ສາສະໜາຄິດ ຫຼືຊື່ອື່ນວ່າ ສາສະໜາຄຣິດ, ສາສະໜາຄະລິດ, ແລະ ຄິດຕະສາສະໜາ (ອັງກິດ: Christianity, ຝຣັ່ງ: Christianisme) ເປັນສາດສະໜາປະເພດmonotheism ໂດຍອີງໃສ່ຊີວິດ ແລະຄຳສອນຂອງ ພຣະເຢຊູ ດັ່ງທີ່ປາກົດຢູ່ໃນ ພຣະກິດຕິຄຸນ (ພຣະກິດຕິຄຸນ canonical) ແລະການຂຽນພຣະສັນຍາໃໝ່ອື່ນໆ ຄຣິສຕຽນເອີ້ນວ່າ ຄຣິສຕຽນ ຫຼື 'ຄຣິສຕຽນ'.
ພຣະເຢຊູເປັນ ພຣະບຸດຂອງພຣະເຈົ້າ ແລະ Incarnate ພຣະເຈົ້າ ແລະ ພຣະຜູ້ໄຖ່ ສໍາລັບຄົນບາບ. ດັ່ງນັ້ນຊາວຄຣິດສະຕຽນຈຶ່ງເອີ້ນພຣະເຢຊູ "ພຣະຄຣິດ" ຫຼື "ພຣະເມຊີອາ" ປະຈຸບັນ, ສາດສະໜາຄຣິສຕຽນຖືກແບ່ງອອກເປັນ 3 ນິກາຍໃຫຍ່ຄື: ໂຣມັນກາໂຕລິກ, ອໍໂທດັອກ ແລະ ໂປເຕສະແຕນ, ເຊິ່ງຍັງແບ່ງອອກເປັນຫຼາຍສາຂາ. Apostolic Roman Catholicism ແລະ Orthodoxy ແຍກອອກໃນລະຫວ່າງ [[East-West Schism] (East-West Schism) ໃນປີ 1054, ແລະ Protestantism ເກີດຂຶ້ນຫຼັງຈາກ Apostolic. ການປະຕິຮູບ]] ໃນສະຕະວັດທີ 16, ເຊິ່ງແຍກອອກຈາກ ໂບດ Roman Catholic.
ສາສະໜາຄິດມີຄວາມເຊື່ອວ່າແມ່ນສາສະໜາແຫ່ງຄວາມຮັກ ຍ້ອນພະເຈົ້າຊົງຮັກມະນຸດ ຊົງຮັກປະຊາກອນຂອງພະອົງຊົງສ້າງສັດຕ່າງໆ ຂຶ້ນມາເພື່ອຮັບໃຊ້ ເປັນອາຫານແກ່ມະນຸດ ແລະຊົງໃຫ້ມະນຸດລົງສູ່ນແຮ່ເມື່ອບໍ່ສັດທາໃນພະເຈົ້າ. ສາສະໜາຄິດແມ່ນສາສະໜາທີ່ນັບຖືສັດທາໃນພະເຈົ້າອົງດຽວ ເຊື່ອວ່າພະເຈົ້າເປັນຜູ້ສ້າງໂລກ ແລະ ທຸກສິ່ງທຸກຢ່າງລວມເຖິງມະນຸດໂດຍໃຊ້ເວລາພຽງ 6 ມື້ ແລະ ຢຸດພັກໃນວັນທີ 7 ເມື່ອບໍ່ເຖິງ 6000 ປີກ່ອນ.
ພະເຈົ້າ ແມ່ນ ພະເຊໂຮວາ (ພໍ່) ມີພະເຢຊູຄິດເປັນສາສະດາ ສາສະໜາຄິດເຊື່ອໃນພະເຈົ້າໜຶ່ງດຽວເຊິ່ງດຳລົງໃນສາມພະບຸກຄົນ ໃນພະລັກສະນະ "ຕີເອກະພາບ" ຫຼີ "ຕີເອການຸພາບ" (Trinité) ແມ່ນ ພະພໍ່, ພະບຸດ ແລະພະຈິດ (ພະວິນຍານບໍລິສຸດ). ມີພະຄຳພີແມ່ນ ພະຄິດຕະທຳຄຳພີ ຫຼື ຄຳພີໄບເບີນ (The Bible).
