ກ້ວຍ ເຊີນຍິ້ມ (ໄທ: กล้วย เชิญยิ้ม) ແມ່ນນັກສະແດງຕະຫຼົກຊາວໄທຊື່ດັງໃນຄະນະເຊີນຍິ້ມ ມີຊື່ຈິງວ່າ ຖານຸພົງ ສັກທະນາວັດ (ໄທ: ฐานุพงศ์ ศักดิ์ธนาวัฒน์) ຫຼືຊື່ເດີມ: ສຸນທອນ ຄົມຂຳ) (ໄທ: สุนทร คมขำ)
ກ້ວຍ ເຊີນຍິ້ມ | |
ຊື່ເກີດ | ຖານຸພົງ ສັກທະນາວັດ |
ເກີດ | 1 ສິງຫາ 1956 (63 ປີ) ຖານຸພົງ ສັກທະນາວັດ ອຳເພີທອງແສນຂັນ ຈັງຫວັດອຸຕະລະດິດ |
ຄູ່ສົມລົດ | ທັນຍະພັດ ສັກທະນາວັດ (ຊື່ເດີມ ກັນນິກາ ຄົມຂຳ) |
ຊື່ອື່ນ | ສຸນທອນ ຄົມຂຳ (ຊື່ເດີມ) |
ອາຊີບ | ນັກສະແດງ, ນັກການເມືອງ, ພິທີກອນລາຍການໂທລະທັດ |
ຜົນງານເດັ່ນ | ອາຮວດ-ເຮງ ເຮງ ເຮງ ຊິດຄອມທາງຊ່ອງ 3 |
ສ່ວນກ່ຽວຂ້ອງ | ເຊີນຍິ້ມ |
ຂໍ້ມູນບົນເວັບ IMDb | |
---|---|
ຖານຂໍ້ມູນຮູບເງົາໄທ (ThaiFilmDb) |
ກ້ວຍເກີດເມື່ອວັນທີ 1 ສິງຫາ ຄ.ສ. 1956 ທີອຳເພີທອງແສນຂັນ ຈັງຫວັດອຸຕະລະດິດ ແມ່ນລູກຊາຍຂອງນາຍບຸນຈັນແລະນາງບຸນທຳ ຄົມຂຳ ພໍ່ເປັນຫົວໜ້າຄະນະລິເກ "ສະຫວັນຖາວອນ" ແລະໄດ້ຍ້າຍໄປຢູ່ກັບພໍ່ທີ່ສຸໂຂໄທຫຼັງຈົບຊັ້ນປະຖົມ 5 ຕັ້ງແຕ່ອາຍຸ 10 ຂວບ ແລະເລິ່ມຫັດຫຼີ້ນລິເກແລະອອກຕະເວນຫຼິ້ນໄປກັບຄະນະ ຈົນເລິ່ມເຂົ້າສູ່ວົງການບັນເທິງເມື່ອອາຍຸ 26 ປີ ຮ່ວມກັບຄະນະເຊີນຍິ້ມ
ກ້ວຍ ເຊີນຍິ້ມ ເລິ່ມສຶກສາຕໍ່ການສຶກສານອກໂຮງຮຽນເມື່ອອາຍຸ 30 ປີ ທີໂຮງຮຽນນົນຊີວິທະຍາ ແລະສຶກສາຕໍ່ປະລິນຍາຕີທີມະຫາວິທະຍາໄລປະທຸມທານີ ແລະມະຫາວິທະຍາໄລເກີກ ແລະຈົບປະລິນຍາໂທ ນິເທດສາດມະຫາບັນດິດ ມະຫາວິທະຍາໄລເກີກ
ກ້ວຍໄດ້ຫັນມາຫຼີ້ນການເມືອງທ້ອງຖິ່ນທີ່ຈັງຫວັດອຸຕະລະດິດ ບ້ານເກີດ ເຄີຍເປັນທີປຶກສານາຍົກອົງການບໍລິຫານສ່ວນຈັງຫວັດອຸຕະລະດິດ ແລະເປັນໜຶ່ງໃນຄະນະເຮັດວຽກຂອງນາຍໄຕລົງ ສຸວັນຄີລີ ແລະໄດ້ປະກາດໂຕເປັນຜູ້ສະມັກຮັບເລືອກຕັ້ງສະມາຊິກາສະພາຜູ້ແທນລາຊະດອນ ຈັງຫວັດອຸຕະລະດິດ ໃນນາມພັກປະຊາທິປັດ ເມື່ອ ຄ.ສ. 2010 ແລະແມ່ນຜູ້ສະມັກໃນເຂດ 3 ຈັງຫວັດອຸຕະລະດິດ ເຊິ່ງປະກອບດ້ວຍ ອຳເພີຕຣອນ ອຳເພີລັບແລ ແລະອຳເພີພິໄຊ ໃນການເລືອກຕັ້ງເມື່ອປີ ຄ.ສ. 2011 ແຕ່ບໍ່ໄດ້ຮັບການເລືອກຕັ້ງ ໂດຍໄດ້ຄະແນນ 12,800 ຄະແນນ ເສຍໃຫ້ກັບນາຍທະນຸສັກ ເລັກອຸໄທ ຈາກພັກເພື່ອໄທ
This article uses material from the Wikipedia ລາວ article ກ້ວຍ ເຊີນຍິ້ມ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.