ໄອຣ໌ແລນດ໌ (ຝຣັ່ງ: Irlande ອຽກລັງ: Éire) ຄຳບັນຍາຍລະບອບການປົກຄອງຂອງປະເທດນີ້ (ບໍ່ແມ່ນຊື່ທາງການ) ແມ່ນ ສາທາລະນະລັດໄອຣ໌ແລນດ໌ (ອັງກິດ: Republic of Ireland; ອຽກລັງ: Poblacht na hÉireann) ນັບເປັນສະມາຊິກທີ່ຢູ່ໄກສຸດທາງຕາເວັນຕົກຂອງສະຫະພາບເອີລົບ.
ມີປະຊາກອນ 4 ລ້ານກວ່າຄົນ. ເປັນປະເທດເທິງເກາະອຽກລັງ. ຢູ່ຫ່າງຈາກທະວີບເອີລົບໄປທາງຕາເວັນຕົກສຽງເໜືອ ໂດຍຄອບຄຸມພື້ນທີ່ປະມານ 5 ໃນ 6 ຂອງເກາະດັ່ງກ່າວ (ສ່ວນທີ່ເຫຼືອອີກ 1 ໃນ 6 ຂອງເກາະອຽກລັງ ເອີ້ນວ່າ ອຽກລັງເໜືອ ເປັນສ່ວນໜຶ່ງຂອງສະຫະລາຊະອານາຈັກເບຕາຍໃຫຍ່ແລະອຽກລັງເໜືອ). ໃນການແຂ່ງຂັນລັກບີ້ລະດັບນານາຊາດ ນັກກິລາຈາກທັງສາທາລະນະລັກອຽກລັງ ແລະແຄວ້ນອຽກລັງເໜືອ ຈະເຂົ້າຮ່ວມໃນທີມດຽວກັນ ໃນຊື່ທີມສະຫະພັນລັກບີ້ອຽກລັງ. ນອກຈາກນີ້ອຽກລັງແມ່ນອີກປະເທດນຶ່ງທີ່ໃຊ້ເງິນຢູໂລ.
ອຽກລັງ Éire (ພາສາອຽກລັງ) Ireland (ອັງກິດ) | |
---|---|
ຄຳຂວັນ: ບໍ່ມີ | |
ເພງຊາດ: "ເອົາລານນາວີອັນ" | |
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ດູບລິນ |
ພາສາລັດຖະການ | ພາສາໄອຣິຊແລະພາສາອັງກິດ |
ການປົກຄອງ | ປະຊາທິປະໄຕລະບົບລັດຖະສະພາ |
• ປະທານປະເທດ | ໄມເຄິນ ດີ. ຮິກກິນ |
• ນາຍົກລັດຖະມົນຕີ | ເອນດາ ເຄນນີ |
ເອກະລາດ ຈາກ ສະຫະລາຊະອານາຈັກ | |
• ໄດ້ຮັບການຮັບຮອງ | 21 ມັງກອນ ຄ.ສ. 1919 |
• ໂດຍສົນທິສັນຍາ | 6 ທັນວາ ຄ.ສ. 1921 |
2 | |
ປະຊາກອນ | |
• 2553 ປະມານ | 4,456,000 (120) |
• ສຳມະໂນປະຊາກອນ 2559 | 4,761,865 |
GDP (ອຳນາດຊື້) | 2548 (ປະມານ) |
• ລວມ | 136.9 ພັນລ້ານໂດລາສະຫະລັດ (50) |
• ຕໍ່ຫົວ | 34,100 ໂດລາສະຫະລັດ (4) |
HDI (2546) | 0.946 ສູງຫຼາຍ · 8 |
ສະກຸນເງິນ | ຢູໂລ (€) 1 (EUR) |
ເຂດເວລາ | UTC+0 (GMT) |
• ລະດູຮ້ອນ (ເວລາອອມແສງ) | UTC+1 (IST) |
ຂັບລົດດ້ານ | ຊ້າຍມື |
ລະຫັດໂທລະສັບ | 353 |
ລະຫັດອິນເຕີເນັດ | .ie |
1 ກ່ອນໜ້າ 1999: ປອນອຽກລັງ ("Punt") |
ປະເທດອຽກລັງມີປະຊາກອນປະມານ 4,832,765 ຄົນ (ກວດສອບເມື່ອປີ ຄ.ສ. 2014).
ປະເທດອຽກລັງມີພາສາທາງການສອງພາສາ ແມ່ນ ພາສາອຽກລັງ ແລະ ພາສາອັງກິດ. ພາສາອຽກລັງແມ່ນພາສາປະຈຳຊາດ ແຕ່ ມີແຕ່ພຽງ 39% ຂອງປະຊາກອນເທົ່ານັ້ນທີ່ເວົ້າພາສາອຽກລັງໄດ້. ພາສາອຽກລັງມີຜູ້ເວົ້າປະມານ 138,000 ຄົນ (ກວດສອບເມື່ອປີ ຄ.ສ. 2012) ແລະ ມີຜູ້ເວົ້າເປັນພາສາທີສອງປະມານ 1,000,000 ຄົນໃນປະເທດອຽກລັງ (ກວດສອບເມື່ອປີ ຄ.ສ. 2012). ປະຊາກອນສ່ວນຫຼາຍເວົ້າພາສາອັງກິດຍ້ອນປະເທດອຽກລັງເຄີຍເປັນສ່ວນນຶ່ງຂອງອານາຈັກອັງກິດໃນອະດີດ. ພາສາອັງກິດທີ່ເວົ້າໃນປະເທດອຽກລັງແມ່ນພາສາອັງກິດສຳນຽງອຽກລັງ.
This article uses material from the Wikipedia ລາວ article ປະເທດໄອຣ໌ແລນດ໌, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.