ສາສະໜາຄິດມີຜູ້ນັບຖືທັງໝົດ 2,100 ລ້ານຄົນ. ຖືວ່າແມ່ນສາສະໜາທີ່ມີຈຳນວນຜູ້ນັບຖືຫຼາຍທີ່ສຸດໃນໂລກ.
ສາສະໜາຄິດມີຮາກຖານມາຈາກສາສະໜາຊູດາ (ຫຼືສາສະໜາຢິວ) ໂດຍມີເນື້ອຫາແລະຄວາມເຊື່ອບາງສ່ວນຄືກັນ ໂດຍສະເພາະແມ່ນຄຳພີໄບເບີນເອເບີ ທີ່ຄິດຕະນິກະຊົນຮູ້ຈັກໃນຊື່ ພັນທະສັນຍາເດີມ (The Old Testament) ໂດຍໃນພະຄິດຕະທຳຄຳພີ 5 ເຫຼັ້ມທຳອິດຈາກທັງໝົດ 46 ເຫຼັ້ມໃນພາກພັນທະສັນຍາເດີມ ທີ່ເອີ້ນວ່າ ປັງຕາເຕີກ (Pentateuque) ໄດ້ຮັບການນັບຖືເປັນພະຄຳພີຂອງສາສະໜາຊູດາ ແລະສາສະໜາອິສະລາມ ດ້ວຍເຊັ່ນກັນ ໂດຍໃນພະທຳຫຼາຍຕອນໄດ້ພະຍາກອນເຖິງພະແມັດຊີ (Messiah/Messie) ທີ່ຊາວຄິດເຊື່ອວ່າ ເປັນ ພະເຢຊູ ເຊັ່ນ ປຶ້ມປະກາດ ອີຊາຢາ ບົດທີ 53 ຯລຯ.
ຄິດຕະຊົນນັ້ນມີຄວາມເຊື່ອວ່າພະເຢຊູຄິດເປັນພະບຸດຂອງພະເຈົ້າທີ່ມາບັງເກີດເປັນມະນຸດ ຈາກຍິງພົນຫົມຈັນ (ສາວບໍລິສຸດ) ໂດຍລິດອຳນາດຂອງພະເຈົ້າ ເພື່ອໄຖ່ມະນຸດໃຫ້ພົ້ນຈາກຄວາມບາບໂດຍການສິ້ນພະຊົນຢູ່ໄມ້ກາງແຂນ ແລະຊົງຟື້ນຂຶ້ນມາຈາກຄວາມຕາຍໃນສາມມື້ຫຼັງຈາກນັ້ນ ແລະສະເດັດສູ່ສະຫວັນປະທັບເບື້ອງຂວາພະຫັດຂອງພະພໍ່ ຜູ້ທີ່ເຊື່ອແລະໄວ້ວາງໃຈໃນພະອົງຈະໄດ້ຮັບການອະໄພໂທດບາບ ແລະຈະເຂົ້າສູ່ການພິພາກສາໃນມື້ສຸດທ້າຍຄືກັນກັບທຸກຄົນ ແຕ່ຈະລອດພົ້ນຈາກການຖືກພິພາກສາໃຫ້ຕະກົນແຮ່ແຕ່ຈະເປັນການພິພາກສາເພື່ອຮັບບຳເໜັດລາງວັນແທນໃນມື້ສິ້ນໂລກ (Armageddon) ແລະໄດ້ເຂົ້າສູ່ພະລາຊະສະຫວັນ ແຕ່ຖ້າຜູ້ໃດບໍ່ເຊື່ອຈະຖືກປັບໂທດຫລັງຄວາມຕາຍ
ມະນຸດໄດ້ແບ່ງສາສະໜາຄິດໃຫ້ເປັນນິກາຍຕ່າງ ໆ ເຊິ່ງແປໄປຕາມພື້ນທີ່, ວັດທະນະທຳ, ແລະຄວາມຄິດຂອງຕົນ. ນິກາຍທີ່ສຳຄັນມີ 3 ນິກາຍແມ່ນ
