ແບນຊິກ (ອັງກິດ: Belgium) ຫຼື ຊື່ຢ່າງເປັນທາງການແມ່ນ ລາຊະອານາຈັກ ແບນຊິກ (ອັງກິດ: Kingdom of Belgium) ເປັນປະເທດໃນເອີຣົບຕາເວັນຕົກສຽງເໜືອ ມີອານາເຂດຕິດຕໍ່ກັບປະເທດໂຮນລັງ, ເຢຍລະມັນ, ລຸກຊຳບວກ, ຝຣັ່ງ ແລະ ທະເລເໜືອ ມີພື້ນທີ່ 30,689 ຕາລາງກິໂລແມັດ (11,849 ຕາລາງໄມລ໌) ແລະ ມີປະຊາກອນປະມານ 11.5 ລ້ານຄົນ ເຮັດໃຫ້ເປັນປະເທດທີ່ມີປະຊາກອນໜາແໜ້ນທີ່ສຸດອັນດັບທີ 22 ຂອງໂລກ ແລະ ເປັນອັນດັບທີ 6 ຂອງເອີຣົບ ມີເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດແມ່ນບຣຸກແຊນ ເຊິ່ງເປັນທີ່ຕັ້ງສຳນັກງານໃຫຍ່ຂອງສະຫະພາບເອີຣົບ ແລະ ມີເມືອງສຳຄັນອື່ນໆ ເຊັ່ນ: ແອນເວີບ, ເກນ, ຊາເລີຣອຍ, ລີແຢຈ, ບຣູດ, ນາເມີ ແລະ ເລີເຟີນ
ລາຊະອານາຈັກ ແບນຊິກ Koninkrijk België (ໂຮນລັງ) Royaume de Belgique (ຝຣັ່ງ) Königreich Belgien (ເຢຍລະມັນ) | |
---|---|
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ບຣຸກແຊນ 50°51′N 4°21′E / 50.850°N 4.350°E |
ພາສາລັດຖະການ | ໂຮນລັງ ຝຣັ່ງ ແລະ ເຢຍລະມັນ |
ການປົກຄອງ | ສະຫະພັນ ລະບົບລັດຖະສະພາ ລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ |
• ພະມະຫາກະສັດ | ສົມເດັດພຣະລາຊາທິບໍດີຟີລິບ |
• ນາຍົກລັດຖະມົນຕີ | ອາເລັກຊານເດີ ເດີ ໂກຣ |
ສະພານິຕິບັນຍັດ | ລັດຖະສະພາກາງ |
• ສະພາສູງ | ວຸດທິສະພາ |
• ສະພາລຸ່ມ | ສະພາຜູ້ແທນລາຊະດອນ |
ປະກາດເອກະລາດ ຈາກໂຮນລັງ | |
• ປະກາດ | 4 ຕຸລາ ປີ 1830 |
• ຮັບຮອງ | 19 ເມສາ ປີ 1939 |
ພື້ນທີ່ | |
• ລວມ | 30,689 ຕາລາງກິໂລແມັດ (11,849 ຕາລາງໄມລ໌) (136) |
6.4 | |
ປະຊາກອນ | |
• 2019 ປະມານ | 11,492,641 ຄົນ (ອັນດັບທີ 82) |
372 ຕໍ່ຕາລາງກິໂລແມັດ (963.5 ຕໍ່ຕາລາງໄມລ໌) (ອັນດັບທີ 36) | |
GDP (ອຳນາດຊື້) | 2019 (ປະມານ) |
• ລວມ | $575.808 ຕື້ (36) |
• ຕໍ່ຫົວ | $50,114 (ອັນດັບທີ 18) |
GDP (ລາຄາຕະຫຼາດ) | 2563 (ປະມານ) |
• ລວມ | $503.416 ຕື້ (ອັນດັບທີ 26) |
• ຕໍ່ຫົວ | $43,814 (ອັນດັບທີ 16) |
ຈີນີ (2020) | 25.4 ຕ່ຳ |
HDI (2019) | 0.931 ສູງຫຼາຍ · ອັນດັບທີ 14 |
ສະກຸນເງິນ | ເອີໂຣ (€) 1 (EUR) |
ເຂດເວລາ | UTC+1 (CET) |
• ລະດູຮ້ອນ (ເວລາອອມແສງ) | UTC+2 (CEST) |
ລະຫັດໂທລະສັບ | 32 |
ລະຫັດອິນເຕີເນັດ | .be2 |
This article uses material from the Wikipedia ລາວ article ປະເທດແບນຊິກ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.