ປະເທດກົວເຕມາລາ

ກົວເຕມາລາ (ຫຼື ສະກົດ ກວາເຕມາລາ; ແອັດສະປາຍ: Guatemala) ມີຊື່ຢ່າງເປັນທາງການວ່າ ສາທາລະນະລັດກົວເຕມາລາ (ແອັດສະປາຍ: República de Guatemala) ແມ່ນປະເທດໃນພາກພື້ນອາເມລິກາກາງ ຕັ້ງຢູ່ທາງຕອນໃຕ້ຂອງທະວີບອາເມລິກາເໜືອ ມີຊາຍຝັ່ງຕິດກັບທັງມະຫາສະໝຸດປາຊີຟິກແລະທະເລກາຣາອິບ ພົມແດນດ້ານຕາເວັນຕົກຈົດເມັກຊິກ ຕາເວັນອອກສຽງເໜືອຈົດເບລິດ ແລະຕາເວັນອອກສຽງໃຕ້ຈົດຮົງດູຣັດແລະຊານວາດໍ.

ປະຊາກອນສາດ

ປະເທດກົວເຕມາລາມີປະຊາກອນທັງໝົດປະມານ 14,647,083 (ປີ ຄ.ສ. 2014) ເຊິ່ງແມ່ນປະເທດທີ່ມີປະຊາກອນຫຼາຍເປັນອັນດັບທີ 70 ຂອງໂລກ.

ເຊື້ອຊາດ

ປະເທດກົວເຕມາລາມີປະຊາກອນທີ່ມີເຊື້ອຊາດຫຼາກຫຼາຍ ມີຜູ້ທີ່ມີເຊື້ອສາຍເມສະຕີໂຊ (ລູກຊອດຊາວແອສະປາຍແລະຊາວພື້ນເມືອງ) ແລະຜູ້ທີ່ມີເຊື້ອສາຍເອີລົບ ປະມານ 59.4% ສ່ວນທີ່ເຫຼືອແມ່ນຊາວພື້ນເມືອງອື່ນ ໆ (ປີ ຄ.ສ. 2001).

ພາສາ

ພາສາລັດຊະການຂອງປະເທດແມ່ນພາສາແອສະປາໂຍນເຊິ່ງມີຜູ້ເວົ້າເປັນພາສາທຳອິດປະມານ 60% ຂອງປະເທດ ສ່ວນທີ່ເຫຼືອແມ່ນພາສາຊາວພື້ນເມືອງຂອງ ເຊິ່ງແມ່ນພາສາທີ່ເຄີຍເວົ້າກັນຢ່າງແພ່ຫຼາຍໃນປະເທດກ່ອນທີ່ກົວເຕມາລາຕົກເປັນຫົວເມືອງຂອງຈັກກະວັດແອສະປາຍ ພາສາຊາວພື້ນເມືອງທີ່ລັດຖະບານກົວເຕມາລາຮັບຮູ້ມີ 23 ພາສາ.

ສາສະໜາ

ຊາວກົວເຕມາລານັບຖືສອງສາສະໜາຫຼັກ ໆ ໄດ້ແກ່ ສາສະໜາຄະລິດ ແລະ ສາສະໜາທ້ອງຖີ່ນຂອງຊາວມາຢາຕ່າງ ໆ ໂດຍສາສະໜາຄະລິດແບ່ງອອກເປັນສອງນິກາຍ ແມ່ນ ໂຣມັງກາໂຕລິກ ແລະ ປະໂຣແຕສະຕັງ.

ອ້າງອີງ

Tags:

ປະເທດກົວເຕມາລາ ປະຊາກອນສາດປະເທດກົວເຕມາລາ ອ້າງອີງປະເທດກົວເຕມາລາປະເທດເບລິດປະເທດເມັກຊິກພາສາແອັດສະປາຍມະຫາສະໝຸດປາຊີຟິກ

🔥 Trending searches on Wiki ລາວ:

ພັກປະຊາຊົນປະຕິວັດລາວດາວເຄາະໄລທ໌ໂນເວວປ່າໄມ້ລອນດອນອາໂດນ ຮິດແລລົດໄຟປະເທດປາກິດສະຖານທະນາຄານແຫ່ງ ສປປ ລາວປັດຊະຍາຄ.ສ. 2008ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວວັນຄູແຫ່ງຊາດໂທລະສັບວິສະວະກຳໂລຊີຊີແອນແມ່ນ້ຳຂອງສັດກິນຊີ້ນປາຣີບລັອກສາສະໜາອິສະລາມອິນດູຈີນດົນຕີສຸພານຸວົງເມືອງສີສັດຕະນາກໝາກຫຸ່ງISO 4217ວິທະຍຸສຽງອາເມຣິກາຄວາມຍືດຍຸ່ນແຂວງບໍລິຄຳໄຊເສດຖະສາດການສູ່ຂວັນເທວະວິທະຍາໂປເກມອນກະລີຍຸກ24 ເມສາຫຸ່ນຍົນສາດໂຕກຽວປະເທດກຳປູເຈຍຫີສັດປີກເພລສະເຕຊັນ 2ປະເທດອາແຊກໄບຊານແຂວງຊຽງຂວາງກູເກິລລາຍຊື່ປະເທດຮຽງຕາມຈຳນວນປະຊາກອນ18 ພະຈິກ12 ຕຸລາແຂວງອັດຕະປືລະດູບານໃໝ່ປະເທດຫວຽດນາມຄ.ສ. 1927ປະເທດແຟງລັງຄຳນາມປະສົມສະຫະພັນສາທາລະນະລັດສັງຄົມນິຍົມໂຊວຽດລັດເຊຍມູນນິທິວິກິມີເດຍປານີ ຍາທໍ່ຕູ້ການຄ້າພະບາງອົງການຈັດຕັ້ງສານປະຊາຊົນສູງສຸດແຂວງຄຳມ່ວນພາສາສາດທະວີບອາເມຣິກາສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ເມືອງຫາດຊາຍຟອງປະຫວັດສາດເລກມາຕະຖານສາກົນປະຈຳປຶ້ມ29 ພຶດສະພາສານທຸລະກິດຄ.ສ. 2019ປະເທດປອກຕຸຍການ🡆 More