ບັນຊີແຫ່ງຊາດ

ບັນຊີແຫ່ງຊາດ (ພາສາອັງກິດ: National Accounts) ທີ່ ບາງເທື່ອກໍ່ເອີ້ນວ່າ ລະບົບບັນຊີແຫ່ງຊາດ (ພາສາອັງກິດ: System of National Accounts ຫຼື SNA) ແມ່ນ ລະບົບທີ່ໃຊ້ເພື່ອ ວັດແທກ ການເຄື່ອນໄຫວທາງເສດຖະກິດ ຢູ່ ປະເທດ, ລັດ ຫຼື ຂອບເຂດ ທາງພູມສາດໃດໜຶ່ງ.

ເຖິງວ່າ ຫຼາຍໆປະເທດຍັງບໍ່ໃຊ້ ລະບົບບັນຊີແຫ່ງຊາດ ທີ່ເປັນເອກະພາບກັນ, ລະບົບບັນຊີແຫ່ງຊາດ ທີ່ ສ້າງຂຶ້ນ ແລະ ພັດທະນາ ໂດຍ ສະຫະປະຊາຊາດ ແຕ່ 1953 ແມ່ນ ລະບົບທີ່ຖືກນຳໃຊ້ຢ່າງແຜ່ຫຼາຍທີ່ສຸດ.

ລະບົບບັນຊີແຫ່ງຊາດ ຂອງ ສະຫະປະຊາຊາດ ປະກອບດ້ວຍ ບັນຊີຫຼັກຕ່າງໆ ດັ່ງຕໍ່ໄປນີ້:

  • (1) ບັນຊີການຜະລິດ (production account)
  • (2) ບັນຊີການແຈກຢາຍລາຍຮັບຂັ້ນຕົ້ນ (primary distribution of income account) ເຊິ່ງແມ່ນລາຍຮັບຈາກການຜະລິດ
  • (3) ບັນຊີໂອນ (transfers account)
  • (4) ບັນຊີລາຍຈ່າຍຄົວເຮືອນ (household expenditure account)
  • (5) ບັນຊີທຶນ (capital account)
  • (6) ບັນຊີການເງິນພາຍໃນ (domestic financial transactions account)
  • (7) ບັນຊີສ່ວນຕ່າງຊັບສິນ (changes in asset values account)
  • (8) ບັນຊີຊັບສິນແລະໜີ້ (assets and liabilities account)
  • (9) ບັນຊີການໂອນພາຍນອກ (external transactions account)

ບັນດາບັນຊີເຫຼົ່ານີ້​ ປະກອບດ້ວຍ ຫຼາຍບັນຊີຍ່ອຍອີກ.

Tags:

ພາສາອັງກິດສະຫະປະຊາຊາດ

🔥 Trending searches on Wiki ລາວ:

Minnie Mouseວັດສີສະເກດເມືອງໄຊທານີລາຍຊື່ປະເທດ ແລະ ເຂດການປົກຄອງຮຽງຕາມຂະໜາດຂອງພື້ນທີ່ມະນຸດໂຣນັລດ໌ ເຣແກນປະເທດໂອຕະລິດປະເທດເອກົດຄີຟສາທາລະນະລັດ ປະຊາທິປະໄຕ ກົງໂກໜ້າຈໍອາເນຍ ກາເຊຍຄ.ສ. 1583ປະເທດຊອກຊີວອລອດືມືຣ໌ ແຊແລນສະກຶຍMontréalໂຕໜັງສືເກຣັກໂຣບລັອກຊ໌ເມືອງບໍ່ແຕນນິເວດສາດປະເທດດານມາກພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດສະໂມສອນ ແມນເຊສເຕີ ຊີຕີ້ສະຫະລັດທະນະທັດ ໄຊຍະອັດໂຕກຽວເຂດດຸສິດຫວຽດເຈັດແອKangarooພຣະເຢຊູປະເທດບົດສະວານາໂຄວິດ-19ຕຳບົນໜອງໄພສູນວັດວິຊຸນແອນດຣອຍດ໌Oscarປະເທດເມັກຊິໂກແມ່ນ້ຳຂອງເບີເກີຄິງຕຳໝາກຫຸ່ງເຢນມິສແກຣນອິນເຕີຣ໌ເນຊັນແນລ 2020ໂດລາສະຫະລັດປະເທດສິງກະໂປອາວະກາດເກຣຕາ ທູນແບຣກ໌ອາພັດສະລາ ຫົງສະກຸນປ້າຍຈາລະຈອນຂອງປະເທດລາວວັດທະນະທຳປະເທດບຣູໄນນົບພະລັດ ສີໄກພັກຂົງຈື້🡆 More