ກູເກິລ

ກູເກິລ (ອັງກິດ: Google LLC) ຫຼື ກູໂກລ ເປັນຊື່ຂອງເວັບໄຊທີ່ໂດ່ງດັງຈາກການບໍລິການອິນເຕີເນັດ ຫືຼ ເອີ້ນວ່າເຄື່ອງມືຊອກຫາຢູ່ໃນອິນເຕີເນັດ ແລະ ເປັນຊື່ຂອງບໍລິສັດພັດທະນາເວັບໄຊກູເກິລ

ກູເກິລ
ປະເພດບໍລິສັດມະຫາຊົນ
ອຸດສາຫະກຳອິນເຕີເນັດ, ຊອຟແວ
ກໍ່ຕັ້ງເມັນໂລ ປາຣ໌ກ, ແຄລິຟໍເນຍ (ກັນຍາ 7 1998)
ຜູ້ກໍ່ຕັ້ງເຊີຣ໌ເກ ບຣິນ
ລາຣ໌ຣີ ເພຈ
ສຳນັກງານໃຫຍ່
ສະຫະລັດອາເມຣິກາ Googleplex, Mountain View, California
,
ພື້ນທີໃຫ້ບໍລິການ
Worldwide
ບຸກຄະລາກອນຫຼັກ
Dr. Eric E. Schmidt
(Chairman) & (CEO)
ເຊີຣ໌ເກ ບຣິນ
(Technology President)
ລາຣ໌ຣີ ເພຈ
(Products President)
ຜະລິດຕະພັນເບິ່ງ ລາຍການສິນຄ້າຂອງກູເກິລ
ລາຍໄດ້Increase55.97% US$ 16.593 Billion (2007)
ລາຍໄດ້ຈາກການດຳເນີນງານ
Increase30.64% US$ 5.084 Billion (2007)
ລາຍໄດ້ສຸດທິ
Increase25.33% US$ 4.203 Billion (2007)
ສິນຊັບIncrease US$ 25.335 Billion (2007)
ສ່ວນຂອງຜູ້ຖືຮຸ້ນIncrease US$ 22.689 Billion (2007)
ພະນັກງານ
19,604 (June 30 2008)
ເວັບໄຊGoogle.la
Google.com

ເວັບໄຊຕ໌ກູເກິລໄດ້ຮັບຄວາມນິຍົມຈາກຜູ້ໃຊ້ ເນື່ອງຈາກຄວາມສາມາດໃນການຊອກຫາຂໍ້ມູນໄດ້ຖືກຕ້ອງກັບຄວາມຕ້ອງການຂອງຜູ້ໃຊ້ໄດ້ຫລາຍທີ່ສຸດ ແລະ ມີຂໍ້ມູນຂອງດັດຊະນີການຄົ້ນຫາຫຼາຍກວ່າ 8,000 ລ້ານເວັບໄຊ (ຂໍ້ມູນເມື່ອເດືອນມິຖຸນາ ຄ.ສ. 2005)

ໃນປະຈຸບັນມີບັນດາຜູ້ໃຊ້ອິນເຕີເນັດຈຳນວນຫຼາຍ ຫລົງໄຫລກັບກູເກິລ ເຖີງຂັ້ນໄດ້ແຕ່ງເພງອຸທິດໃຫ້ກັບຄວາມຍິ່ງໃຫຍ່ຂອງກູເກິລ

