ປະເທດນິວຊີແລນດ໌

ນິວຊີແລນດ໌ (New Zealand) ຫຼື Aotearoa ໝາຍເຖິງດີນແດນເມຖະຍາວ ສີຂາວ ຫຼື Niu Tirenio ເຊິ່ງເປັນການທັບສັບຈາກພາສາອັງກິດ ແມ່ນປະເທດເກາະເຊິ່ງຕັ້ງຢູ່ມະຫາສະໜຸດປາຊີຟິກ ທາງຕາເວັນຕົກສຽງໃຕ້ ແລະ ປະກອບດ້ວຍ 2 ເກາະໃຫຍ່ແມ່ນ ເກາະເໜືອ ແລະ ເກາະໃຕ້ ນອກນັ້ນ ກໍ່ຍັງມີເກາະນ້ອຍ ໆ ອີກ ແລະ ມີນະຄອນຫຼວງຊື່ເວວລິງຕັນ.

ນູແວນ​ເຊລັງແມ່ນປະເທດທີ່ຢູ່ຫ່າງໄກຈາກປະເທດອື່ນຫຼາຍທີ່ສຸດ ປະເທດທີ່ຢູ່ໃກ້ທີ່ສຸດແມ່ນອົດສະຕາລີ ເຊິ່ງຕັ້ງຢູ່ທາງຕາເວັນຕົກສຽງເໜືອຂອງເກາະໃຫຍ່ 2.000 ກິໂລແມັດ ໂດຍມີທະເລແທສມັນຂັ້ນກາງ ແຜ່ນດິນທີ່ຕິດທາງດ້ານໃຕ້ແມ່ນທະວີບອັງຕາກຕິກ ແລະທາງເໜືອນູແວນກາເລໂດນີ ຟີຈີແລະຕົງກາ.

ນິວ​ຊີ​ແລນ

New Zealand (ອັງກິດ)
Aotearoa (ມາວຣີ)
ທຸງຊາດນິວ​ຊີ​ແລນ
ທຸງຊາດ
ເຄື່ອງໝາຍຊາດຂອງນິວ​ຊີ​ແລນ
ເຄື່ອງໝາຍຊາດ
ເພງຊາດກັອດດີເຟນດ໌ນິວຊີແລນ
"ພຣະເຈົ້າຈົ່ງປົກປ້ອງນິວຊີແລນ"

ກັອດເຊບເດິຄິງ1
ທີ່ຕັ້ງຂອງນິວ​ຊີ​ແລນ
ເມືອງຫຼວງເວລລິງຕັນ
41°18′S 174°47′E / 41.300°S 174.783°E / -41.300; 174.783
ເມືອງໃຫຍ່ທີ່ສຸດອັອກແລນ2,3
ພາສາລັດຖະການພາສາອັງກິດ
ພາສາມາວຣີ
ພາສາມື4
ການປົກຄອງລັດດຽວ ລະບົບລັດຖະສະພາ ລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ
• ກະສັດ
ສົມເດັດພຣະເຈົ້າຊາລສ໌ທີ່ 3
• ຜູ້ສຳເລັດລັດຖະການ
ຊິນດີ້ ຄິໂຣ
• ນາ​ຍົກ​ລັດ​ຖະ​ມົນ​ຕີ
ຈາຊິນດາ ອາຣ໌ເດີຣ໌ນ
ສະພານິຕິບັນຍັດລັດຖະສະພາ (ສະພາຜູ້ແທນລາຊະດອນ)
ເອກະລາດ 
• ປະເທດໃນເຄືອຈັກກະພົບ
26 ກັນຍາ 19075
1.6
ປະຊາກອນ
• ມີນາ 2024 ປະມານ
ເພີ່ມຂຶ້ນເປັນກາງ 5,195,590 (121)
• ສຳມະໂນປະຊາກອນ 2018
4,699,755
GDP (ອຳນາດຊື້)2020 (ປະມານ)
• ລວມ
Decrease $205.541 ຕື້
• ຕໍ່ຫົວ
Decrease $41,072 (29)
GDP (ລາຄາຕະຫຼາດ)2563 (ປະມານ)
• ລວມ
Decrease $193.545 ຕື້
• ຕໍ່ຫົວ
Decrease $38,675 (23)
ຈີນີ (2562)Negative increase 33.9
ປານກາງ
HDI (2019)Increase 0.931
ສູງຫຼາຍ · 14
ສະກຸນເງິນໂລລານິວຊີແລນ
(NZD)
ເຂດເວລາUTC+12 (NZST6)
• ລະດູຮ້ອນ (ເວລາອອມແສງ)
UTC+13 (NZDT (ກັນຍາ - ເມສາ))
ຂັບລົດດ້ານຊ້າຍມື
ລະຫັດໂທລະສັບ64
ລະຫັດອິນເຕີເນັດ.nz

