ການຮ່ວມເພດ ການມີເພດສຳພັນ ຫຼື ການເສບສົມ ໝາຍເຖິງ ການມີຄວາມສຳພັນທາງເພດລະຫວ່າງບຸກຄົນສອງຄົນ ມີຄວາມໝາຍຄວບຄຸມທັງລະຫວ່າງບຸກຄົນຕ່າງເພດ (ໃຊ້ໃນພາສາອັງກິດແບບເຈາະຈົງກວ່າການຮ່ວມເພດແບບນີ້ວ່າ coitus) ແລະບຸກຄົນເພດດຽວກັນເພື່ອສະໜອງຄວາມຕ້ອງການທາງເພດຂອງທັງສອງຝ່າຍ ສ່ວນພຶດຕິກຳຂອງສັດຈະເອີ້ນວ່າ ການປະສົມພັນ ການປະສົມພັນເປັນກິດຈະກຳປົກກະຕິຂອງສັດທີ່ສືບພັນໂດຍອາໄສເພດເປັນກິດຈະກຳທີ່ເລີ່ມຕົ້ນການປະຕິສົນທິເພື່ອໃຫ້ກຳເນີດຊີວິດໃໝ່
ການຮ່ວມເພດລະຫວ່າງຊາຍກັບຍິງເກີດຂື້ນເມື່ອອະໄວຍະວະສືບພັນຊາຍເຂົ້າໄປໃນອະໄວຍະວະສືບພັນຍິງ ການສຽດສີລະຫວ່າງອະໄວຍະວະທັງສອງນຳໄປສູ່ຈຸດສຸດຍອດ ຝ່າຍຊາຍຈະຫຼັ່ງອະສຸຈິອອກມານອກຮ່າງກາຍ ຫາກອະສຸຈິເຂົ້າໄປໃນຊ່ອງຄອດຂອງຝ່າຍຍິງໃນພາວະທີ່ເໝາະສົມອາດເກີດການປະຕິສົນທິເຮັດໃຫ້ເກີດການຖືພາ
ຈາກການສຶກສາຂອງສຳນັກຂ່າວເອບີຊີ ໂດຍເຮັດແບບສຳຫຼວດພົບວ່າຜູ້ຊາຍຄິດເຖິງເລື່ອງການຮ່ວມເພດທຸກມື້ 70% ສ່ວນຜູ້ຍິງ 34% ຈຳນວນສະເລ່ຍຄູ່ນອນຕະຫຼອດຊີວິດຂອງຜູ້ຊາຍແມ່ຍ 20 ຄົນ ສ່ວນຜູ້ຍິງແມ່ນ 6 ຄົນ ຮ່ວມທັງສອງເພດແມ່ນ 13 ຄົນ ການເຂົ້າໄປເບິ່ງເວບໄຊ໌ລາມົກອະນາຈານຂອງຜູ້ຊາຍແມ່ນ 34% ຜູ້ຍິງແມ່ນ 10% ອາຍຸສະເລ່ຍຂອງການມີເພດສຳພັນຄັ້ງທຳອິດຂອງທັງສອງຝ່າຍແມ ການເຮັດໃຫ້ມີລູກ
ການຮ່ວມເພດຫຼືການມີເພດສໍາພັນນັ້ນເປັນເລື່ອງປົກກະຕິຂອງມະນຸດເພາະວ່າມະນຸດນັ້ນຕ້ອງສືບພັນໂດຍອາໄສເພດ ເປັນກິດຈະກໍາທີ່ເລີ່ມຕົ້ນການປະຕິສົນທິເພື່ອໃຫ້ກໍາເນີດຊີວິດໃໝ່
This article uses material from the Wikipedia ລາວ article ການຮ່ວມເພດ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.