ປະເທດບົດສະນີ ແລະ ແຮກເຊໂກວິນາ

ບົດສະນີ ແລະ ແຮກເຊໂກວິນາ (ອັງກິດ: Bosnia and Herzegovina; ບົດສະນີ-ກຣົວຊີ-ມົງເຕເນໂກຣ-ແຊັກບີ: Bosna i Hercegovina / Босна и Херцеговина, ອອກສຽງ: ), ຫຍໍ້ວ່າ BiH (BiH / БиХ) ຫຼື B&H, ບາງຄັ້ງເອີ້ນວ່າ ບົດສະນີ-ແຮກເຊໂກວິນາ ແລະ ມັກຈະຮູ້ຈັກໃນຊື່ຢ່າງບໍ່ເປັນທາງການວ່າ ບົດສະນີ ເປັນປະເທດທີ່ຕັ້ງຢູ່ໃນທາງແຍກລະຫວ່າງເອີຣົບໃຕ້ ແລະ ເອີ​ຣົບ​ຕາ​ເວັນ​ອອກ​ສຽງ​ໃຕ້​ ຕັ້ງຢູ່ໃນ ແຫຼມບາຄານ ມີຊາຍແດນຕິດກັບປະເທດແຊັກບີທາງຕາເວັນອອກ ມົງເຕເນໂກຣທາງຕາເວັນອອກສຽງໃຕ້ ແລະ ປະເທດກຣົວຊີທາງເໜືອ ແລະ ຕາເວັນຕົກສຽງເໜືອ ທາງທິດໃຕ້ຂອງປະເທດຍັງມີເຂດແຄມທະເລເອເດຣຍຕິກ ພາຍໃນທະເລເມດີແຕຣາເນ ເຊິ່ງມີໄລຍະທາງປະມານ 20 ກິໂລແມັດ (12 ໄມລ໌) ໃນພື້ນທີ່ພາກກາງ ແລະ ຕາເວັນອອກຂອງປະເທດມີພູເປັນຈຳນວນຫຼາຍ ແລະ ມີສະພາບອາກາດແບບຊຸ່ມພາກພື້ນທະວີບ ໂດຍມີອາກາດຮ້ອນໃນລະດູຮ້ອນ ແຕ່ໜາວເຢັນພ້ອມກັບມີຫິມະໃນລະດູໜາວ ໃນຕາເວັນຕົກສຽງເໜືອມັນເປັນເຂດເນີນພູປານກາງ ແລະ ໃນຕາເວັນອອກສຽງເໜືອພື້ນທີ່ສ່ວນຫຼາຍແມ່ນຮາບພຽງ ພາກພື້ນແຮກເຊໂກວິນາ ເຊິ່ງຕັ້ງຢູ່ພາກໃຕ້ຂອງປະເທດເປັນພາກພື້ນທີ່ມີຂະໜາດນ້ອຍທີ່ສຸດ ມີສະພາບອາກາດແບບເມດີແຕຣາເນ ແລະ​ ມີ​ພູ​ເຂົາ​ຫຼາຍ​ທີ່​ສຸດ​ ຊາຣາເຢໂວ ເປັນເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດຂອງບົດສະນີ ແລະ ແຮກເຊໂກວິນາ ຕໍ່ຈາກບັນຍາ ລູກາ, ຕູຊລາ ແລະ ເຊເນກາ.