ປະຫວັດ

ໄລຍະກໍ່ຕັ້ງ

ກູເກິລ 
ຈາກຊ້າຍຫາຂວາ, Eric E. Schmidt, ເຊີຣ໌ເກ ບຣິນ ແລະ ແລຣ໌ຣີ ເພຈ

ກູໂກລ ກໍ່ຕັ້ງໂດຍແລຣ໌ຣີ ເພຈ(Larry Page) ແລະ ເຊີຣ໌ເກ ບຣິນ(Sergey Brin) ເລິ່ມການພັດທະນາມາຈາກໂຄງການວິໃຈ ເຊີ່ງເປັນວິທະຍານິພົນ ໃນໄລຍະເວລາທີ່ທັງສອງຮຽນລະດັບປະລີນຍາເອກຢູ່ ມະຫາວິທະຍາໄລ ສະແຕນຟອດ ສະຫະລັດອະເມລິກາ ໃນປີ ຄ.ສ. 1996 ໂດຍໃຊ້ຊື່ໂຄງການວ່າ ແບກຮັບ ໂດຍແນໃສ່ເນື້ອໃນໃນການຄົ້ນຫາຂໍ້ມູນໃນອິນເຕິເນັດ ທັງສອງ ເພຈ ແລະ ບຣິນ ໄດ້ຕັດສີນໃຈທົດລອງ ປະສິດທິພາບລະບົບການຄົ້ນຫາຂອງເຂົາເຈົ້າ ເຊີ່ງໄດ້ຈົດທະບຽນຊື່ໂດເມນ Google ເມື່ອວັນທີ່ 15 ກັນຍາ ຄ.ສ. 1997 ພາຍຫລັງໄດ້ໃຊ້ຊື່ ກູໂກລເປັນຊື່ຂອງບໍລິສັດທີ່ໄດກໍ່ຕັ້ງຂື້ນເມື່ອ ຄ.ສ. 1998

ໄລຍະຕໍ່ມາບໍລິສັໄດ້ອະນຸຍາໃຫ້ຜູ້ພັດທະນາໂປຣແກຣມອື່ນໆ ສາມາດເອົາຊອສໂຄດຂອງ ກູໂກລໄປໃຊ້ຕໍ່ໄດ້ ໂດຍໃຊ້ຖານຂໍ້ມູນຈາກກູໂກລ ຕົວຢ່າງບໍລິສັຕ່າງໆ ທີ່ໄດ້ນຳໄປໃຊ້ມີດັ່ງນີ້ ອົງການມອຊຊີລ້າ ຜູ້ພັທະນາເວັບເບຣົາວ໌ເຊີຣ໌ (browser) ໄຟຟອກ ບໍລິສັດແອບເປີນ ຄອມພິວເຕີຣ໌ ຜູ້ພັທະນາເວັບເບຣົາວ໌ເຊີຣ໌ ຊາຟາຮີ ໃຊ້ໃນແມັກຄອມພິວເຕີຣ໌.

ການເຂົ້າສູ່ຕະຫຼາດຫຸ້ນ ເປັນບໍລິສັດມະຫາຊົນ

ໃນປີ ຄ.ສ. 2004 ໄດ້ປ່ຽນເປັນເປັນບໍລິສັດມະຫາຊົນ ໂດຍການເຂົ້າສູ່ຕະຫລາຫຸ້ນ ແນດສແດກ (NASDAQ) ໂດຍໃຊ້ດັດຊະນີຊື່ GOOG ຫຸ້ນຂອງກູໂກລໃນໄລຍະທີ່ເປີດ Initial Public Offering (IPO) ມີມູນຄ່າສູງຂື້ນຫລາກວ່າ 200% ໃນເວລາປິດຕະຫລາດຫຸ່ນຂອງມື້ທຳອິດທີ່ໄດ້ປະກາດ (ປຽບທຽບກັບ ໄປ່ຕູ້ ບໍລິສັດຄົ້ນຫາຂໍ້ມູນໃນອິນເຕິເນັດຂອງຈີນ ມູນຄ່າສູງຂື້ນ 354% ໃນເວລາປິດຕະຫລາດຫຸ່ນຂອງມື້ທຳອິດ ວັນທີ່ 5 ສີງຫາ ຄ.ສ. 2005)

