 43)
• ຕໍ່ຫົວ
64,750 ໂດລາສະຫະລັດ (ອັນດັບທີ 14)
GDP (ລາຄາຕະຫຼາດ)2022 (ປະມານ)
• ລວມ
479,820 ລ້ານໂດລາສະຫະລັດ (ອັນດັບທີ 33)
• ຕໍ່ຫົວ
53,320 ໂດລາສະຫະລັດ (ອັນດັບທີ 17)
ຈີນີ (2020)positive decrease 27.0
ຕ່ຳ
HDI (2020)Increase 0.922
ສູງຫຼາຍ · ອັນດັບທີ 18
ສະກຸນເງິນເອີໂຣ (€) (EUR)
ເຂດເວລາUTC+1 (ເວລາເອີຣົບກາງ)
• ລະດູຮ້ອນ (ເວລາອອມແສງ)
UTC+2 (ເວລາອອມແສງເອີຣົບກາງ)
ຂັບລົດດ້ານຂວາ
ລະຫັດໂທລະສັບ+43
ລະຫັດອິນເຕີເນັດ.at

ໂອຕຣິດເກີດຂຶ້ນມາຈາກພື້ນທີ່ສ່ວນທີ່ເຫຼືອຂອງແຄວ້ນຊາຍແດນຕາເວັນອອກ ແລະ ແຄວ້ນຊາຍແດນຮົງກາລີໃນຊ່ວງປາຍຄຣິດສະຫັດສະຫວັດທີ 1 ເດີມນັ້ນເປັນແຄວ້ນຊາຍແດນຂອງໄບເອີນ ເຊິ່ງໃນເວລາຕໍ່ມາໄດ້ພັດທະນາກາຍເປັນດັດຊີຂອງຈັກກະພັດໂຣແມັງອັນສັກສິດໃນ 1156 ແລະ ກາຍເປັນອາຣ໌ຊດັດຊີໃນ 1453 ໃນຊ່ວງຄຣິດສະຕະວັດທີ 16 ວຽນນາໄດ້ເຮັດໜ້າທີ່ເປັນເມືອງຫຼວງຝ່າຍບໍລິຫານຂອງຈັກກະພັດ ແລະ ໂອຕຣິດຈຶ່ງກາຍເປັນດິນແດນສູນກາງແຫ່ງລາຊະວົງຮາບບວກ ຫຼັງຈາກທີ່ຈັກກະພັດໂຣແມັງອັນສັກສິດຖືກຍຸບລົງໃນປີ 1806 ໂອຕຣິດໄດ້ສະຖາປະນາຈັກກະພັດເປັນຂອງຕົວເອງເຊິ່ງໄດ້ກາຍເປັນມະຫາອຳນາດ ແລະ ເປັນສະມາຊິກທີ່ມີບົດບາດສຳຄັນໃນສະມາພັນທະລັດເຢຍລະມັນ ຄວາມພ່າຍແພ້ຂອງຈັກກະພັດໂອຕຣິດໃນສົງຄວາມໂອຕຣິດ-ປຣັດເຊຍໃນປີ 1866 ນຳໄປສູ່ຈຸດສິ້ນສຸດຂອງສະມາພັນທະລັດ ແລະ ໄດ້ປູທາງໃຫ້ກັບການສະຖາປະນາຈັກກະວັດໂອຕຣິດ-ຮົງກາລີໃນປີຕໍ່ມາ

ໝາຍເຫດ

ອ້າງອີງ

ແຫຼ່ງຂໍ້ມູນອື່ນ

ແມ່ແບບ:Wikisource portal

    ລັດຖະບານ
    ການຄ້າ
    ການທ່ອງທ່ຽວ

Tags:

ພິກັດພູມສາດ

🔥 Trending searches on Wiki ລາວ:

ຊົນເຜົ່າລະເວນລິນຸກຊ໌ຈະລິຍະທຳຄ.ສ. 1583ທີຣະສິນ ແດງດາພາສາມົ້ງປີໃໝ່ລາວຄາເຟ່ ອາເມຊອນສົມເດັດພະເຈົ້າຢູ່ຫົວບໍຣົມໂກດກະຊວງອຸດສາຫະກຳແລະການຄ້າວະລີຈັງຫວັດພະນະຄອນ1 ພະຈິກປີແສງສຸຣະໄຊ ລ້ຽງບຸນເລີດໄຊມິສໂວຣ໌ວລວມຍອດຜະລິດຕະພັນພາຍໃນພາສາກາຕາລັງການຮ່ວມເພດກາບກອນພາສາຝຣັ່ງເປມ ຕິນນະສູລານົນປະເທດເບລາຣຸດຊີກົບຄວາມຮູ້ພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດລາຍຊື່ນາຍົກລັດຖະມົນຕີລາວສຸພາພອນ ສົມວິຈິດ22 ສິງຫາເສືອອາເມລິກາເຄື່ອງໝາຍຊາດລາວ17 ມິຖຸນາມອສໂກພາສາສາດເຟດບຸກອາພັດສະລາ ຫົງສະກຸນການ ທຽນແກ້ວມິສແກຣນອິນເຕີຣ໌ເນຊັນແນລ 2014ແຂວງວຽງຈັນສະຕິບ ຈອບ26 ມີນາປະເທດລັດເວຍສົງຄາມໂລກຄັ້ງທີສອງປະຫວັດສາດເນື້ອຫາເສລີສຸພານຸວົງລັດຖະບານສີ ຈິ້ນຜິງປັດຊະຍາເມືອງພູຄູນຈັງຫວັດສະຕູນປະທານປະເທດ ແຫ່ງ ສປປ ລາວການຜະລິດຮົງກົງຢີນພາສາຈີນເຂດຫຼັກສີ່ສະຕາບັກຊ໌7 ສິ່ງມະຫັດສະຈັນ🡆 More