ບົດສະນີ ແລະ ແຮກເຊໂກວິນາ

Bosna i Hercegovina (ບົດສະນີ)
Bosne i Hercegovina (ກຣົວຊີ)
Bosna i Hercegovina /
Босна и Херцеговина
(ແຊັກບີ)
ທຸງຊາດບົດສະນີ ແລະ ແຮກເຊໂກວິນາ
ທຸງຊາດ
ເຄື່ອງໝາຍຊາດຂອງບົດສະນີ ແລະ ແຮກເຊໂກວິນາ
ເຄື່ອງໝາຍຊາດ
ຄຳຂວັນບໍ່ມີ
ເພງຊາດDržavna himna Bosne i Hercegovine
Државна химна Босне и Херцеговине
"ເພງຊາດບົດສະນີ ແລະ ແຮກເຊໂກວິນາ"
ທີ່ຕັ້ງຂອງບົດສະນີ ແລະ ແຮກເຊໂກວິນາ
ເມືອງຫຼວງ
ແລະ ເມືອງໃຫຍ່ທີ່ສຸດ
ຊາຣາເຢໂວ
43°52′N 18°25′E / 43.867°N 18.417°E / 43.867; 18.417
ພາສາລັດຖະການພາສາບົດສະນີ, ພາສາແຊັກບີ ແລະ ພາສາກຣົວຊີ
ການປົກຄອງສະຫະພັນ ລະບົບລັດຖະສະພາ
ສາທາລະນະລັດຄະນະຜູ້ອຳນວຍການ
• ຜູ້ແທນລະດັບສູງ
ຄຣິສທີອັນ ຊະມິດ
• ປະທານຄະນະປະທານາທິບໍດີ
ເຊລກາ ສະໄວຢານອະວິຊ
• ສະມາຊິກຄະນະປະທານາທິບໍດີ
ຊາລາໂກ ກັອມຊິດຊ໌
ເດນິສ ເບຊິຣໍວິຊ
ເຊລກາ ສະໄວຢານອະວິຊ
• ປະທານສະພາລັດຖະມົນຕີ
ບໍຣ໌ຢານາ ກຣິຊຕໍ
ປະຫວັດສາດບົດສະນີ 
ກໍ່ຕັ້ງໃນປີ 753
• ລາຊະອານາຈັກບົດສະນີ
753
• ສະໄໝ ໂອໂຕມັນຍຶດຄອງ
1463
• ດິນແດນໃຕ້ການປົກຄອງຮ່ວມບົດສະນີ ແລະ ແຮກເຊໂກວິນາ
1878
• ລາຊະອານາຈັກຢູໂກສະລາວີ
1918
• ສະຫະພັນສາທາລະນະລັດສັງຄົມນິຍົມຢູໂກສະລາວີ
1943
• ສາທາລະນະລັດບົດສະນີ ແລະ ແຮກເຊໂກວິນາ/ ສົງຄາມບົດສະນີ
1992
• ສະຫະພັນທະລັດບົດສະນີ ແລະ ແຮກເຊໂກວິນາ
1995
ພື້ນທີ່
• ລວມ
51,129 ຕາລາງກິໂລແມັດ (19,741 ຕາລາງໄມລ໌) (125)
1.4%
ປະຊາກອນ
• 2019 ປະມານ
3,332,593 (135)
• ສຳມະໂນປະຊາກອນ 2013
3,531,159
69 ຕໍ່ຕາລາງກິໂລແມັດ (178.7 ຕໍ່ຕາລາງໄມລ໌)
GDP (ອຳນາດຊື້)2021 (ປະມານ)
• ລວມ
Increase $51.996 ຕື້ (114)
• ຕໍ່ຫົວ
Increase $15,935 (77)
GDP (ລາຄາຕະຫຼາດ)2021 (ປະມານ)
• ລວມ
Increase $21.953 ຕື້ (115)
• ຕໍ່ຫົວ
Increase $6,727 (89)
ຈີນີ (2015)positive decrease 32.7
ປານກາງ · 47
HDI (2019)Increase 0.780
ສູງ · 73
ສະກຸນເງິນຄອນເວີຕິເບີລ ນາມາຄາ (BAM)
ເຂດເວລາUTC+1 (CEST)
• ລະດູຮ້ອນ (ເວລາອອມແສງ)
UTC+1 (CEST)
ລະຫັດໂທລະສັບ387
ລະຫັດອິນເຕີເນັດ.ba
ປະເທດບົດສະນີ ແລະ ແຮກເຊໂກວິນາ

ອ້າງອີງ


Tags:

ທະເລເມດີແຕຣາເນທະເລເອເດຣຍຕິກປະເທດກຣົວຊີປະເທດມົງເຕເນໂກຣປະເທດແຊັກບີພາສາອັງກິດ

🔥 Trending searches on Wiki ລາວ:

ຄີລຽນ ບັບເປເມືອງເຊໂປນກະຊວງປ້ອງກັນຄວາມສະຫງົບໄຊເສດຖາໄອໂຟນສະຖາປັດຕະຍະກຳອົງກອນນິຕິບັນຍັດAlgeriaປະຫວັດສາດສຸພານຸວົງອຳນາດຕຸລາການປະເທດແຟງລັງສະຫະລາຊະອານາຈັກຈັກກະວັດໄກ່ທະວີບເອີຣົບສັງຄົມ.itປະເທດລາວພາສາຫວຽດນາມຫມູ່ບ້ານເຜົ່າອາລັກປະເທດມົງໂກລີມິສເຕີອິນເຕີຣ໌ເນຊັນແນລລາວວັດສີສະເກດການຂະຫຍາຍໂຕທາງເສດຖະກິດສາທາລະນະລັດ7 ມັງກອນສວນຄົວປະເທດເກົາຫຼີໃຕ້ຮູບເງົາລາມົກເວັບໄຊປາເມືອງຍອດອູປະເທດອັງກິດສະໜາມບິນສາກົນວັດໄຕຕາດຟານເມືອງຂວາແມ່ນ້ຳຂອງທະວີບຄວາມຕ້ອງການ (ເສດຖະສາດ)ປ່າດົງດິບລັດຖະທຳມະນູນລັດແມສຊາຊູເຊຕສ໌ການປະກວດຄວາມງາມການປະຕິວັດຝະລັ່ງຄອນໂດລີດຊາ ໄຣັ້ສັດປ່າເລົ່າໂທວໂຮວໂປຣເຈັກຄອມພິວເຕີວັງວຽງເມືອງຈັນທະບູລີສະຫະລັດການສຶກສາຊົນເຜົ່າໃນລາວ13 ພຶດສະພາປະເທດອານບານີເສດຖະສາດຈຸນລະພາກຮູດີສແຂວງຜົ້ງສາລີວິທະຍາສາດໂຮ່ຈີ່ມິນຮີດສິບສອງຄອງສິບສີ່ລາດເຕປະເທດສະໂລວາກີນິກາຍເຖຣະວາດ🡆 More