ພິທີກຳໃນສາສະໜານີ້ ມີສຳຄັນໆ ຢູ່ 7 ພິທີ ເອີ້ນວ່າ ພິທີຮັບສິນສັກສິດ ມີດັ່ງນີ້ •ສິນລ້າງບາບຫຼືການຮັບບັບຕິສະມາ ເປັນພິທີທຳອິດທີ່ໍຊາວຄິດທຸກຄົນຕ້ອງຮັບ ໂດຍສິດຍາພິບານຈະໃຊ້ນ້ຳສັກສິດເທລົງເທິງຫົວພ້ອມເຈີມນ້ຳມັນຄິດມາທີ່ໜ້າຜາກ. •ສີນລໍໄພບາບ ເປັນການສາລະພາບບາບກັບພະເຈົ້າໂດຍຜ່ານບາດຫຼວງ ບາດຫຼວງຈະເປັນຜູ້ຕັກເຕືອນສັ່ງສອນບໍ່ໃຫ້ເຮັດບາບນັ້ນອີກ ແລະເຮັດການອະໄພບາບໃຫ້ໃນນາມພະເຈົ້າ. •ສິນມະຫາສະນິດ ເປັນພິທີກຳຮັບສິນໂດຍຮັບເຂົ້າຈີ່ແລະແວງມາຮັບປະທານ ໂດຍຄວາມເຊື່ອວ່າພະກາຍແລະພະເລືອດຂອງພະເຢຊູ. •ສິນກຳລັງ ເປັນພິທີຮັບສິນໂດຍການເຈີມໜ້າຜາກ ເພື່ອຢືນຢັນຄວາມເຊື່ອວ່າຈະນັບຖືສາສະໜາຄິດຕະຫຼອດໄປແລະໄດ້ຮັບພະພົນຂອງພະຈິດເຈົ້າ ເຮັດໃຫ້ເຂັ້ມແຂງໃນຄວາມເຊື່ອຫຼາຍຂຶ້ນ. •ສິນສົມລົດ ເປັນພິທີປະກອບການແຕ່ງງານ ໂດຍບາດຫຼວງເປັນພະຍານ ເປັນການສະແດງຄວາມສຳພັນວ່າຈະຮັກກັນຈົນກວ່າຊີວິດຈະສິ້ນ. •ສິນບວດ ສະຫງວນໄວ້ສະເພາະຜູ້ທີ່ຈະບວດເປັນບາດຫຼວງແລະເປັນຊາຍເທົ່ານັ້ນ. •ສິນເຈີມຄົນໄຂ້ ເປັນພິທີເຈີມຄົນໄຂ້ໂດຍບາດຫຼວງຈະເຈີມນ້ຳມັນລົງເທິງໜ້າຜາກແລະມືທັງສອງຂ້າງຂອງຜູ້ປ່ວຍ ໃຫ້ລະລຶກວ່າພະເຈົ້າຈະຢູ່ກັບຕົນແລະໃຫ້ພະລັງບັນເທົາອາການເຈັບປ່ວຍ ສຳລັບນິກາຍໂລມັງກາໂຕລິກແລະນິກາຍອອກໂຕດົກ ຈະມີພິທີກຳທັງ 7 ພິທີ ແຕ່ສຳລັບນິກາຍໂປແຕສະຕັງ ຈະມີພຽງ 3 ພິທີຄືພິທີບັບຕິດມາ, ພິທີມະຫາສະນິດ ແລະ ພິທີສົມລົດສັກສິດ
This article uses material from the Wikipedia ລາວ article ຄິດຕະສາສະໜາ, which is released under the Creative Commons Attribution-ShareAlike 3.0 license ("CC BY-SA 3.0"); additional terms may apply (view authors). ເນື້ອໃນສາມາດໃຊ້ໄດ້ພາຍໃຕ້ CC BY-SA 4.0 ຖ້າບໍ່ແມ່ນຢ່າງອື່ນໃດທີ່ລະບຸໄວ້. Images, videos and audio are available under their respective licenses.
®Wikipedia is a registered trademark of the Wiki Foundation, Inc. Wiki ລາວ (DUHOCTRUNGQUOC.VN) is an independent company and has no affiliation with Wiki Foundation.