ເນັດຟລິກ

ເນັດຟລິກ (ອັງກິດ: Netflix) ຫຼື ເນັກພາຍ ເປັນບໍລິສັດຂ້າມຊາດທີ່ໃຫ້ບໍລິການໂອທີທີ ແບບສື່ແບບສົ່ງຕໍ່ເນື່ອງຕາມຄຳຂໍທາງອິນເຕີເນັດທົ່ວໂລກ (ຍົກເວັ້ນໃນບາງພື້ນທີ່) ແລະ ຜູ້ໃຫ້ບໍລິການເຊົ່າຢືມດີວີດີ ແລະ ແຜ່ນບລູເຣທາງໄປສະນີໃນສະຫະລັດອາເມຣິກາ ບໍລິສັດໄດ້ຮັບການກໍ່ຕັ້ງຂຶ້ນໃນປີ 1997 ໂດຍມີສຳນັກງານໃຫຍ່ຕັ້ງຢູ່ທີ່ເມືອງລອສ ແກໂທສ ລັດຄາລິຟໍເນຍ ແລະ ມີອັອບຟິດໃນອີກຫຼາຍປະເທດເຊັ່ນ:ໂຮນລັງ, ເບຣຊິນ, ອິນເດຍ, ຍີ່ປຸ່ນ ແລະ ເກົາຫຼີໃຕ້

ເນັດຟລິກ
ປະເພດບໍລິສັດມະຫາຊົນ
Traded as
  • NASDAQ: NFLX
  • NASDAQ-100 component
ວັນທີກໍ່ຕັ້ງ29 ສິງຫາ 1997; 26 ປີກ່ອນ (1997-08-29) in Scotts Valley, California, United States
ສຳນັກງານໃຫຍ່100 Winchester Circle, Los Gatos, California, United States
ພື້ນທີ່ໃຫ້ບໍລິການ190 ປະເທດ
ຜູ້ກໍ່ຕັ້ງ
  • Reed Hastings
  • Marc Randolph
ບຸກຄົນສໍາຄັນ
  • Reed Hastings (Chairman, CEO)
  • Ted Sarandos (CCO)
ອຸດສາຫະກໍາການບັນເທີງ
ຜະລິດຕະພັນບໍລິການໂອທີທີ
ສື່ສົ່ງຜ່ານສັນຍານຕໍ່ເນື່ອງ
ວິດີທັດຕາມຄຳຂໍ
ບໍລິການ
  • ການຜະລິດຮູບເງົາ
  • ຈັດຈຳໜ່າຍຮູບເງົາ
  • ການຜະລິດລະຄອນໂທລະພາບ
ລາຍໄດ້Increase 8.83 ຕື້ໂດລາສະຫະລັດ (2016)
ລາຍໄດ້ຈາກການດຳເນີນງານIncrease 380 ລ້ານໂດລາສະຫະລັດ (2016)
ເງິນໄດ້ສຸດທິIncrease 187 ລ້ານໂດລາສະຫະລັດ (2016)
ຊັບສິນລວມIncrease 13.6 ຕື້ໂດລາສະຫະລັດ (2016)
ຫຸ້ນລວມIncrease 2.7 ຕື້ໂດລາສະຫະລັດ (2016)
ເຈົ້າຂອງReed Hastings (1.9%)
ລູກຈ້າງ3,500 ຄົນ (2016)
DivisionsDomestic Streaming
International Streaming
Domestic DVD
ບໍລິສັດສາຂາ
  • Netflix US & Canada
  • Netflix International
  • Netflix Streaming Services
  • Netflix Studios
  • DVD.com
  • Millarworld
ເວັບໄຊwww.netflix.com
ອັນດັບອາເລັກຊາSteady 32 (ທົ່ວໂລກ, October 2017)
ການລົງທະບຽນRequired
ຜູ້ໃຊ້158 ລ້ານຄົນ (ທົ່ວໂລກ)
ສະຖານະປັດຈຸບັນໃຫ້ບໍລິການ

ເນັດຟລິກເລີ່ມເປີດຮັບສະມາຊິກແບບເສຍຄ່າບໍລິການໃສປີ 1999 ເມື່ອເຖິງປີ 2009 ບໍລິສັດມີດີວີດີໃຫ້ເລືອກເຊົ່າຢືມປະມານ 100,000 ຊື່ເລື່ອງ ແລະ ມີສະມາຊິກຜູ້ເຊົ່າ ແລະ ຜູ້ຮັບບໍລິການຫຼາຍກວ່າ 10 ລ້ານລາຍ ໃນປີ 2013 ບໍລິສັດເລີ່ມຂາຍທຸລະກິດໄປຍັງການຜະລິດຮູບເງົາຕົ້ນສະບັບ