ຊື່ກູເກີລ

ຊື່ "Google" ມາຈາກຄຳວ່າ "googol" ມີຄວາມຫມາຍທາງເລກຄະນິດເປັນຈຳນວນມະຫາສານ ເທົ່າກັບ ສິບອຍ ຫລືເລກ 1 ແລ້ວມີເລກ 0 ນຳຫລັງອີກຫນື່ງຮ້ອຍໂຕ 10100 ຊື່ນີ້ເພື່ອສະແດງເຖິງເປົ້າຫມາຍຂອງ ບໍລິສັດ ທີ່ຈະບໍລິຫານຂໍ້ມູນຈຳນວນຫລວງຫລາຍ ແຕ່ອີກແຫລ່ງຂ່າວຫນື່ງບອກວ່າຊື່ Google ມາຈາກຄວາມຜິດພາດໃນຕອນທີ່ລົງທະບຽນໂດເມັນເນັມ

ໃນວັນທີ່ 10 ກໍລະກົດ ຄ.ສ. 2005 ກູໂກລໄດ້ຊະນະການຟ້ອງໃນສານ ໃນຄະດີທີ່ມີບໍລິສັດຕ່າງໆ ໄດ້ຕັ້ງຊື່ໃກ້ຄຽງ ໄດ້ແກ່ googkle.com ghoogle.com ແລະ gooigle.com ເພື່ອໃຫ້ຜູ້ໃຊ້ຫລົງເຂົ້າເວັບໄຊຕ໌ ຂອງຕົນ ໄດ້ເຮັດໃຫ້ເກີດຄວາມເສັຍຫາຍຕໍ່ຊື່ສຽງຂອງກູເກີລ

ການກັບລວບລວມຂໍ້ມູນ

ກູເກິລໄດ້ລວມຂໍ້ມູນຂອງເວັບໄຊຕ໌ຕ່າງໆ ເຂົ້າໃນຖານຂໍ້ມູນໂດຍໃຊ້ໂປຣແກຣມທີ່ເປີດເວັບໄຊ້ຕ່າງໆດ້ວຍໂຕເອງ ມີຊື່ວ່າສະໄປເດີຣ໌ ຫລື ແມງມູມ (spider, web crawler, robot) ລວມກັບ ອັລກໍຣິທຶມ (Algorism) ສະເພາະ ທີ່ໄດ້ຄິດຄົ້ນໂດຍ ເພຈ ແລະ ບຣິນ ໃນການຈັດລຳດັບຂອງການສະແດງຜົນໃນການຄົ້ນຫາວ່າເວັບໃດຈະມີລຳດັບສູງກວ່າ

ລະບົບຈັດລຳດັບຄວາມກ່ຽວຂ້ອງຂອງແຕ່ລະເວັບຂອງກູໂກລ ທີ່ເອີ້ນວ່າ ເພຈແລ້ງຄ໌ ຫລືອອັນດັບເວັບ (PageRank) ໄດ້ຈົດສິດທິບັດໃນ ຄ.ສ. 2001

ຂໍ້ມູນໃນຖານຂໍ້ມູນຂອງກູເກິລ ແຕ່ລະໄລຍະ

  • ~ ຄ.ສ. 1998: ~ 25,000,000
  • ສີງຫາ ຄ.ສ. 2000: 1,060,000,000
  • ມັງກອນ ຄ.ສ. 2002: 2,073,000,000
  • ກຸມພາ ຄ.ສ. 2003: 3,083,000,000
  • ກັນຍາ ຄ.ສ. 2004: 4,285,000,000
  • ພະຈິກ ຄ.ສ. 2004: 8,058,044,651
  • ເມຖຸນາ ຄ.ສ. 2005: 8,058,044,651

(ມາຈາກ: GoogleBlog )

ຮາດແວຣ໌ ຫລື ອຸປະກອນຄອມພິວເຕິຣ໌ ທີ່ໃຊ້ໃນລະບົບຂອງກູກູເກີລ

ອ້າງອິງຈາກຂໍ້ມູນຂອງກູເກີລ IPO S-1 ເດືອນ ເມສາ ຄ.ສ. 2004 ອ້າງອິງຈາກ Internet unit of a large financial firm

