ຕຸຣກີ ຫຼື ທືລະຄີເຢ (Türkiye) ແມ່ນປະເທດໃນທະວີບເອີລົບ ແລະອາຊີ.
ມີຊື່ຢ່າງເປັນທາງການວ່າ ສາທາລະນະລັດຕຸຣກີ (ອັງກິດ: Republic of Turkey; ຕວັກກີ: Türkiye Cumhuriyeti) ແມ່ນສາທາລະນະລັດລະບົບລັດຖະສະພາໃນເອີລາຊີ ພື້ນທີ່ສ່ວນຫຼາຍຕັ້ງຢູ່ໃນອາຊີຕາເວັນຕົກ ໂດຍມີສ່ວນໜ້ອຍໃນທະລາເຄຍຕາເວັນອອກໃນເອີລົບຕາເວັນອອກສຽງໃຕ້. ມີພົມແດນຕິດຕໍ່ກັບ 8 ປະເທດ ຄື ຊູລິຢາແລະອິລັກທາງໃຕ້ ອິລານ ຮາຢາສະຕານແລະດິນແດນສ່ວນແຍກນາກຊີວັນຂອງອາເຊີລະໄບຈານທາງຕາເວັນອອກ ຊາຄາລະທະແວລໍທາງຕາເວັນອອກສຽງເໜືອ ບູນກາລີທາງຕາເວັນຕົກສຽງເໜືອ ແລະເອລາດາທາງຕາເວັນຕົກ ທະເລດຳຢູ່ທາງເໜືອ ທະເລເມດີແຕກລາເນທາງໃຕ້ ແລະທະເລເອເຈໂອທາງຕາເວັນຕົກ ຊ່ອງແຄບໂບສະໂຟໂລດ ທະເລມາລະມາລາແລະຈານັກຄາເລ (ລວມກັນເປັນຊ່ອງແຄບຕວກກີ). ທືລະເຄຍແບ່ງເຂດແດນລະຫວ່າງທະລາຄີແລະອານາໂດລູ ແລະຍັງແຍກທະວີບເອີລົບກັບທະວີບອາຊີ. ບ່ອນຕັ້ງຂອງຕວກກີໃນທາງແພ່ງຂອງເອີລົບແລະອາຊີເຮັດໃຫ້ຕວກກີມີຄວາມສຳຄັນທາງພູມິລັດຖະສາດເປັນຢ່າງຍິ່ງ.
This article uses material from the Wikipedia ລາວ article ປະເທດຕຸຣກີ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.