ນູແວນ​ເຊລັງເຄີຍເປັນຫົງເມືອງຂອງອັງກິດດ້ວຍສົນທິສັນຍາ ໄວທັງກິ (Treaty of Waitangi) ເມື່ອປີ ຄ.ສ. 1840 ເຊິ່ງສັນຍາໄວ້ວ່າຈະໃຫ້ອິສະລະພາບໃນການປົກຄອງຕົນເອງ (complete chieftainship/tino rangatiratanga) ແກ່ຊາວມາວຣີຜູ້ເປັນຊາວພື້ນເມືອງຂອງປະເທດ. ໃນປະຈຸບັນຄວາມໝາຍທີ່ແນ່ນອນຂອງສົນທິສັນຍານີ້ຍັງຄົງແມ່ນຂໍ້ຜິດພາດ ແລະຍັງຄົງເປັນເລື່ອງທີ່ກໍ່ໃຫ້ເກີດການແບ່ງແຍກແລະຄວາມບໍ່ພໍໃຈ ແຕ່ປີ ຄ.ສ. 1840 ນູແວນ​ເຊລັງໄດ້ພັດທະນາຢ່າງຕໍ່ເນື່ອງ ຈົນເປັນປະເທດອິດສະລະທີ່ມີລັດທະສະພາໃນລະບອບປະຊາທິປະໄຕ ແລະຢູ່ພາຍໃຕ້ພະມະຫາກະສັດຂອງກະສັດແຫ່ງນູແວນ​ເຊລັງ ເຊິ່ງເປັນພະມະຫາກະສັດພະອົງດຽວກັບປະເທດອື່ນໃນເຄືອຈັກກະພົບ. ນູແວນ​ເຊລັງຮັບຜິດຊອບການຕ່າງປະເທດຂອງໝູ່ເກາະຄຸກແລະນີອູອີ ເຊິ່ງປົກຄອງຕົນເອງ ແລະປົກຄອງ ໂຕເກເລົາເປັນເມືອງຂື້ນ.

ເນື້ອທີ່ສ່ວນໃຫຍ່ຂອງນູແວນ​ເຊລັງມີພູມອາກາດອົບອຸ່ນ ແລະພູມິປະເທດມີຄວາມຫຼາກຫຼາຍແລະສວຍງານ ເສດຖະກິດຂອງນູແວນ​ເຊລັງເນັ້ນການຄ້າ ໂດຍມີພື້ນຖານຈາກກະສິກຳ ຊາວນູແວນ​ເຊລັງໂດຍທົ່ວໄປມັກການເດີນທາງ ແລະສະໜັບສະໜູນການຮ່ວມມືກັນລະຫວ່າງປະເທດແລະສິ່ງແວດລ້ອມ ກິດຈະກຳພາຍນອກ ແມ່ນກິດຈະກຳທີ່ນິຍົມກັນໂດຍສະເພາະກິລາຕ່າງໆຄື ຣັບບີ້ ຄຣິກເກັດ ແລະເບສບອນ ລວມເຖິງກິລາເອັສຕຣີມສະປອດແລະການຍ່າງມາຣາທອນ.

ຊື່ປະເທດ

ຄຳວ່າ ນູແວນເຊລັງ ໃນພາສາອັງກິດແມ່ນ New Zealand "ນິວຊີແລນ". ຄຳໃນພາສາລາວມາຈາກຊື່ປະເທດໃນພາສາຝະລັ່ງແມ່ນ Nouvelle-Zélande ເຊິ່ງແປວ່າ "ເຊລັງໃໝ່" (ນູແວນ "Nouvelle" ແປວ່າ ໃໝ່) ສ່ວນຄຳວ່າ ເຊລັງ (Zélande) ມາຈາກຄຳວ່າ Zeeland ໃນພາສາໂຮນລັງ ເຊິ່ງເປັນແຂວງໜຶ່ງຂອງປະເທດໂຮນລັງ ເຫດທີ່ມີຊື່ກ່ຽວຂ້ອງກັບແຂວງຂອງໂຮນລັງກໍຍ້ອນວ່ານັກສຳຫຼວດຊາວໂຮນລັງຊື່ວ່າ Abel Tasman ເປັນຊາວຕາເວັນຜູ້ທຳອິດທີ່ຄົ້ນພົບນູແວນເຊລັງ. ຫຼັງຈາກນັ້ນ ນັກສຳຫຼວດຊາວອັງກິດຊື່ ເຈມ ຄຸກ (James Cook) ກໍໄດ້ປ່ຽນການສະກົດແບບໂຮນລັງໃຫ້ເຂົ້າກັບການສະກົດແບບພາສາອັງກິດ.

ປະຫວັດສາດ

ການເມືອງ

ລັດຖະບານ

ສະພາບແວດລ້ອມ

ພູມສາດ

ອາກາດ

ເສດຖະກິດ

ປະຊາກອນສາດ

ປະເທດນູແວນເຊລັງມີປະຊາກອນປະມານ 4,401,916 ຄົນ (ກວດສອບເມື່ອປີ ຄ.ສ. 2014).