ປີ 2014 ເນັດຟລິກໄດ້ເປີດຕົວບໍລິການຊື່ວ່າ Open Connect Appliance (Netflix OCA) ໂດຍລັກສະນະເປັນບໍລິການທີ່ທາງຜູ້ໃຫ້ບໍລິການ ISP (Internet Service Provider) ເປີດໃຫ້ເນັດຟລິກເຊົ່າ Server ເພື່ອເຮັດ Cache ສຳລັບເກັບຂໍ້ມູນຮູບເງົາ ແລະ ຊີຣີຂອງ Netflix ໂດຍໃຊ້ຫຼັກການເຊັ່ນດຽວກັບ CDN (Content Delivery Network) ທົ່ວໄປ ຕ່າງກັນທີ່ລະບົບຈະເກັບຂໍ້ມູນ Content ສຳລັບ Netflix ໂດຍສະເພາະ ເມື່ອມີຜູ້ເຂົ້າໃຊ້ງານ ລະບົບຈະໄປຮຽກຈາກ OCA ເຫຼົ່ານີ້ແທນ ເຮັດໃຫ້ຫຼຸດພາລະການເຮັດວຽກຂອງເຊີບເວີຫຼັກ ແລະ ຮອງຮັບການຂະຫຍາຍແບນວິທີງ່າຍ ແລະ ປະຢັດຄ່າໃຊ້ຈ່າຍກວ່າການຂະຫຍາຍເຊີບເວີ

ຈົນມາຮອດປີ 2016 ເນັດຟລິກໄດ້ຜະລິດຮູບເງົາຊີຣີ ແລະ ຮູບເງົາເລື່ອງຍາວຕົ້ນສະບັບກວ່າ 126 ເລື່ອງ ຫຼາຍກວ່າຊ່ອງໂທລະພາບ ແລະ ເຄເບີ້ນໃດໆ ໂດຍມີຜົນງານຊີຣີຕົວເອງເລື່ອງທຳອິດແມ່ນ House of Cards ພຽງສອງປີທຳອິດທີ່ອອກອາກາດກໍໄດ້ຮັດຄວາມນິຍົມ ແລະ ມີຊື່ເຂົ້າຊີງລາງວັນໂທລະພາບ Emmy Awards

ເນັດຟລິກ
ສຳນັກງານໃຫຍ່ທີ່ເມືອງລອສ ແກໂທສ ລັດຄາລິຟໍເນຍ

ອ້າງອີງ

ແຫຼ່ງຂໍ້ມູນອື່ນ

Tags:

ປະເທດຍີ່ປຸ່ນປະເທດອິນເດຍປະເທດເກົາຫຼີໃຕ້ປະເທດເບຣຊິນປະເທດໂຮນລັງພາສາອັງກິດສະຫະລັດອາເມຣິກາອິນເຕີເນັດ

🔥 Trending searches on Wiki ລາວ:

ເຂດເສດຖະກິດພິເສດສາມຫຼ່ຽມຄຳນະໂຍບາຍເງິນຕາຕຳບົນໜອງຫວ້າສຸບັນ ສຸວັນນະວົງສາລານຸກົມການຜະລິດສົມເດັດພະນາງເຈົ້າອິນທະຣະສັກສະຈີ ພະວໍລະລາຊະຊາຍາປະຫວັດສາດອັກສອນລາວ25 ພຶດສະພາເມືອງລະມາມລາຍຊື່ລະຫັດພາສາ ISO 639-1ລາຍຊື່ນາຍົກລັດຖະມົນຕີໄທພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວຄຳໄຕ ສີພັນດອນອິນເຕີຣ໌ເນັຕ ໂປຣໂຕໂຄລລະເບີດເຖິດເທິງອີຕາລີຊຸບເປີ້ວາຍທະວີບອາເມຣິກາເໜືອເພງຊາດມິສລາວປະເທດເບນິນດອກຈຳປາພຣະເຢຊູສອນໄຊ ສີພັນດອນຈັງຫວັດພະນະຄອນປະຫວັດສາດປະເທດຊອກຊີສົມເດັດພະລາຊິນີນາດເອລີຊາແບັດທີ 2 ແຫ່ງສະຫະລາຊະອານາຈັກແອລປ໌ລົດໄຟຟ້າໂທລະພາບແບກມູດ9 ມັງກອນວຽງ ນະລຶມົນຄ.ສ. 2009ພະເຈົ້າຟ້າງຸ່ມໄຄຣເມຍພິທາ ລິ້ມຈະເຣີນຣັດການທ່ອງທ່ຽວຈຳນວນປົກກະຕິສົມເດັດພະເຈົ້າກຸງທົນບຸລີສະຫວັດດີການສະໂມສອນ ສົ່ງເສີມ ສິລະປະ ແລະ ວັດທະນະທຳລາວ ບັນດາເຜົ່າກະມົນວັນ ສີວິໄລປະເທດສີລັງກາເມືອງພູຄູນພາສາໂຮນລັງມະຫາວິທະຍາໄລເອແດມບວກແຂວງຈຳປາສັກແຂວງໄຊຍະບູລີພິເສດ%3Aຊອກຫາຮັກອ່ຳຫຼ່ຳ🡆 More