  • 719 ແຣກ (Rack)
  • ຄອມພິວເຕີຣ໌ 63,272 ເຄື່ອງ
  • ຊີພີຢູ 126,544 ໂຕ
  • ພະລັງການປະມວນຜົນ 253,088 GHz
  • ແຣມ 126,544 GB
  • ຮາດດິສກ໌ 5,062 TB

ບໍລິການຕ່າງ ໆ ຂອງກູເກີລ

  • ກູເກິລ ເອິດ
  • ກູເກິລ ອະນະໄລຕິກ
  • ກູເກິລ ໂລຄອນ
  • ຈີເມລ
  • ກູເກິລ ແອດເຊັນ

ນອກຈາກນີ້ກູເກີລກຳລັງພັດທະນາການຄົ້ນຫາລະບົບອື່ນ ໆ ເຊັ່ນ ຟາຍ ວີດີໂອ ແລະ ການຊອກຫາຂໍ້ມູນໂດຍການສົ່ງຄຳທີ່ຊອກຫາຜ່ານ SMS ຈາກໂທລະສັບ

ອ້າງອີງ

ກູເກິລ 
Commons:Category
Commons ມີພາບກ່ຽວກັບ:
ກູເກີລ

Tags:

ກູເກິລ ປະຫວັດກູເກິລ ບໍລິການຕ່າງ ໆ ຂອງກູເກີລກູເກິລ ອ້າງອີງກູເກິລພາສາອັງກິດອິນເຕີເນັດເວັບໄຊ

🔥 Trending searches on Wiki ລາວ:

ນ້ຳມັນຢີນເມືອງນາຊາຍທອງພິທີບາສີ-ສູ່ຂັວນທະວີບເອີຣົບລະບົບປະຕິບັດການປະເທດເຢຍລະມັນປະຫວັດສາດລາວອານາຈັກທົນບຸຣີຜຸຍ ຊະນະນິກອນທິດສະດີຜູ້ຊົມໃຊ້ເກມອິນເຕີເນັດ ມູວີເດຕາເບສສາສະໜາຄິດ28 ມິຖຸນາດົນຕີລົດໄຟລາວ-ຈີນແຂວງວຽງຈັນທະວີບລື້ເວນີສ3 ມີນາທຳມະຊາດຕາດເຍືອງພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວມະຫາສະໝຸດປາຊິຟິກສານປະເທດອິນເດຍເບຍລາວອະນັນ ສຸກສັນເນລສັນ ແມນເດລາລາຄາສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ຫ້ວຍຊາຍວິສະວະກຳບານເຕະເພື່ອມິດຕະພາບປະເທດກຳປູເຈຍມື້ພິກັດພູມສາດພາສາພວນນໍ້າຕົກຫ້ວຍລືສີປ່າສະຫງວນແຫ່ງຊາດພູເຂົາຄວາຍນິເວດວິທະຍາການເມືອງ (Political ecology)ກຳແພງນະຄອນຫລວງວຽງຈັນພາສາລັດເຊຍເມືອງຫຼວງພະບາງພະຍົມເນີຍຈັງຫວັດຊຽງຮາຍແຂວງບໍ່ແກ້ວ28 ມີນາພະເຈົ້າຟ້າງຸ່ມກີບ (ສະກຸນເງິນ)ອາຊີຕາເວັນອອກສຽງໃຕ້ສະຫະປະຊາຊາດເມືອງຫາດຊາຍຟອງຂັນ5ເຂດການປົກຄອງຂອງປະເທດລາວພະເຈົ້າຮົງລີທີ 8 ແຫ່ງອັງກິດລົດໄຟແນະນໍາປະເທດມາເລເຊຍແຂວງຫົວພັນ17 ມີນາພາສາຍີ່ປຸ່ນວິກິພີເດຍພາສາລາວເຄື່ອງດື່ມພາສາສາດການເມືອງ🡆 More