ເຊື້ອຊາດແລະການອົບພະຍົບ

ພາສາ

ຊາວນູແວນເຊລັງສ່ວນຫຼາຍເວົ້າພາສາອັງກິດເປັນພາສາແມ່ ໂດຍເປັນພາສາທີ່ເວົ້າໂດຍ 98% ຂອງປະຊາກອນປະເທດ. ພາສາອັງກິດສຳນຽງນູແວນເຊລັງມີລັກສະນະຄ້າຍຄຶງກັບພາສາອັງກິດສຳນຽງອົດສະຕາລີ ຍ້ອນວ່າທັງສອງມີປະຫວັດຄວາມເປັນມາທີ່ໃກ້ຄຽງກັນ.

ນອກຈາກພາສາອັງກິດ ພາສາທີ່ເວົ້າອີກພາສານຶ່ງແມ່ນພາສາມາວຣີ ແມ່ນພາສາຂອງຊາວພື້ນເມືອງມາວຣີ ເຊິ່ງເປັນຜູ້ຢູ່ອາໄສກ່ອນທີ່ຊາວອັງກິດອົບພະຍົບມາຢູ່ນູແວນເຊລັງ. ມີຊາວພື້ນເມືອງມາວຣີທັງໝົດ 599,000 ຄົນ ແຕ່ມີຜູ້ເວົ້າພາສາມາວຣີປະມານ 148,000 ພາຍໃນປະເທດ (ປີ ຄ.ສ. 2013) ແລະ ມີ 100,000 ຄົນທີ່ອ້າງວ່າຕົນຟັງອອກແຕ່ເວົ້າບໍ່ໄດ້ (ປີ ຄ.ສ. 1995).

ການສຶກສາ

ສາສະໜາ

ວັດທະນະທຳ

ວັດທະນະທຳຂອງປະເທດນູແວນເຊລັງສ່ວນຫຼາຍມີຮາກເຫງົ້າມາຈາກຮີດຄອງປະເພນີຂອງຊາວອັງກິດແລະຊາວເອີລົບອື່ນ ໆ ເຊິ່ງປະສົມປະສານດ້ວຍປະເພນີຂອງຊາວມາວລີແລະຊາວໂປລີເນຊີ.

ສິລະປະ

ວັນນະກຳ

ສື່ແລະບັນເທີງ

ກິລາ

ອ້າງອີງ

Tags:

ປະເທດນິວຊີແລນດ໌ ຊື່ປະເທດປະເທດນິວຊີແລນດ໌ ປະຫວັດສາດປະເທດນິວຊີແລນດ໌ ການເມືອງປະເທດນິວຊີແລນດ໌ ສະພາບແວດລ້ອມປະເທດນິວຊີແລນດ໌ ເສດຖະກິດປະເທດນິວຊີແລນດ໌ ປະຊາກອນສາດປະເທດນິວຊີແລນດ໌ ວັດທະນະທຳປະເທດນິວຊີແລນດ໌ ອ້າງອີງປະເທດນິວຊີແລນດ໌ທະວີບອັງຕາກຕິກພາສາອັງກິດມະຫາສະໝຸດປາຊີຟິກ

🔥 Trending searches on Wiki ລາວ:

ເມືອງໄຊທານີເມືອງທ່າແຂກຄິດຕະສາສະໜາສົງຄາມເຢັນສົງຄາມໂລກຄັ້ງທີສອງຊີແລນຫົນທາງພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ22 ສິງຫາຊົນເຜົ່າລື້ກະສວຍອາວະກາດຄ.ສ. 2008ວິກິວັດຈະນານຸກົມລະບົບມາດຕະຖານຄຳພູມສາດພາສາແຂວງເຊກອງຄົມມະນາຄົມຕາດນ້ຳດີຄວາມຮູ້ເດວິດ ເບກເຄມພິທີບາສີ-ສູ່ຂັວນວັນຄົບຮອບເຂດຫຼັກສີ່ເມືອງປາກງື່ມປະເທດກຳປູເຈຍຕຳບົນໜອງຫວ້າການແພ່ເຊື້ອພະຍາດທົ່ວຂອງໂຄວິດ-19ຈິຣາຍຸ ຕັນຕະກູນເມືອງໄກສອນ ພົມວິຫານເງິນເສັ້ນຂະໜານທີ່ 5025 ມີນາມິສເອີຣ໌ທສະໜາມບິນສາກົນວັດໄຕຈິນນາລີ ນໍລະສິງລົດສາທາລະນະສົມບັດກອງແລຜາສາດຫີນວັດພູເມືອງຈັນທະບູລີISO 4217ພະລັງທຳ ກ່ອມທອງສຸກເສັ້ນຂະໜານເມືອງນາຊາຍທອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວການທ່ອງທ່ຽວການປະຕິວັດຝະລັ່ງປະເທດອິຫຣ່ານBamboo Airwaysອົງການຈັດຕັ້ງຮູບປັ້ນພະພຸດທະຮູບຂອງສຸລະຕານແກສົມເດັດພະເຈົ້າກຸງທົນບຸລີກະຊວງແບກມູດປະເທດເບນິນເມືອງຫ້ວຍຊາຍດວງໃຈເທວະພົມສອນໄຊ ສີພັນດອນ🡆 More